ການຂ້າມຜ່ານການປາບປາມຂອງລັດຖະບານກ່ຽວກັບສື່ສັງຄົມອອນລາຍໃນລາວ
ວຽງຈັນ, ລາວ – ພາຍໃນຫ້ອງບັນຍາຍທີ່ເຕັມອັດທີ່ສູນອາເມລິກາ ນະຄອນຫຼວງວຽງຈັນ, ນັກສຶກສາມະຫາວິທະຍາໄລແຫ່ງຊາດ 60 ຄົນ ໄດ້ນັ່ງເຕົ້າໂຮມກັນຢູ່ຕໍ່ໜ້າແຜ່ນໂປສ໌ເຕີ ເຊິ່ງສະແດງຄຳຂວັນທີ່ເປັນແຮງບັນດານໃຈຂອງຕົວເດັ່ນຊາວອາເມລິກາ ມາຕິນ ລູເທີຄິງ ຈູເນຍ, ມາຢາ ແອັງເຈລູ ແລະ ສະຕິບ ຈ໊ອບ.ຢູ່ໜ້າກະດານໜ້າຫ້ອງ, ແກ້ວຊົມພູ ສັກດາວັນ ນັກຂ່າວວຽງຈັນທາມສ໌ ໄດ້ລິເລີ່ມກິດຈະກຳພາຍໃຕ້ການສະໜັບສະໜູນຂອງສະຖານທູດອາເມລິກາ ໃນຫົວຂໍ້ ວິທີການສັງເກດຂ່າວປອມ ດ້ວຍການເຜີຍແຜ່ທາງສື່ Facebook Live ຈາກເດີ່ນຫຍ້ານອກຫ້ອງບັນຍາຍ.ອ່ານຕໍ່ ...
ອະດາມ ເບັມມາ
ລາວຍົກສູງການຮ່ວມມືແມ່ຂອງ-ຍີ່ປຸ່ນ
ລາວຍົກສູງການຮ່ວມມື ລະຫວ່າງບັນດາປະເທດ ໃນພາກພື້ນລຸ່ມແມ່ນ້ຳຂອງ ແລະ ຍີ່ປຸ່ນ, ໂດຍສະເພາະຍີ່ປຸ່ນໄດ້ປະກອບສ່ວນໃນການພັດທະນາລາວ ແລະ ການລວມກັນກັບພາກພື້ນ.ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວຄຳເຫັນໃນກອງປະຊຸມສຸດຍອດແມ່ຂອງ-ຍີ່ປຸ່ນ ຄັ້ງທີ 11 ເຊິ່ງຈັດຂຶ້ນໃນວັນຈັນທີ່ຜ່ານມາ ທີ່ບາງກອກ, ໄທ.ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງທ່ານ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ແລະ ທ່ານ ຊິນໂຊ ອາເບ ນາຍົກລັດຖະມົນຕີຍີ່ປຸ່ນ, ພາຍໃຕ້ການເຂົ້າຮ່ວມຂອງທ່ານ ຮຸນ ເຊັນ ນາຍົກລັດຖະມົນຕີກຳປູເຈຍ, ທ່ານ ອອງຊານຊູຈີ ທີ່ປຶກສາແຫ່ງລັດມຽນມາ, ແລະ ທ່ານ ຫງວຽນ ຊວນ ພັກ ນາຍົກລັດຖະມົນຕີຫວຽດນາມ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ນັກທຸລະກິດຍິງລາວຮັບລາງວັນນັກທຸລະກິດດີເດັ່ນລະດັບພາກພື້ນ
ວຽງຈັນ (ວຽງຈັນທາມສ໌/ANN) – ນັກທຸລະກິດຍິງລາວເຂົ້າຮັບລາງວັນນັກທຸລະກິດຍິງດີເດັ່ນອາຊຽນ 2019 ຈາກເຄືອຂ່າຍນັກທຸລະກິດຍິງອາຊຽນ (AWEN) ທີ່ໂຮງແຮມ JW Marriott, ບາງກອກ ປະເທດໄທ ໃນອາທິດແລ້ວນີ້.ເຂົ້າຮ່ວມໃນງານດັ່ງກ່າວມີນັກທຸລະກິດຍິງເກືອບ 90 ຄົນຈາກບັນດາປະເທດອາຊຽນ, ເຊິ່ງໃນນັ້ນມີນັກທຸລະກິດຍິງ 10 ຄົນຈາກລາວ, ເພື່ອແນໃສ່ສົ່ງເສີມບົດບາດຂອງນັກທຸລະກິດຍິງ ແລະ ຮັດແໜ້ນສາຍພົວພັນພາຍໃນເຄືອຂ່າຍ.ອ່ານຕໍ່ ...
ວິສິດ ເທບພະລັດ
http://annx.asianews.network/content/outstanding-lao-businesswomen-receive-regional-award-99035
ລາວ, ຫວຽດນາມທົບທວນການຮ່ວມມືຍຸດທະສາດເພື່ອສານຕໍ່ສາຍພົວພັນສອງຝ່າຍ
ລາວ ແລະ ຫວຽດນາມຮ່ວມກັນເສີມຂະຫຍາຍການຄ້າສອງຝ່າຍ, ເຊິ່ງກ່ຽວຂ້ອງຢ່າງໃກ້ຊິດກັບຄວາມຄືບໜ້າຂອງໂຄງການທ່າເຮືອວຶງອາງ ແຂວງຮາຕິນທາງພາກກາງຂອງຫວຽດນາມ ແລະ ໂຄງການສະໜາມບິນໜອງຄັງ ແຂວງຫົວພັນທາງພາກເໜືອຂອງລາວ.ນອນຈາກນີ້ ສອງຊາດຍັງມີແຜນກໍ່ສ້າງທາງດ່ວນວຽງຈັນ-ຮ່າໂນ້ຍ ແລະ ທາງລົດໄຟວຽງຈັນ-ທ່າແຂກ-ວຶງອາງ ເຊິ່ງຈັດຢູ່ໃນອັນດັບທີສາມຂອງບັນດາໂຄງການລົງທຶນຕ່າງປະເທດ ແລະ ຈະປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ທັງເປັນການປັບປຸງການຈັດສົ່ງ ແລະ ພື້ນຖານໂຄງລ່າງ ທີ່ເປັນປະໂຫຍດສຳລັບລາວ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ການທ່ອງທ່ຽວເພື່ອສົ່ງເສີມການຂະຫຍາຍຕົວໃນ ສປປ ລາວ
ໃນຫ້າປີທີ່ຜ່ານມາ ການທ່ອງທ່ຽວໃນ ສປປ ລາວ ໄດ້ຄ່ອຍໆຂະຫຍາຍຕົວເປັນລຳດັບ. ລາວເປັນປະເທດທີ່ບໍ່ມີຊາຍຝັ່ງທະເລ ເຮັດໃຫ້ບໍ່ມີຊາຍຫາດສວຍງາມຄືດັ່ງປະເທດເພື່ອນບ້ານມະເລເຊຍ ຫຼື ອິນໂດເນເຊຍ ແລະ ບໍ່ມີເສັ້ນຂອບຟ້າທີ່ເດັ່ນຄືກັບສິງປະໂປ, ແຕ່ວ່າລາວກໍມີຄວາມງົດງາມທີ່ເປັນເອກະລັກຂອງຕົນເອົງທີ່ບໍ່ຄືປະເທດໃດໃນພາກພື້ນ. ໃນຂະນະທີ່ປະເທດລາວກຳລັງຂຸ້ນຂ້ຽວໃນວຽກງານການພັດທະນາ, ລາວຍັງຄົງຮັກສາສະເໜ່ຄວາມງົດງາມ ແລະ ເປັນເອກະລັກຂອງຊາດ ເຊິ່ງເປັນທີ່ຮູ້ກັນໃນພາກພື້ນ.ອ່ານຕໍ່ ...
ໄອຈາສ ອາຣິຟຟິນ
ອຸປະສັກໃນຊາຍແດນຈຳກັັດໂອກາດໃນການນຳເຂົ້າສິນຄ້າຂອງລາວ: ຕາມບົດລາຍງານ
ວຽງຈັນ (ວຽງຈັນທາມສ໌/ANN) ຄວາມຮູ້ດ້ານຂະບວນການທີ່ຈຳກັດຂອງເຈົ້າໜ້າທີ່ລັດຖະບານ ແລະ ນັກຄ້າຂາຍໃນພື້ນທີ່ຊາຍແດນ ເປັນສາເຫດໃຫ້ເກີດອຸປະສັກດ້ານການຄ້າໃນເຂດຊາຍແດນລະຫວ່າງລາວ, ໄທ ແລະ ຫວຽດນາມ.ເຖິງຢ່າງໃດກໍຕາມ, ໃນຂະນະທີ່ບັນຫາໃນບາງຂົງເຂດວຽກງານແມ່ນເປັນທີ່ຮູ້ກັນດີ, ບົດຄົ້ນຄວ້າຂອງກົມການນຳເຂົ້າ ແລະ ສົ່ງອອກ ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ ພາຍໃຕ້ໂຄງການອຳນວຍຄວາມສະດວກດ້ານການພັດທະນາການຄ້າ ໄລຍະ 2 ໃຫ້ຮູ້ວ່າ ນັກຄ້າຂາຍສ່ວນໃຫຍ່ແມ່ນບໍ່ຮູ້ກ່ຽວກັບບັນຫາເຫຼົ່ານີ້.ອ່ານຕໍ່ ...
ໂຕະຂ່າວ
ລັດຖະມົນຕີຊົມເຊີຍຜົນສຳເລັດດ້ານສາທາລະນະສຸກ
ທ່ານ ຮສ ປອ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ຍ້ອງຍໍຜົນສຳເລັດທີ່ພົ້ນເດັ່ນຂອງຂະແໜງສາທາລະນະສຸກຂອງລາວ ໃນບົດລາຍງານຕໍ່ກອງປະຊຸມຄະນະລັດຖະບານປະຈຳເດືອນພະຈິກ.ໃນປະຈຸບັນ ປະຊາຊົນສ່ວນໃຫຍ່ສາມາດເຂົ້າເຖິງການປິ່ນປົວທີ່ມີຄຸນນະພາບກວ່າເດີມ ຍ້ອນກະຊວງໄດ້ສຸມຄວາມພະຍາຍາມໃນການຂະຫຍາຍການບໍລິການດ້ານສາທາລະນະສຸກໃນລະດັບສູນການ, ແຂວງ, ເມືອງ ກໍ່ຄືໃນຊຸມຊົນທ້ອງຖິ່ນ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ຕະຫຼາດລາວຈະເພີ່ມການນຳເຂົ້າສິນຄ້າກະເສດ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວອາດຕ້ອງເພີ່ມທະວີການນຳເຂົ້າສິນຄ້າກະເສດ ເພື່ອຕອບສະໜອງຕໍ່ຄວາມຕ້ອງການທີ່ເພີ່ມຂຶ້ນ ສຳລັບໝາກໄມ້ສົດ ແລະ ພືດຜັກ.ຕະຫຼາດສົດລາວອົດຊີ ເມືອງສີໂຄດຕະບອງ ເຊິ່ງເປັນໜຶ່ງໃນຕະຫຼາດສົດທີ່ໃຫຍ່ທີ່ສຸດໃນນະຄອນຫຼວງວຽງຈັນ ອາດຕ້ອງເພີ່ມການຊື້ຂາຍສິນຄ້ານຳເຂົ້າຈາກຕ່າງປະເທດ, ເຈົ້າໜ້າທີ່ຈັດສັນຕະຫຼາດກ່າວຜ່ານໜັງສືພິມວຽງຈັນທາມສ໌ວານນີ້.ໃນປີຜ່ານມາ, ຕະຫຼາດດັ່ງກ່າວມີການນຳເຂົ້າສິນຄ້າກະເສດ 15% ຈາກປະເທດໄທ ແລະ 15% ຈາກປະເທດຫວຽດນາມເພື່ອຈຳໜ່າຍ ໃນຂະນະທີ່ສິນຄ້າຈຳນວນໜຶ່ງກໍມາຈາກຕ່າງແຂວງ.ສິນຄ້າທີ່ນຳເຂົ້າສ່ວນໃຫຍ່ລວມມີ ໝາກເລັ່ນ, ໝາກເຂືອ, ໝາດເຜັດ, ໝາກນາວ, ຜັກບົ່ວ, ຜັກທຽມ, ໝາກໄມ້ ແລະ ຜັກຕ່າງໆ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/lao-markets-eyeing-more-agricultural-imports-100348
ທີມງານທີ່ມີປະສົບການຈະຊ່ວຍພັດທະນາຂະແໜງຂຸດຄົ້ນບໍ່ແຮ່ໃນລາວແບບຍືນຍົງ
ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ປະກອບການ ແລະ ໜ່ວຍທຸລະກິດໃນລາວສາມາດໃຊ້ບໍລິການຈາກບໍລິສັດອໍຕັສ໌ມາຍນິ້ງລາວ ໃນການພັດທະນາໂຄງການຂຸດຄົ້ນບໍ່ແຮ່.ບໍລິສັດອໍຕັສ໌ມາຍນິ້ງລາວ ສາຂາຂອງບໍລິສັດ Ortus Mining Capital, ກ່າວຜ່ານໜັງສືພິມວຽງຈັນທາມສ໌ວ່າ ທາງບໍລິສັດມີຈຸດປະສົງໃນການພັດທະນາການສຳປະທານບໍ່ແຮ່ໃນລາວ. ບໍລິສັດມີຄວາມສົນໃຈໃນການຮ່ວມມືກັບເຈົ້າຂອງໂຄງການບໍ່ແຮ່ຕ່າງໆ ແລະ ລັດຖະບານລາວ ເພື່ອພັດທະນາການສຳປະທານບໍ່ແຮ່ທີ່ມີທ່າແຮງສູງ ເຊິ່ງຕົ້ນຕໍແມ່ນບໍ່ທອງແດງ ແລະ ບໍ່ຄຳ.ອ່ານຕໍ່ ...
ໂຕະຂ່າວ
“ຈຳປາບານ” ໄດ້ຮັບລາງວັນຮູບເງົາດີເດັ່ນ ໃນບຸນມະໂຫລານຮູບເງົາສາກົນໄມອາມີ
(ຂປລ) “ຈຳປາບານ” ຮູບເງົາລາວ-ຈີນເລື່ອງທຳອິດ ໄດ້ຮັບລາງວັນຮູບເງົາທີ່ສ້າງຈາກການຮ່ວມມືດີເດັ່ນ ທີ່ງານບຸນມະໂຫລານຮູບເງົາສາກົນໄມອາມີ ເຊິ່ງຈັດຂຶ້ນຢູ່ອາເມລິກາ ແຕ່ວັນທີ 4-7 ມິຖຸນາ 2018.ອ່ານຕໍ່ ...
ສຸກທະວີ ເທບພະວົງ
ງານຕະຫຼາດນັດຫັດຖະກຳລາວ ມີເປົ້າໝາຍແນໃສ່ຕະຫຼາດນັກທ່ອງທ່ຽວ
ວຽງຈັນ (ວຽງຈັນທາມສ໌/ANN) – ຫົວໜ່ວຍທຸລະກິດຫັດຖະກຳ 200 ກວ່າຮ້ານຈາກທົ່ວປະເທດ ເຂົ້າຮ່ວມວາງສະແດງຜະລິດຕະພັນພື້ນເມືອງ ແລະ ຮ່ວມສະໄໝຫຼາຍຮູບແບບ ໃນງານຕະຫຼາດນັດຫັດຖະກຳລາວ ນະຄອນຫຼວງວຽງຈັນ.ງານຕະຫຼາດນັດໄລຍະ 9 ວັນ ພາຍໃຕ້ຫົວຂໍ້ “ສົ່ງເສີມຫັດຖະກຳລາວຜ່ານການທ່ອງທ່ຽວ” ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນອັງຄານນີ້, ເຊິ່ງຮ່ວມຈັດຕັ້ງໂດຍ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະມາຄົມຫັດຖະກຳລາວ.ອ່ານຕໍ່ ...
ໂຕະຂ່າວ
ການປ່ຽນແປງຂອງສະພາບອາກາດສ້າງໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ
ການປ່ຽນແປງຂອງສະພາບອາກາດກຳລັງສ້າງໄພຂົ່ມຂູ່ຕໍ່ການຜະລິດກະສິກຳ ແລະ ສ້າງສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ຄວາມພະຍາຍາມຂອງລາວ ແລະ ບັນດາປະເທດໃນທົ່ວໂລກ ໃນການສ້າງຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກ, ຕາມການລາຍງານຂອງເຈົ້າໜ້າທີ່ການນຳ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ລັດຖະບານສົ່ງເສີມໂຄງການເຂື່ອນໄຟຟາທີ່ເປັນມິດຕໍ່ສິ່ງແວດລ້ອມ
ວຽງຈັນ (ວຽງຈັນທາມສ໌/ANN) — ລັດຖະບານສົ່ງເສີມການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກທີ່ເປັນມິດຕໍ່ສະພາບແວດລ້ອມ ເພື່ອຮັບປະກັນນະໂຍບາຍການຂະຫຍາຍຕົວສີຂຽວ ແລະ ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ຕາມເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ.“ລັດຖະບານສະໜັບສະໜູນສົ່ງເສີມໂຄງການເຂື່ອນໄຟຟ້າທີ່ເປັນມິດຕໍ່ສິ່ງແວດລ້ອມ,” ທ່ານນາງ ບຸນຄຳ ວໍລະຈິດ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່າວໃນວັນທີ 5 ພະຈິກທີ່ຜ່ານມາ.“ດັ່ງນັ້ນ ໂຄງການພັດທະນາທັງໝົດຕ້ອງດຳເນີນການສຶກສາໃຫ້ເລິກເຊິ່ງ ເພື່ອປະເມີນ ແລະ ຫຼີກລ່ຽງຜົນກະທົບຕໍ່ສະພາບແວດລ້ອມ ແລະ ຊຸມຊົນທ້ອງຖິ່ນ.”ອ່ານຕໍ່ ...
ເອກະພອນ ພູທອນສີ
ລາວເລັ່ງຄວາມພະຍາຍາມໃນການສ້າງຄວາມສະດວກດ້ານການຄ້າ: ຮອງນາຍົກ
ວຽງຈັນ (ວຽງຈັນທາມສ໌ໍໍໍ/ANN) – ລາວຕ້ອງການການຮ່ວມມີຢ່າງຈິງຈັງຈາກທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອສົ່ງເສີມມາດຕະການສຳຄັນເພື່ອການເພີ່ມອັນດັບຄວາມສະດວກໃນການດຳເນີນທຸລະກິດຂອງປະເທດ ຫຼັງຈາກທີ່ລັດຖະບານບໍ່ສາມາດບັນລຸຕາມຄາດໝາຍທີ່ວາງໄວ້.ໃນປີຜ່ານມາ, ລັດຖະບານໄດ້ພະຍາຍາມເພີ່ມອັນດັບຂອງປະເທດ ໃນການປະເມີນຄວາມສະດວກໃນການເຮັດທຸລະກິດໂລກ. ແຕ່ວ່າລາວພັດຕົກອັນດັບລົງຫຼາຍ, ຈາກທີ່ເຄີຍເປັນອັນດັບທີ່ 141 ຂອງໂລກໃນປີ 2018, ແຕ່ມາປີນີ້ພັດຕົກລົງມາເປັນທີ 154 ໃນຈຳນວນ 190 ປະເທດທົ່ວໂລກ.ອ່ານຕໍ່ ...
ໂຕະຂ່າວ
ພັນທະບັດຂອງລັດຖະບານຈະເປີດຂາຍໃນຕະຫຼາດຫຸ້ນລາວໃນໃວໆນີ້
ລັດຖະບານລາວພວມຢູ່ໃນຂັ້ນຕອນການກະກຽມເອກະສານ, ມາດຕະການ ແລະ ໂຄງສ້າງດ້ານລະບຽບກົດໝາຍ ເພື່ອຂຶ້ນທະບຽນພັນທະບັດຂອງລັດຖະບານໃນຕະຫຼາດຫຸ້ນລາວ (ຕະຫຼາດຫຼັກຊັບລາວ – LSX).ອ່ານຕໍ່ ...
ເດິລາວທຽນທາມສ໌
ບຸນປະເພນີປີໃໝ່ລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ປີເກົ່າກຳລັງຈະຜ່ານພົ້ນໄປ ແລະ ປີໃໝ່ກຳລັງຈະກ້າວເຂົ້າມາສຳລັບຄົນລາວ ເຊິ່ງກຳລັງກະກຽມສະເຫຼີມສະຫຼອງບຸນປະເພນີປີໃໝ່ລາວ ທີ່ກຳລັງຈະວຽນມາບັນຈົບຄົບຮອບ ໃນວັນທີ 14-16 ເມສານີ້.ປີໃໝ່ລາວອາດຖືໄດ້ວ່າເປັນງານປະເພນີປະຈຳປີທີ່ຍິ່ງໃຫຍ່ ແລະ ສຳຄັນທີ່ສຸດຕາມປະຕິທິນພຸດທະສັກກະຫຼາດຂອງລາວ. ເຊິ່ງເປັນເວລາແຫ່ງຄວາມມ່ວນຊື່ນ ແລະ ການສະເຫຼີມສະຫຼອງ, ແລະຍັງເປັນເວລາຂອງຄອບຄົວໃນການອວຍໄຊໃຫ້ພອນໃນວາລະຖີປີໃໝ່ທີ່ຈະມາເຖິງ.ອ່ານຕໍ່ ...
ວິສິດ ເທບພະລັດ
ການບິນລາວເປີດຖ້ຽວບີນໄປນະຄອນພະນົມເປັນຄືນ
ວຽງຈັນ, 29 ພຶດສະພາ 2019: ການບິນລາວຢືນຢັນວ່າ ຈະກັບມາໃຫ້ບໍລິການຖ້ຽວບິນໂດຍກົງລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນພະນົມເປັນຂອງກຳປູເຈຍ.ສາຍການບິນລາວຈະໃຫ້ບໍລິການຖ້ຽວບິນລາຍວັນໃນການເດີນທາງລະຫວ່າງສອງນະຄອນ ເຊິ່ງຄາດວ່າຈະເລີ່ມຕົ້ນໃນແຜນການບິນລະດູແລ້ງໃນເດືອນຕຸລານີ້.ປະຈຸບັນ ສາຍການບິນລາວໄດ້ໃຫ້ບໍລິການຖ້ຽວບິນລາຍວັນໄປພະນົມເປັນ ແຕ່ວ່າສາຍການບິນຫວຽດນາມເປັນຜູ້ດຳເນີນຖ້ຽວບິນພາຍໃຕ້ຂໍ້ຕົກລົງຮ່ວມລະຫັດ ໃນອັດຕາຄ່າບໍລິການໄປກັບ USD 245 ໂດລາຕໍ່ຄົນ.ອ່ານຕໍ່ ...
ທີມ TTR WEEKLY
ລາວ, ໄທ ຫາລືການຂະຫຍາຍການຮ່ວມມື ICT
ຜູ້ຕາງໜ້າລັດຖະບານລາວ ແລະ ໄທ ໄດ້ປະຊຸມທີ່ວຽງຈັນ ໃນວັນສຸກຜ່ານມາ ເພື່ອທົບທວນ ແລະ ຫາລືການພັດທະນາຂະແໜງການເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ແລະ ນະວັດຕະກຳດິຈິຕອລ.ອ່ານຕໍ່ ...
ວຽງຈັນທາມສ໌
ລະວັງອາກາດເປັນພິດເພີ່ມສູງສາມເທົ່າ: ນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆປະສົບວິກິດຝຸ່ນຄວັນຈາກການຈູດເຜົາໃນພາກພື້ນ
ມີຫຍັງແດ່ຢູ່ໃນອາກາດທີ່ເຮົາຫາຍໃຈ? ຊາວນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆປະສົບສະພາບທ້ອງຟ້າມົວ ແລະ ຄຸນນະພາບອາກາດທີ່ເສື່ອມໂຊມ ຈົນຕ້ອງນຳໃຊ້ຜ້າອັດປາກ, ເຄື່ອງກອງອາກາດ ແລະ ອຸປະກອນວັດແທກຄຸນນະພາບອາກາດ.ສິ່ງທີ່ກວດພົບແມ່ນເປັນໜ້າຢ້ານກົວ ແລະ ກັງວົນຢ່າງຍິ່ງ. ຄຸນນະພາບອາກາດໃນປະເທດລາວສ່ວນໃຫຍ່ ແລະ ພາກເໜືອຂອງໄທ ພວມປະສົບກັບປະລິມານຝຸ່ນລະອອງໃນອາກາດທີ່ສູງ ເຊິ່ງເປັນອັນຕະລາຍຕໍ່ທັດສະນາການເບິ່ງເຫັນດ້ວຍຕາເປົ່າ ແລະ ການຫາຍໃຈໃນນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆ. ບັນຫາສະພາບອາກາດ ແລະ ຄວາມດັນອາກາດທີ່ມີປະລິມານເພີ່ມຂຶ້ນດັ່ງກ່າວແມ່ນເກີດມາຈາກຫຼາຍປັດໃຈ ເຊັ່ນການປ່ອຍອາຍພິດໃນປະເທດ ແລະ ຂ້າມປະເທດ ເຮັດໃຫ້ສະພາບການທີ່ບໍ່ມີຊາຍແດນດັ່ງກ່າວຍິ່ງຮ້າຍແຮງ.ອ່ານຕໍ່ ...
The Laotian Times
ກະຊວງອອກລະບຽບຄຸ້ມຄອງການເຄື່ອນໄຫວກ່ຽວກັບສັດປ່າ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງໄດ້ອອກແນວທາງໃໝ່ເພື່ອຄຸ້ມຄອງການສ້າງ ແລະ ການເຄື່ອນໄຫວສວນສັດ, ຟາມສັດປ່າ ແລະ ການຊື້ຂາຍສັດ ແລະ ພືດປ່າຈຳນວນໜຶ່ງ.ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ໄດ້ອອກທິດຊີ້ນຳໃໝ່ໃນຂໍ້ຕົກລົງເລກທີ 0188 ວ່າດ້ວຍການສ້າງ ແລະ ຄຸ້ມຄອງສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນສັດປ່າ ແລະ ສວນພືດປ່າ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌