ການຂ້າມຜ່ານການປາບປາມຂອງລັດຖະບານກ່ຽວກັບສື່ສັງຄົມອອນລາຍໃນລາວ

ວຽງຈັນ, ລາວ – ພາຍໃນຫ້ອງບັນຍາຍທີ່ເຕັມອັດທີ່ສູນອາເມລິກາ ນະຄອນຫຼວງວຽງຈັນ,  ນັກສຶກສາມະຫາວິທະຍາໄລແຫ່ງຊາດ 60 ຄົນ ໄດ້ນັ່ງເຕົ້າໂຮມກັນຢູ່ຕໍ່ໜ້າແຜ່ນໂປສ໌ເຕີ ເຊິ່ງສະແດງຄຳຂວັນທີ່ເປັນແຮງບັນດານໃຈຂອງຕົວເດັ່ນຊາວອາເມລິກາ ມາຕິນ ລູເທີຄິງ ຈູເນຍ, ມາຢາ ແອັງເຈລູ ແລະ ສະຕິບ ຈ໊ອບ.

ຢູ່ໜ້າກະດານໜ້າຫ້ອງ, ແກ້ວຊົມພູ ສັກດາວັນ ນັກຂ່າວວຽງຈັນທາມສ໌ ໄດ້ລິເລີ່ມກິດຈະກຳພາຍໃຕ້ການສະໜັບສະໜູນຂອງສະຖານທູດອາເມລິກາ ໃນຫົວຂໍ້ ວິທີການສັງເກດຂ່າວປອມ ດ້ວຍການເຜີຍແຜ່ທາງສື່ Facebook Live ຈາກເດີ່ນຫຍ້ານອກຫ້ອງບັນຍາຍ.

ອ່ານຕໍ່…

ອະດາມ ເບັມມາ