ມູນຄ່າການສົ່ງອອກ-ນຳເຂົ້າປີ 2018 ແຕະລະດັບ US$679ລ້ານ
ວຽງຈັນ (ວຽງຈັນທາມສ໌/ANN) – ມູນຄ່າການສົ່ງອອກ ແລະ ນຳເຂົ້າສິນຄ້າຈາກເຂດເສດຖະກິດພິເສດ ແລະ ສະເພາະ (SEZs) ໃນລາວມີປະມານ US$679 ລ້ານໂດລາໃນປີ 2018.ໃນນັ້ນມູນຄ່າການນຳເຂົ້າສິນຄ້າມີເຖິງ US$430 ລ້ານໂດລາ, ສ່ວນມູນຄ່າການສົ່ງອອກແມ່ນຢູ່ທີ່ US$249 ລ້ານໂດລາ.ອ່ານຕໍ່ ...
ໂຕະຂ່າວ
FEATURE: ອາຫານຂຶ້ນຊື່ຈາກເມືອງຊະນະຄາມກຳລັງເປັນທີ່ນິຍົມ
ຊະນະຄາມ, ລາວ (ວຽງຈັນທາມສ໌/ANN) – ເມືອງຊະນະຄາມ ແຂວງໄຊຍະບູລີ ແມ່ນຂຶ້ນຊື່ວ່າມີດິນປູກຝັງທີ່ງາມ ແລະ ອຸດົມສົມບູນ ແລະ ມີໝາກກ້ວຍ, ໝາກຂາມ, ໝາກນັດ ແລະ ໝາກພ້າວທີ່ມີຄຸນນະພາບເປັນອັນດັບໜຶ່ງມາຫຼາຍປີ.ຜະລິດຕະພັນປຸງແຕ່ງຈາກໝາກໄມ້ທີ່ປູກໃນທ້ອງຖິ່ນ ນັ້ນກໍຄືໝາກໄມ້ກວນ ພວມກຳລັງເປັນທີ່ນິຍົມ ແລະ ຄວາມຫຼາກຫຼາຍດ້ານຮູບແບບກໍຖືວ່າເປັນຂອງຕ້ອນທີ່ເປັນທີ່ນິຍົມ ສຳລັບນັກທ່ອງທ່ຽວ ແລະ ຜູ້ທີ່ມາຢ້ຽມຢາມພື້ນທີ່ດັ່ງກ່າວ.ອ່ານຕໍ່ ...
ສຸກສະໄໝ ບູລົມ
ລັດຖະບານທົດລອງຊຳລະພາສີແບບປະຕູດຽວສຳລັບຍານພາຫະນະ
ລັດຖະບານໄດ້ທຳການທົດລອງໂຄງການປະຕູດຽວແຫ່ງຊາດລາວ (LNSW) ທີ່ດ່ານຊາຍແດນສາກົນ ເພື່ອເພີ່ມຄວາມໄວໃນການຊຳລະພາສີຍານພາຫະນະ ແລະ ເຊື່ອມໂຍງປະເທດລາວເຂົ້າກັບລະບົບປະຕູດຽວຂອງອາຊຽນ. ກົມພາສີ ກະຊວງການເງິນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ໃນອາທິດທີ່ຜ່ານມາ ເພື່ອຮ່ວມມືກັນຈັດຕັ້ງປະຕິບັດຂະບວນການດັ່ງກ່າວ.ອ່ານຕໍ່ ...
ສົມສັກ ພົງຂາວ
ກະຊວງສາທາເນັ້ນເຖິງຄວາມຈຳເປັນໃນການປິ່ນປົວພະຍາດໄຂ້ເລືອດອອກໃຫ້ຖືກວິທີ
ເຈົ້າໜ້າທີ່ສາທາລະນະສຸກ ແລະ ພະນັກງານການແພດໄດ້ຮັບຄຳແນະນຳ ເພື່ອຮັບປະກັນວ່າຄົນເຈັບພະຍາດໄຂ້ເລືອດອອກທັງໝົດຈະໄດ້ຮັບຕິດຕາມການປິ່ນປົວຕາມແຜນທີ່ກຳນົດໂດຍແພດຢ່າງໃກ້ຊິດ ເພື່ອຮັບປະກັນການຟື້ນຕົວຈາກການເຈັບປ່ວຍ.ທ່ານ ສຈ.ດຣ ຄຳເປ ພົງສະຫວັນ ປະທານສະມາຄົມແພດເດັກລາວ ແລະ ສະມາຊິກທິມສະກັດກັ້ນ ແລະ ຄວບຄຸມໄຂ້ເລືອດອອກ ກະຊວງສາທາລະນະສຸກ ໄດ້ກ່າວໂອ້ລົມຜ່ານສື່ມວນຊົນໃນວັນເສົາຜ່ານມາກ່ຽວກັບການປິ່ນປົວພະຍາດໄຂ້ເລືອດອອກ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ເຈົ້າໜ້າທີ່ແຮງງານນະຄອນຫຼວງວຽງຈັນຫາລືກ່ຽວກັບລະບຽບການສຳລັບຜູ້ອອກແຮງງານຕ່າງປະເທດ
ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງນະຄອນຫຼວງວຽງຈັນໄດ້ອອກຄຳສັ່ງໃຫ້ຫ້ອງການປົກຄອງເມືອງທຸກແຫ່ງ ຂຶ້ນທະບຽນຜູ້ອອກແຮງງານຕ່າງປະເທດ ແລະ ອອກໃບອະນຸຍາດອອກແຮງງານໃຫ້ແກ່ພວກເຂົາ ເພື່ອຮັບປະກັນການປະຕິບັດໃຫ້ສອດຄ່ອງຕາມລະບຽບການໃນການຊອກຫາວຽກເຮັດງານທຳໃນລາວ.ເຈົ້າໜ້າທີ່ແຮງງານໄດ້ຈັດກອງປະຊຸມຢູ່ນະຄອນຫຼວງວຽງຈັນ ໃນວັນສຸກທີ່ຜ່ານມາ ເພື່ອຫາລືກ່ຽວກັບການຂຶ້ນທະບຽນຜູ້ອອກແຮງງານຕ່າງປະເທດ ແລະ ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາດັ່ງກ່າວ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
http://annx.asianews.network/content/vientiane-labour-officials-mull-foreign-worker-regulation-99722
ຫຼວງພະບາງເປັນທີ່ສົນໃຈຂອງນັກທ່ອງທ່ຽວຈີນຫຼາຍຂຶ້ນ
ຫຼວງພະບາງ, ລາວ (ວຽງຈັນທາມສ໌/ANN) – ເຖິງຈະເປັນເມືອງທີ່ນ້ອຍ, ເມືອງມໍລະດົກໂລກຫຼວງພະບາງ ເຊິ່ງຕັ້ງຢູ່ລະຫວ່າງແມ່ນ້ຳຄານ ແລະ ແມ່ນ້ຳຂອງ ກໍກຳລັງກາຍເປັນທີ່ນິຍົມໃນກຸ່ມນັກທ່ອງທ່ຽວຈີນຢ່າງວ່ອງໄວ.ກະແສຄວາມນິຍົມທີ່ເພີ່ມຂຶ້ນດັ່ງກ່າວໄດ້ເຮັດໃຫ້ເຈົ້າຂອງໂຮງແຮມ, ຣີສອດ ແລະ ຮ້ານອາຫານຕ່າງໆຕ້ອງປັບຕົວເລັກນ້ອຍດ້ານການສື່ສານ ເມື່ອນັກທ່ອງທ່ຽວຈີນທີ່ເຂົ້າມາສ່ວນໃຫຍ່ ສາມາດສື່ສານພຽງແຕ່ເປັນພາສາຈີນເທົ່ານັ້ນ.ອ່ານຕໍ່ ...
ໂຕະຂ່າວ
ເຂື່ອນໄຟຟ້ານ້ຳງື່ມ 1 ເລິ່ມຈັດຕັ້ງການກໍ່ສ້າງປັບປຸງຂະຫຍາຍໃຫມ່
ເຂື່ອນບ່ອນເກົ່າໄດ້ຖືກຂະຫຍາຍອອກຕື່ມໄປຂ້າງນອກພ້ອມກັບການກໍ່ສ້າງເຂື່ອນໄຟຟ້າແຫ່ງໃຫມ່ທີ່ມີກໍາລັງຕິດຕັ້ງ 40 ເມກາວັດ. ປະຈຸບັນ, ອຸປະກອນໄຟຟ້າ ແລະ ກົນຈັກມີກຳລັງຕິດຕັ້ງທັງໝົດ 275 ເມກາວັດ. ພິທີດັ່ງກ່າວ ເລີ່ມປະຕິບັດການຈັດຕັ້ງຂະຫຍາຍໂຄງການໂດຍ ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ທ່ານ Kenichi Kobayashi ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳລາວ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.ອ່ານເພິ່ມເຕີມ ...
ມະນີພອນ ວົງພະຈັນ
ກວ່າ 1 ໃນ 20 ຂອງຊາວໜຸ່ມຍິງ ບໍ່ມີໂອກາດເຂົ້າໂຮງຮຽນ
(ຂປລ) ຕາມບົດຄົ້ນຄວ້າຂອງສະຫະປະຊາຊາດ, ຫຼາຍກວ່າ 1 ໃນ 20 ຂອງແມ່ຍິງໜຸ່ມນ້ອຍບໍ່ມີໂອກາດເຂົ້າໂຮງຮຽນ ແລະ 1 ໃນ 5 ຈຳຕ້ອງລາອອກຈາກໂຮງຮຽນ. ໃນການຄົ້ນຄວ້າເຊິ່ງດຳເນີນໂດຍກອງທຶນສະຫະປະຊາຊາດເພື່ອປະຊາກອນ ພົບວ່າເກືອບ 2 ໃນ 10 ຂອງເດັກຍິງອາຍຸແຕ່ 15-19 ປີໄດ້ແຕ່ງງານ ແລະ ຫຼາຍກວ່າ 1 ໃນ 10 ຂອງເດັກຍິງອາຍຸແຕ່ 15-19 ໄດ້ເລີ່ມລ້ຽງລູກ.ອ່ານຕໍ່ ...
ຂປລ
ບໍລິສັດຈີນສົນໃຈຍົກລະດັບສະໜາມບິນຢູ່ຊຽງຂວາງ
ການນຳແຂວງຊຽງຂວາງກ່າວໃນວັນພະຫັດຜ່ານມາວ່າ ບໍລິສັດສຳຫຼາດຂອງຈີນມີຄວາມສົນໃຈໃນການຍົກລະດັບສະໜາມບິນແຂວງຊຽງຂວາງ ເພື່ອຈຸດປະສົງສ້າງເປັນສູນກາງສຳລັບການບໍລິການຂົນສົ່ງທາງອາກາດ. ການພັດທະນາສະໜາມບິນແມ່ນປັດໃຈສຳຄັນໃນການໃຫ້ບໍລິການ ເພື່ອຮອງຮັບການຂະຫຍາຍຕົວຂອງອຸດສາຫະກຳການທ່ອງທ່ຽວ ຖ້າອົງການຢູແນັສໂກອະນຸມັດຂໍ້ສະເໜີຂອງລາວ ໃນການປະກາດໃຫ້ທົ່ງໃຫຫີນບູຮານເປັນພື້ນທີ່ມໍລະດົກໂລກ.ອ່ານຕໍ່ ...
ວຽງຈັນທາມສ໌
ຊ່ຽວຊານຖ້ຳສະໜັບສະໜູນ ການສະເໜີກໍລະນີຫີນໜາມໜໍ່ ເປັນມໍລະດົກໂລກ
ວຽງຈັນ (ວຽງຈັນທາມສ໌/ANN) – ຊ່ຽວຊານຖ້ຳຈາກສະຫະລາດຊະອານາຈັກ ແລະ ຫວຽດນາມ ໄດ້ລາຍງານຜົນການສຳຫຼວດ ຕໍ່ອຳນາດການປົກຄອທ້ອງຖິ່ນ ເພື່ອຍົກລະດັບປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ເມືອງບົວລະພາ ແຂວງຄຳມ່ວນ ໃຫ້ໄດ້ຮັບການແຕ່ງຕັ້ງເປັນມໍລະດົກໂລກ.ປະຈຸບັນ ລັດຖະບານກຳລັງດຳເນີນການກະກຽມເອກະສານ ເພື່ອຍື່ນສະເໜີໃຫ້ອົງການ UNESCO ຮັບຮອງເອົາ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກ.ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ
http://annx.asianews.network/content/cave-experts-enhance-hin-nam-no-world-heritage-case-103888
ຄັດເລືອກສາມບໍລິສັດກໍ່ສ້າງທາງດ່ວນວຽງຈັນ
ສາມບໍລິສັດໄດ້ຖືກຄັດເລືອກໃຫ້ດຳເນີນການກໍ່ສ້າງເສັ້ນທາງດ່ວນເຊື່ອມຕໍ່ໃຈກາງນະຄອນຫຼວງວຽງຈັນຫາເຂດຊານເມືອງ ເພື່ອຈຸດປະສົງຫຼຸດຜ່ອນຄວາມຄັບຄາໜາແໜ້ນໃນການຈໍລະຈອນໃນເຂດຕົວເມືອງ. ເສັ້ນທາງດ່ວນເຊິ່ງມີໄລຍະທາງ 15 ກມ ດັ່ງກ່າວ ແມ່ນເລີ່ມຕົ້ນແຕ່ບໍລິເວນສູນການຄ້າລາວໄອເຕັກ ເມືອງໄຊເສດຖາ ໄປຫາບ້ານດົງໝາກຄາຍ ເມືອງໄຊທານີ. ເສັ້ນທາດັ່ງກ່າວເປັນຈະສ້າງເປັນຖະໜົນສີ່ເລນ, ກວ້າງ 54 ແມັດ, ຕັດຂະໜານໄປຕາມຖະໜົນໄກສອນພົມວິຫານ.ອ່ານຕໍ່ ...
ວຽງຈັນທາມສ໌
ອົດສະຕຣາລີ ສົ່ງເສີມການເກັບກູ້ະເບີດໃນພື້ນທີ່ປະສົບໄພນ້ຳຖ້ວມແຂວງອັດຕະປື
(ຂປລ) ວັນທີ 12 ທັນວານີ້ ລັດຖະບານອົດສະຕຣາລີໄດ້ລົງນາມຢ່າງເປັນທາງການ ໃນຂໍ້ຕົກລົງກັບອົງການ ຢູເອັນດີພີ ກ່ຽວກັບການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (ລບຕ) ທີ່ເມືອງສະໜາມໄຊ ເພື່ອຮັບປະກັນຄວາມປອດໄພສຳລັບຊຸມຊົນທີ່ຕ້ອງຍົກຍ້າຍທີ່ຢູ່ອາໄສເນື່ອງຈາກໄພນ້ຳຖ້ວມໃນປີນີ້. ອົດສະຕຣາລີ ໄດ້ມອບທຶນຊ່ວຍເຫຼືອ 200,000 ໂດລາອົດສະຕຣາລີ ໂດຍຜ່ານອົງການ ຢູເອັນດີພີ ໃຫ້ແກ່ລັດຖະບານລາວ ເພື່ອດຳເນີນການປະຕິບັດການເກັບກູ້ ລບຕ ທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...
ບັນນາທິການ ຂປລ
ເຊກອງກະກຽມການບໍລິການນັກທ່ອງທ່ຽວ
ອຳນາດການປົກຄອງແຂວງເຊກອງພວມມີການຕໍ່ເຕີມ ແລະ ປັບປຸງສູນບໍລິການນັກທ່ອງທ່ຽວ ເພື່ອອຳນວຍຄວາມສະດວກໃຫ້ແກ່ການເຂົ້າເຖິງ ແລະ ສ້າງຄວາມດື່ມດ່ຳກັບປະສົບການທ່ອງທ່ຽວໃຫ້ຫຼາຍຂຶ້ນ.ທ່ານ ບຸນທອງ ສີດອນຄົງ ພະນັກງານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ເປີດເຜີຍຜ່ານວຽງຈັນທາມສ໌ ວານນີ້ວ່າ ອຳນາດການປົກຄອງໄດ້ມີການກະກຽມຫຼາຍຢ່າງ ເພື່ອຕ້ອນຮັບກະແສນັກທ່ອງທ່ຽວທີ່ຄາດວ່າຈະເຂົ້າມາຢ້ຽຢາມເນື່ອງໃນປີທ່ອງທ່ຽວລາວ-ຈີນ 2019.ອ່ານຕໍ່ ...
ສີລັດດາ ສຸລິຍົງ
ພັນທະບັດລັດຖະບານມີການວາງຈຳໜ່າຍໃນຕະຫຼາດຫຼັກຊັບລາວ LSX
ວຽງຈັນ (ວຽງຈັນທາມສ໌/ANN) – ພັນທະບັດລັດຖະບານໄດ້ມີການວາງຈຳໜ່າຍໃນຕະຫຼາດຫຼັກຊັບລາວ LSX ແຕ່ວັນທີ 25 ມີນາ ເຖິງ 5 ເມສາ, ເຊິ່ງຈະມີການຈ່າຍດອກເບ້ຍສອງຄັ້ງຕໍ່ປີ.ພັນທະບັດດັ່ງກ່າວແບ່ງເປັນຫຼາຍໄລຍະການຄອບຄອງຕ່າງກັນ, ຕົວຢ່າງ ໄລຍະໜຶ່ງປີ, ສາມປີ,ຫ້າປີ ແລະ ເຈັດປີ. ມູນຄ່າສະເໜີຂາຍແມ່ນ 1,000,000 ກີບຕໍ່ຫົວໜ່ວຍ.ອ່ານຕໍ່ ...
ໂຕະຂ່າວ
ກົດໝາຍແຕ່ງງານສະບັບດັດແກ້ເຮັດໃຫ້ຂັ້ນຕອນການແຕ່ງງານລະຫວ່າງຕ່າງຊາດກັບຄົນລາວງ່າຍຂຶ້ນ
ການດັດແກ້ກົດໝາຍວ່າດ້ວຍການຈົດທະບຽນຄອບຄົວຜ່ານສະພາແຫ່ງຊາດ ຈະຊ່ວຍອຳນວຍຄວາມສະດວກ ແລະຄຸ້ມຄອງການແຕ່ງງານລະຫວ່າງຄົນລາວ ແລະ ຕ່າງປະເທດ ກໍຄືວຽກງານການຈົດທະບຽນຄອບຄົວໂດຍລວມ. ໃນນຳສະເໜີຮ່າງກົດໝາຍດັ່ງກ່າວໃນກອງປະຊຸມສະພາແຫ່ງຊາດສະໄໝສາມັນ ທ່ານຄຳໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ ກ່າວວ່າກົດໝາຍສະບັບປະກາດໃຊ້ແຕ່ປີ 2009 ນັ້ນແມ່ນຍັງບໍ່ມີລັກສະນະຮັດກຸມ ແລະ ຊັດເຈນພຽງພໍອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ລັດຖະມົນຕີສາທາຊຸກຍູ້ນະໂຍບາຍສຳລັບນັກສຶກສາແພດທີ່ຈົບໃໝ່
ລາວຕ້ອງການນະໂຍບາຍສະເພາະເພື່ອສົ່ງເສີມໂອກາດສຳລັບນັກສຶກສາແພດຈົບໃໝ່ທີ່ດີເດັ່ນ, ທ່ານ (ຮສ ດຣ) ບຸນກອງ ສີຫາວົງແນະນຳຊ່ຽວຊານໃນຂະແໜງສາທາ.ທ່ານລັດຖະມົນຕີກ່າວວ່ານະໂຍບາຍໃໝ່ຈະຕ້ອງຮັບປະກັນຕຳແໜ່ງງານໃນລະບົບໂກຕາ ເພື່ອຮັບປະກັນຊ່ອງທາງໃນການປະກອບອາຊີບສຳລັບນັກສຶກສາແພດທີ່ຮຽນຈົບໃໝ່ ເຊິ່ງເປັນສ່ວນໜຶ່ງຂອງການປະຕິຮູບການພັດທະນາຊັບພະຍາກອນມະນຸດຂອງຂະແໜງການ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ສະພາແຫ່ງຊາດອະນຸມັດແຜນແມ່ບົດການນຳໃຊ້ທີ່ດິນ
ສະພາແຫ່ງຊາດໄດ້ອະນຸມັດແຜນແມ່ບົດເພື່ອຈັດສັນທີ່ດິນທົ່ວປະເທດ, ເຊິ່ງກຳນົດປະເພດທີ່ດິນຕ່າງໆທີ່ຕ້ອງຈັດສັນແຕ່ນີ້ເຖິງປີ 2030. ແຜນແມ່ບົດ ທີ່ມີການຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງນິຕິບັນຍັດສະພາແຫ່ງຊາດຊຸດທີ 8 ໄດ້ເນັ້ນຄວາມຈຳເປັນໃນການເພີ່ມທະວີເນື້ອທີ່ປ່າໄມ້ໃຫ້ໄດ້ 70 ເປີເຊັນຂອງພື້ນທີ່ທົ່ວປະເທດ, ສ່ວນອີກ 30 ເປີເຊັນແມ່ນຈັດສັນເພື່ອກິດຈະກຳການພັດທະນາ.ອ່ານຕໍ່ ...
ສົມສັກ ພົງຂາວ
ອົງການ FAO ສົ່ງເສີມການປັບປຸງລ້ຽງສັດປີກຂອງຊາວກະສິກອນແຂວງຫຼວງພະບາງ
(ຂປລ) ກອງປະຊຸມໄລຍະສອງວັນເພື່ອປະເມີນຜົນ ແລະ ແລກປ່ຽນຂໍ້ສະຫຼຸບ, ຖອດຖອນບົດຮຽນ ແລະ ການສ້າງຄວາມຍືນຍົງຕໍ່ຜົນສຳເລັດຂອງໂຄງການ “ບໍລິຫານຄວາມສ່ຽງຕາມຕ່ອງໂສ້ການລ້ຽງ ແລະ ການຕະຫຼາດສັດປີກແຂວງຫຼວງພະບາງ” ໄດ້ສຸມໃສ່ການສ້າງຍຸດທະສາດ ເພື່ອປັບປຸງຄວາມປອດໄພ ແລະ ສຸຂະພາບຂອງການລ້ຽງໄກ່ ບວກກັບການເພີ່ມທະວີຄວາມເຂັ້ມແຂງໃຫ້ແກ່ການລ້ຽງສັດປີກຢູ່ແຂວງຫຼວງພະບາງ.ອ່ານຕໍ່ ...
ໂຕະຂ່າວ ຂປລ
ໂຄງການບູລະນະຖະໜົນຕ້ອງໃຊ້ງົບ 1,200 ພັນຕື້ກີບ
(ຂປລ) ກົມຂົວທາງກ່າວວ່າຕ້ອງໃຊ້ງົບປະມານ 1,200 ພັນຕື້ກີບ ໃນການຈັດຕັ້ງປະຕິບັດ 20 ໂຄງການ ແລະ 148 ສັນຍາຮັບເໝົາໃນການກໍ່ສ້າງ ແລະ ບູລະນະຖະໜົນຫົນທາງໃນທົ່ວປະເທດ.ໃນຈຳນວນງົບປະມານດັ່ງກ່າວ, 896 ຕື້ກີບແມ່ນຈະໃຊ້ໃນການບູລະນະ ແລະ ສ້ອມແປງຖະໜົນ, 251 ຕື້ ແມ່ນສຳລັບຍົກລະດັບຖະໜົນ, ແລະ ອີກ 93 ຕື້ ແມ່ນສຳລັບການຕິດຕັ້ງທໍ່ລະບາຍນ້າ ແລະ ຂອບທາງ.ອ່ານຕໍ່ ...
ບັນນາທິການ ຂປລ
Nationally Appropriate Mitigation Action

National Appropriate Mitigation Actions (NAMA) are voluntary, country-specific commitments to action that reduce emissions compared to ‘business as usual’ volumes.1 Recognizing that “economic and social development and poverty eradication are the first and overriding priorities of the developing country Parties,” the focus on NAMAs is ...