ອົດສະຕຣາລີ ສົ່ງເສີມການເກັບກູ້ະເບີດໃນພື້ນທີ່ປະສົບໄພນ້ຳຖ້ວມແຂວງອັດຕະປື

(ຂປລ) ວັນທີ 12 ທັນວານີ້ ລັດຖະບານອົດສະຕຣາລີໄດ້ລົງນາມຢ່າງເປັນທາງການ ໃນຂໍ້ຕົກລົງກັບອົງການ ຢູເອັນດີພີ ກ່ຽວກັບການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (ລບຕ) ທີ່ເມືອງສະໜາມໄຊ ເພື່ອຮັບປະກັນຄວາມປອດໄພສຳລັບຊຸມຊົນທີ່ຕ້ອງຍົກຍ້າຍທີ່ຢູ່ອາໄສເນື່ອງຈາກໄພນ້ຳຖ້ວມໃນປີນີ້. 

ອົດສະຕຣາລີ ໄດ້ມອບທຶນຊ່ວຍເຫຼືອ 200,000 ໂດລາອົດສະຕຣາລີ ໂດຍຜ່ານອົງການ ຢູເອັນດີພີ ໃຫ້ແກ່ລັດຖະບານລາວ ເພື່ອດຳເນີນການປະຕິບັດການເກັບກູ້ ລບຕ ທີ່ເມືອງສະໜາມໄຊ ແຂວງອັດຕະປື.

ອ່ານຕໍ່…

ບັນນາທິການ ຂປລ