ຄວາມເຄັ່ງຕຶງດ້ານການຄ້າໄດ້ສ້າງຄວາມບໍ່ແນ່ນອນ ແລະ ໂອກາດສຳລັບປະເທດລາວ: ຕາມຜູ້ຊ່ຽວຊານຂອງ ANZ
ວຽງຈັນ (ວຽງຈັນທາມສ໌/ANN) – ສະຖານະການຄວາມເຄັ່ງຕຶງດ້ານການຄ້າທີ່ມີຢ່າງຕໍ່ເນື່ອງ ບໍ່ພຽງແຕ່ສ້າງຄວາມບໍ່ແນ່ນອນໃນທົ່ວໂລກ ແຕ່ຍັງສ້າງໂອກາດທອງສຳລັບປະເທດລາວ ໃນຖານະເປັນປະເທດທີ່ມີທ່າແຮງທາງດ້ານສິນຄ້າກະສິກຳ ທ່າມກາງຄວາມຕ້ອງການຂອງຕະຫຼາດຕ່າງປະເທດທີ່ເພີ່ມສູງຂຶ້ນ, ຕາມຜູ້ຊ່ຽວຊານລະດັບສູງຂອງ ANZ.ໃນລະຫວ່າງບົດສະເໜີແບບເຈາະເລິກວານນີ້ໃນກອງປະຊຸມກ່ຽວກັບອາຫານ, ເຄື່ອງດື່ມ ແລະ ທຸລະກິດການກະເສດ 2019 ທີ່ນະຄອນວຽງຈັນ, ທ່ານ ແພັດທຼິກ ວິສ໌ໂຊນ ຫົວໜ້າພະແນກອາຫານ, ເຄື່ອງດື່ມ ແລະ ທຸລະກິດການກະເສດຂອງ ANZ ກ່າວວ່າ ປະເທດລາວມີໂອກາດໃນດ້ານຕະຫຼາດຊີ້ນສັດເຊັ່ນ ຊິ້ນໝູ ແລະ ຊີ້ນງົວ ແລະ ໝາກໄມ້ປະເພດຕ່າງໆ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/trade-tensions-create-uncertainty-opportunity-laos-anz-expert-102113
ແມ່ຍິງລາວຈຳນວນຫຼາຍຂຶ້ນໄດ້ຮັບປະໂຫຍດຈາກການຝຶກອົບຮົມ ແລະ ການເຂົ້າເຖິງວຽກງານ
ແມ່ຍິງກວ່າ 20,000 ຄົນໄດ້ເຂົ້າຮ່ວມການຝຶກອົບຮົມ ຫຼື ເຂົ້າເຖິງຕະຫຼາດແຮງງານໃນຂະແໜງການກະສິກຳ ແລະ ປ່າໄມ້, ອຸດສາຫະກຳ ແລະ ການບໍລິການໃນປີ 2018 ທີ່ຜ່ານມາ.ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
DriveUp ບໍລິການລົດຮັບສົ່ງໃໝ່ ຄູ່ແຂ່ງ LOCA
ກຸ່ມບໍລິສັດ Meal Temple ຂອງກຳປູເຈຍ ໄດ້ເປີດບໍລິການລົດຮັບສົ່ງໃນລາວ, ກາຍເປັນບໍລິສັດທີສອງຂອງປະເທດລາວທທີ່ໃຫ້ບໍລິການດັ່ງກ່າວ ນອກຈາກບໍລິສັດທ້ອງຖິ່ນ LOCA.ກຸ່ມບໍລິສັດ Meal Temple ເຊິ່ງໄດ້ມີການກໍ່ຕັ້ງໃນປີ 2013 ໄດ້ຂະຫຍາຍກິດຈະການເຂົ້າມາໃນລາວໃນເດືອນກໍລະກົດປີນີ້ ດ້ວຍການຊື້ກິດຈະການ MyDelivery ບໍລິການຈັດສົ່ງອາຫານຜ່ານໂທລະສັບມືຖື ຈາກບໍລິສັດ Kiwi Group ຂອງລາວ. ປະຈຸບັນ ທາງບໍລິສັດມີກິດຈະການຢູ່ໃນປະເທດມຽນມາ, ເນປານ ແລະ ພູຖານ.ກຸ່ມບໍລິສັດດັ່ງກ່າວຈະເຂົ້າມາເປີດບໍລິການລົດຮັບສົ່ງໃນລາວ ທ່າມກາງການຂະຫຍາຍຕົວຂອງຂະແໜງການທ່ອງທ່ຽວໃນປະເທດ.ອ່ານຕໍ່ ...
Taejun Kang
ອົງການຢູນີເຊັບ ຮ່ວມກັບ ສະຖານທູດຍີ່ປຸ່ນ ລົງຢ້ຽມຢາມແຂວງອັດຕະປື ເພື່ອຊຸກຍູ້ມາດຕະການຮັບມືກັບໄພພິບັດ
(KPL)- ທ່ານ ເອກອັກຄະລັດຖະທູດປະຈຳ ສປປ ລາວ Keizo Takewaka ພ້ອມດ້ວຍຕົວແທນຈາກ ອົງການຢູນີເຊັບ ໄດ້ລົງຢ້ຽມຢາມເມືອງສະໜາມໄຊ, ແຂວງອັດຕະປີ ໃນວັນທີ 12 ພະຈິກ ເພື່ອສຳຫຼວດຕິດຕາມຊຸກຍູ້ການມາດຕະການຮັບມືກັບໄພພິບັດທີ່ກະທົບຕໍ່ຊຸມຊົນ. ອ່ານຕໍ່ ...
KPL
ນາຍົກກ່າວຢ້ຳໃນກອງປະຊຸມສະພາເສດຖະກິດໂລກວ່າການສ້າເຂື່ອນໄຟຟ້ານ້ຳຕົກຕ້ອງມີຄວາມປອດໄພ
ຮ່າໂນ້ຍ, ຫວຽດນາມ: ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວໃນກອງປະຊຸມສະພາເສດຖະກິດໂລກທີ່ຮ່າໂນ້ຍ ຫວຽດນາມໃນວັນພຸດນີ້ວ່າ ການພັດທະນາເຂື່ອນພະລັງງານໄຟຟ້ານ້ຳຕົກໃນລາວຕ້ອງມີຄວາມປອດໄພ ແລະ ເປັນມິດຕໍ່ສິ່ງແວດລ້ອມ.ອ່ານຕໍ່ ...
ຄຳປັນ ແລະ ສຸກສາຄອນ
ການທົບທວນກອງປະຊຸມໂຕະມົນຫາລືການຈັດຕັ້ງປະຕິບັດຄຳແນະນຳ 2018 ສຳລັບປະເທດລາວ
ລັດຖະບານ ແລະ ຄູ່ຮ່ວມພັດທະນາ ໄດ້ປະຊຸມກັນທີ່ວຽງຈັນ ໃນວັນສຸກຜ່ານມາ ເພື່ອຫາລືລາຍລະອຽດຄຳແນະນຳຈາກກອງປະຊຸມໂຕະມົນປີ 2018 ເພື່ອຜັນຂະຫຍາຍການປະຕິບັດການຕິດຕາມຢ່າງເປັນຮູບປະທຳ.ກອງປະຊຸມທົບທວນປະຈຳປີ ເພື່ອກະກຽມສຳລັບກອງປະຊຸມໂຕະມົນ 2019 ເຊິ່ງໄດ້ມີການຫາລືແນວທາງສູ່ການຈັດຕັ້ງປະຕິບັດກອງປະຊຸມໂຕະມົນ 2019 ເຊິ່ງຈະຈັດຂຶ້ນໃນທ້າຍປີ ມີການເຂົ້າຮ່ວມຂອງທ່ານ ປອ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານນາງ ຄາຣິນາ ອິມໂມເນັນ ຜູ້ປະສານງານປະຈຳອົງການສະຫະປະຊາຊາດ ແລະ ຜູ້ຕາງໜ້າປະຈຳອົງການ UNDP, ພ້ອມດ້ວຍຕາງໜ້າຈາກຂະແໜງເອກະຊົນ ແລະ ອົງການຈັດຕັ້ງສັງຄົມສົງເຄາະ.ອ່ານຕໍ່ ...
ບັນນາລັກວຽງຈັນທາມສ໌
ລັດຖະບານກຳປູເຈຍລໍຖ້າຝ່າຍລາວດຳເນີນການແກ້ໄຂຂໍ້ຂັດແຍ່ງກ່ຽວກັບຊາຍແດນ
ລັດຖະບານກຳປູເຈຍຍັງຄົງລໍຖ້າຂໍ້ຕົກລົງ (ToR) ຈາກວຽງຈັນ ໃນການດຳເນີນການສົ່ງຈົດໝາຍຮ່ວມເພື່ອຂໍຂໍ້ມູນລາຍລະອຽດ ທາງດ້ານແຜນທີ່ຈາກລັດຖະບານຝຣັ່ງ ພ້ອມດ້ວຍເອກະສານທີ່ກ່ຽວຂ້ອງອື່ນໆ ເພື່ອນຳໄປສູ້ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບຊາຍແດນຂອງສອງປະເທດ, ຕາມການເປີດເຜີຍຂອງທ່ານ ເກດ ໂສພັນ ໂຄສົກກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນຂອງກຳປູເຈຍ.ອ່ານຕໍ່ ...
ເມັກ ດາຣາ
ກຸ່ມຊາວຈິນຕົກລົງດຳເນີນບົດວິເຄາະຄວາມເປັນໄປໄດ້ກ່ຽວກັບການຈັດຊື້ໝາກໄມ້ລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມຜູ້ຊື້ຈາກແຂວງສີສວນ ປະເທດຈີນຄາດວ່າຈະນຳເຂົ້າໝາກໄມ້ຈາກລາວເຖິງ 50 ໂຕນຕໍ່ປີ, ເຊິ່ງລວມມີ ໝາກກ້ວຍ, ໝາກນັດ, ແລະ ໜາກນ໋ອດ.ທຸລະກິດລາວ ແລະ ຈີນ ໄດ້ຕົກລົງສືບຕໍ່ການຮ່ວມມີໃນການເຮັດບົດວິເຄາະຄວາມເປັນໄປໄດ້ກ່ຽວກັບການສົ່ງອອກຜະລິດຕະພັນກະສິກຳໄປປະເທດຈີນ, ເຊິ່ງຊ່ວຍສົ່ງເສີມໃຫ້ຊາວກະສິກອນລາວສາມາດຈຳໜ່າຍສິນຄ້າກະເສດສີຂຽວ ແລະ ສະອາດ.ອ່ານຕໍ່ ...
ໂຕະຂ່າວ
ສະຖາບັນການສຶກສາເອກະຊົນຂອງລາວຈະເປີດຄືນຫຼັກສູດປະລິນຍາຕີ
ເຈົ້າໜ້າທີ່ການສຶກສາໄດ້ທຳການອະນຸມັດໃຫ້ວິທະຍາໄລເອກະຊົນຈຳນວນໜຶ່ງ ກ່ຽວກັບການຍົກລະດັບຫຼັກສູດຂອງສະຖາບັນການສຶກສາເອກະຊົນ ໃຫ້ສາມາດເປີດຄືນຫຼັກສູດປະລິນຍາຕີ ແລະ ຊັ້ນສູງ.ປະຈຸບັນ ມີສອງສະຖານບັນ ຄື ວິທະຍາໄລລັດຕະນະບໍລິຫານທຸລະກິດ (RBAC) ແລະ ວິທະຍາໄລແສງສະຫວັນ, ວຽງຈັນ ໄດ້ຮັບການອະນຸມັດຢ່າງເປັນທາງການ ໃນການເປີດຄືນຫຼັກສູດປະລີນຍາຕີ ຫຼັງຈາກທີ່ມີການລະງັບໃບອະນຸຍາດຊົ່ວຄາວໃນສົກສຶກສາ 2013-14.ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
ອີຢູ ໃຫ້ທຶນຊ່ວຍເຫຼືອ 484 ຕື້ກີບເພື່ອການປັບປຸງດ້ານໂພຊະນາການໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພາບຢູໂຣບ (ອີຢູ-EU) ໃຫ້ທຶນຊ່ວຍເຫຼືອ 484 ລ້ານກວ່າກີບ (50 ລ້ານຢູໂຣ) ໃນການປັບປຸງດ້ານໂພຊະນາການ ແລະ ຫຼຸດຜ່ອນການຂາດສານອາຫານໃນລາວ.ເຈົ້າໜ້າທີ່ລັດຖະບານຈາກກະຊວງ ແລະ ທ່ານ ເນເວັນ ມີມີກາ ກຳມາທິການເພື່ອການຮ່ວມມື ແລະ ພັດທະນາສາກົນ ສະຫະພາບຢູໂຣບ ໄດ້ເປີດຕົວການລິເລີ່ມໃໝ່ມູນຄ່າ 50 ລ້ານຢູໂຣ ເພື່ອສະໜັບສະໜູນຍຸດທະສາດ ແລະ ແຜນດຳເນີນງານດ້ານໂພຊະນາການແຫ່ງຊາດລາວ ເພື່ອຊ່ວຍຫຼຸດຜ່ານການຂາດສານອາຫານໃນປະເທດ.ອ່ານຕໍ່ ...
ສີລັດດາ ສຸລິຍົງ
http://annx.asianews.network/content/eu-provides-484-billion-kip-improve-nutrition-laos-103793
ລາວສ້າງແຜນສຸກເສີນເພື່ອການຄວບຄຸມ ແລະ ປ້ອງກັນພະຍາດອີໂບລາ
ວຽງຈັນ (ວຽງຈັນທາມສ໌) – ລາວຈະເຮັດວຽກຮ່ວມກັບບັນດາປະເທດເພື່ອນບ້ານ ເພື່ອແລກປ່ຽນຂໍ້ມູນຂ່າວສານກ່ຽວກັບພະຍາດອີໂບລາ, ໂດຍສະເພາະແມ່ນສຳລັບຜູ້ທີ່ເດີນທາງໄປດ່າງປະເທດ ເຊິ່ງອາດມີຄວາມສ່ຽງຕໍ່ການຕິດເຊື້ອໄວຣັສ໌ດັ່ງກ່າວ.ປະເທດລາວມີຊາຍແດນຮ່ວມກັບຫ້າປະເທດ ແຕ່ວ່າມາເຖິງປະຈຸບັນແມ່ນບໍ່ມີລາຍງານກ່ຽວກັບການລະບາດຂອງເຊື້ອອີໂບລາໃນປະເທດເພື່ອບ້ານ, ແລະ ບໍ່ມີລາຍງານການລະບາດຂອງເຊື້ອພະຍາດດັ່ງກ່າວໃນທະວີບອາຊີ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
http://annx.asianews.network/content/laos-makes-contingency-plans-control-and-prevention-ebola-101857
ບຸກຊ່ວຍເຫຼືອສາວລາວ 12 ຄົນຈາກການຄ້າປະເວນີທີ່ຊາຍແດນໄທ-ມາເລເຊຍ
ເຈົ້າໜ້າທີ່ບຸກເຂົ້າກວດສອບຮ້ານຄາຣາໂອເກະທີ່ອຳເພີເມືອງສຸໄຫງໂຄລົກ ນາລາທິວາດ ໃນຕອນຄ່ຳຂອງວັນຈັນຜ່ານມາ ແລະ ຊ່ວຍເຫຼືອສາວລາວ 12 ຄົນຈາກການຄ້າປະເວນີ.ເຈົ້າໜ້າທີ່ຈາກກົມການປົກຄອງຈັງຫວັດ ແລະ ກົມສືບສວນສອບສວນພິເສດ ພ້ອມດ້ວຍພະນັກງານອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ ໄດ້ທຳການບຸກກວດຄົ້ນສະຖານບັນເທິງ Relax Pub ໃນເວລາ 8.30 ແລງທີ່ຕົວເມືອງຊາຍແດນດັ່ງກ່າວ.ໃນນັ້ນແມ່ຍິງ 2 ໃນຈຳນວນ 12 ຄົນດັ່ງກ່າວ ສົ່ງໄສວ່າມີອາຍຸຕ່ຳກວ່າ 18 ປີ, ເຊິ່ງໄດ້ມີການສົ່ງຕົວໄປໂຮງໝໍປະຈຳຈັງຫວັດເພື່ອທຳການກວດສອບມວນກະດູກ ຢືນຢັນອາຍຸຈິງ.ອ່ານຕໍ່ ...
The Nation
ໂຄງການທາງລົດໄຟຈີນໃນລາວເຮັດໃຫ້ຊາວກະສິກອນປະສົບຄວາມຫຍຸ້ງຍາກ
ໂຄງການທາງລົດໄຟ ເພື່ອເຊື່ອມຕໍ່ປະເທດລາວທີ່ບໍ່ມີຊາຍແດນຕິດທະເລ ເຂົ້າກັບປະເທດຈີນ ຄາດວ່າຈະສ້າງປະໂຫຍດທາງດ້ານເສດຖະກິດໃຫ້ແກ່ປະເທດລາວ ດ້ວຍການຫຼຸດຜ່ອນຕົ້ນທຶນການສົ່ງອອກ ແລະ ສິນຄ້າບໍລິໂພກ ເຊິ່ງຈະຊ່ວຍສົ່ງເສີມການພັດທະນາເສດຖະກິດສັງຄົມບົນຜືນແຜ່ນດິນອັນທຸກຍາກທີ່ມີປະຊາກອນເກືອບເຈັດລ້ານຄົນນີ້.ແຕ່ທັງນີ້ທັງນັ້ນ ໂຄງການທາງລົດໄຟດັ່ງກ່າວ ເຊິ່ງຄາດວ່າຈະສຳເລັດໃນປີ 2021 ໄດ້ສົ່ງຜົນກະທົບຕໍ່ 4,400 ຄອວຄົວໂດຍປະມານທີ່ຕ້ອງເສຍສະຫຼະທີ່ດິນຂອງຕົນ. ຕາມດຳລັດສະບັບເລກທີ 84 ເດືອນເມສາ 2016, ພົນລະເມືອງລາວທີ່ຕ້ອງສູນເສຍທີ່ດິນໃຫ້ແກ່ໂຄງການພັດທະນາຕ້ອງໄດ້ຮັບເງິນຊົດເຊີຍສຳລັບການສູນເສຍລາຍຮັບ, ຊັບສິນ, ເຄື່ອງປູກຂອງຝັງ ແລະ ພືດພັນທັນຍາຫານ.ອ່ານຕໍ່ ...
RFA’s Lao Service
ລາວໝາຍຕາການຍົກລະດັບການກະສິກຳອິນຊີ ເພື່ອເສີມສ້າງການແຂ່ງຂັນທາງການຄ້າ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ມີການຊຸກຍູ້ໃຫ້ຊາວກະສິກອນ ເປີດຮັບການກະສິກຳປູກຝັງແບບອິນຊີເພື່ອທຸລະກິດ ແລະ ພັດທະນາລະບົບການຜະລິດສິນຄ້າ ເພື່ອໃຫ້ສາມາດແຂ່ງຂັນກັບຕະຫຼາດສາກົນ ໃຫ້ມີປະສິດທິພາບຍິ່ງຂຶ້ນ.ນີ້ແມ່ນຂໍ້ຄວາມຈາກກອງປະຊຸມກະສິກຳອິນຊີລາວ (LOAF) ຄັ້ງທີ 7 ພາຍໃຕ້ຫົວຂໍ້ “ຍຸດທະສາດແຫ່ງຊາດເພື່ອການພັດທະນາສີຂຽວ ແລະ ການແຂ່ງຂັນກັບສາກົນ” ເຊິ່ງຈັດຂຶ້ນທີ່ນະຄອນຫຼວຽງຈັນ ໃນວັນທີ 28-29 ພະຈິກນີ້.ອ່ານຕໍ່ ...
ໂຕະຂ່າວ
ລັດຖະບານບໍ່ເຮັດຕາມສັນຍາໃນການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຈາກເຂື່ອນແຕກ
ຜູ້ລອດຊີວິດຈາກໄພພິບັດຈາກໂຄງການພະລັງງານໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍໃນເດືອນກໍລະກົດຜ່ານມາ ທີ່ຢູ່ແຂວງຈຳປາສັກ, ປະເທດລາວ ຍັງຄົງຮຽກຮ້ອງເງິນບັນເທົາທຸກຈາກລັດຖະບານທ້ອງຖິ່ນ ແລະ ສູນກາງ ຫຼັງຈາກທີ່ບໍ່ໄດ້ຮັບເງິນເບ້ຍລ້ຽງຕາມທີ່ໄດ້ຮັບສັນຍາມາເປັນເວລາສອງເດືອນ ຕາມການລາຍງານຂອງເຈົ້າໜ້າທີ່ທ້ອງຖິ່ນ.ສອງເດືອນກ່ອນ ລັດຖະບານໄດ້ຕົກລົງຈະຈ່າຍເບ້ຍລ້ຽງຈຳນວນ 12 ໂດລາຕໍ່ເດືອນໃຫ້ແກ່ຜູ້ປະສົບໄພຈາກເຂື່ອນແຕກ ເຊິ່ງໄດ້ທຳລາຍສູນເສຍທີ່ຢູ່ອາໄສ ແລະ ເຮັດໃຫ້ເກີດໄພນ້ຳຖ້ວມຄັ້ງຮ້າຍແຮງໃນປະມານ 12 ບ້ານໃນພື້ນທີ່ລຸ່ມນ້ຳແຂວງຈຳປາສັກ ແລະ ອັດຕະປື.ອ່ານຕໍ່ ...
Max Avary
HIV/AIDS risk groups still a healthcare challenge in Laos
ວຽງຈັນ (ວຽງຈັນທາມສ໌/ANN) – ການປ້ອງກັນກຸ່ມສ່ຽງໃນການຮັບເຊື້ອ HIV/AIDS ແລະ ການປິ່ນປົວແມ່ນສິ່ງທ້າທາຍຕົ້ນຕໍສຳລັບເຈົ້າໜ້າທີ່ສາທາລະນະສຸກຂອງລາວ ໃນຂະນະທີ່ອັດຕາການຮັບເຊື້ອຍັງສືບຕໍ່ເພີ່ມຂຶ້ນ.ນີ້ແມ່ນຂໍ້ຄວາມຈາກ ດຣ ພອນໄສ ຣັດຕະນະວົງ ຊ່ຽວຊານຈາກສູນຕ້ານພະຍາດ HIV/AIDS ແລະ ພະຍາດຕິດຕໍ່ທາງເພດສຳພັນ, ເຊິ່ງເປີດເຜີຍວ່າ ອັດຕາການຕິດເຊື້ອ HIV/AIDS ໃນລາວຍັງຄົງສືບຕໍ່ເພີ່ມຂຶ້ນ ເຊິ່ງໃນແຕ່ລະປີມີລາຍງາຍຜູ້ຕິດເຊື້ອໃໝ່ 1,000 ກໍລະນີ.ອ່ານຕໍ່ ...
ອຸ່ນຄຳ ພິມມະຕະ
IFC ສືບຕໍ່ສະໜັບສະໜູນ ສປປ ລາວ ໃນການປັບປຸງບັນຍາການການລົງທຶນ, ການສົ່ງເສີມການຂະຫຍາຍຕົວແບບຍືນຍົງ ແລະ ທົ່ວເຖິງ
(ຂປລ) ອົງການ IFC, ສະມາຊິກກຸ່ມທະນາຄານໂລກ ເລັ່ງມືໃນການສະໜັບສະໜູນລັດຖະບານລາວເພື່ອປັບປຸງບັນຍາກາດການລົງທຶນ ແລະ ການເຮັດທຸລະກິດໃນລາວ. ສະພາບແວດລ້ອມການລົງທຶນທີ່ໂປ່ງໃສ ແລະ ສາມາດເຊື່ອຖືໄດ້ຈະຊ່ວຍດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI), ສ້າງວຽກເຮັດງານທຳ ແລະ ສົ່ງເສີມການຂະຫຍາຍຕົວແບບທົ່ວເຖິງ.ອ່ານຕໍ່ ...
KPL
ລັດຖະບານອະນຸມັດງົບປະມານເພີ່ມເຕີມ 500 ຕື້ກີບໃນການຟື້ນຟູຂະແໜງການກະສິກຳໃນປີໜ້າ
(ຂປລ) ລັດຖະບານອະນຸມັດງົບປະມານເພີ່ມເຕີມ 500 ຕື້ກີບໃນບ້ວງການຊ່ວຍເຫຼືອບັນເທົາທຸກສຸກເສີນ ໃນການຟື້ນຟູພື້ນຖານໂຄງລ່າງຂະແໜງການກະສິກຳທີ່ຖືກເສຍຫາຍຈາກໄພນ້ຳຖ້ວມໃນໄລຍະຜ່ານມາ, ການຈັດຊື້ວັດຖຸດິບການຜະລິດກະສິກຳເຊັ່ນ ແນວພັນເຂົ້າ, ປຸ໋ຍ ແລະ ເພື່ອຊົດເຊີຍຕໍ່ຄວາມເສຍຫາຍຈາກການລະບາດຂອງແມງໄມ້ ໂດຍສະເພາະໃນບັນດາແຂວງພາກເໜືອ.ອ່ານຕໍ່ ...
ບັນນາທິການ ຂປລ
ອົງການຮ່ວມມືສາກົນແຫ່ງປະເທດເກົາຫຼີ ສະໜັບສະໜູນການສ້າງຄວາມສາມາດສຳລັບຜູ້ກວດກາແຮງງານ
ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຮ່ວມມືສາກົນແຫ່ງປະເທດເກົາຫຼີ (KOICA) ໄດ້ຈັດຊຸດໂຄງການທຶນການສຶກສາເພື່ອຍົກລະດັບຄວາມສາມາດຂອງຜູ້ກວດກາແຮງງານ ຜ່ານການເສີມຂະຫຍາຍຄວາມຮູ້ພື້ນຖານ ແລະ ກໍລິນີສຶກສາຕົວຈິງ.ການລິເລີ່ມດັ່ງກ່າວມີກຳນົດການປະຕິບັດເປັນໄລຍະສາມປີ ແຕ່ປີ 2018-2020 ເຊິ່ງເປັນສ່ວນໜຶ່ງຂອງໂຄງການປັບປຸງ ແລະ ຍົກລັະດັບຄວາມສາມາດເພື່ອອະນາຄົດ ຂອງອົງການ KOICA.ອ່ານຕໍ່ ...
ໂຕະຂ່າວ
ຈຳນວນນັກທ່ອງທ່ຽວໃນລາວເປັນໄປຕາມລະດັບຄາດໝາຍ ສູ່ເປົ້າໝາຍປີ 2019
ວຽງຈັນ (ວຽງຈັນທາມສ໌/ANN) – ຈຳນວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ທ່ອງທ່ຽວໃນລາວໃນຊ່ວງເກົ້າເດືອນຂອງປີນີ້ ແມ່ນເພີ່ມຂຶ້ນ ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ, ໃນຂະນະທີ່ຈຳນວນນັກທ່ອງທ່ຽວຈາກບາງປະເທດທີ່ຫຼຸດລົງໃນຊຸມປີຜ່ານມາ ກໍມີທ່າອ່ຽງເພີ່ມຂຶ້ນ.ໃນຊ່ວງເກົ້າເດືອນຂອງປີນີ້ ຈຳນວນນັກທ່ອງທ່ຽວໃນລາວມີປະມານ 3.4 ລ້ານຄົນ, ເພີ່ມຂຶ້ນປະມານ 11 ສ່ວນຮ້ອຍທຽບກັບປີຜ່ານມາ , ໃນຂະນະທີທ່ຈຳນວນນັກທ່ອງທ່ຽວຈາກຈີນເພີ່ມຂຶ້ນ 26 ສ່ວນຮ້ອຍ, ຕາມຂໍ້ມູນຈາກກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ນັກທ່ອງທ່ຽວຈາກໄທ ເຊິ່ງເປັນນັກທ່ອງທ່ຽວກຸ່ມຫຼັກໃນລາວ ເພີ່ມຂຶ້ນ 6 ສ່ວນຮ້ອຍ, ໃນຂະນະທີ່ນັກທ່ອງທ່ຽວຈາກຫວຽດນາມ ເພີ່ມຂຶ້ນ 11 ສ່ວນຮ້ອຍ.ອ່ານຕໍ່ ...
ສີລັດດາ ສຸລິຍົງ