ລັດຖະບານບໍ່ເຮັດຕາມສັນຍາໃນການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຈາກເຂື່ອນແຕກ

ຜູ້ລອດຊີວິດຈາກໄພພິບັດຈາກໂຄງການພະລັງງານໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍໃນເດືອນກໍລະກົດຜ່ານມາ ທີ່ຢູ່ແຂວງຈຳປາສັກ, ປະເທດລາວ ຍັງຄົງຮຽກຮ້ອງເງິນບັນເທົາທຸກຈາກລັດຖະບານທ້ອງຖິ່ນ ແລະ ສູນກາງ ຫຼັງຈາກທີ່ບໍ່ໄດ້ຮັບເງິນເບ້ຍລ້ຽງຕາມທີ່ໄດ້ຮັບສັນຍາມາເປັນເວລາສອງເດືອນ ຕາມການລາຍງານຂອງເຈົ້າໜ້າທີ່ທ້ອງຖິ່ນ.

ສອງເດືອນກ່ອນ ລັດຖະບານໄດ້ຕົກລົງຈະຈ່າຍເບ້ຍລ້ຽງຈຳນວນ 12 ໂດລາຕໍ່ເດືອນໃຫ້ແກ່ຜູ້ປະສົບໄພຈາກເຂື່ອນແຕກ ເຊິ່ງໄດ້ທຳລາຍສູນເສຍທີ່ຢູ່ອາໄສ ແລະ ເຮັດໃຫ້ເກີດໄພນ້ຳຖ້ວມຄັ້ງຮ້າຍແຮງໃນປະມານ 12 ບ້ານໃນພື້ນທີ່ລຸ່ມນ້ຳແຂວງຈຳປາສັກ ແລະ ອັດຕະປື.

ອ່ານຕໍ່…

Max Avary