ຈຳນວນນັກທ່ອງທ່ຽວໃນລາວເປັນໄປຕາມລະດັບຄາດໝາຍ ສູ່ເປົ້າໝາຍປີ 2019

ວຽງຈັນ (ວຽງຈັນທາມສ໌/ANN) – ຈຳນວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ທ່ອງທ່ຽວໃນລາວໃນຊ່ວງເກົ້າເດືອນຂອງປີນີ້ ແມ່ນເພີ່ມຂຶ້ນ ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ, ໃນຂະນະທີ່ຈຳນວນນັກທ່ອງທ່ຽວຈາກບາງປະເທດທີ່ຫຼຸດລົງໃນຊຸມປີຜ່ານມາ ກໍມີທ່າອ່ຽງເພີ່ມຂຶ້ນ.

ໃນຊ່ວງເກົ້າເດືອນຂອງປີນີ້ ຈຳນວນນັກທ່ອງທ່ຽວໃນລາວມີປະມານ 3.4 ລ້ານຄົນ, ເພີ່ມຂຶ້ນປະມານ 11 ສ່ວນຮ້ອຍທຽບກັບປີຜ່ານມາ , ໃນຂະນະທີທ່ຈຳນວນນັກທ່ອງທ່ຽວຈາກຈີນເພີ່ມຂຶ້ນ 26 ສ່ວນຮ້ອຍ, ຕາມຂໍ້ມູນຈາກກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ນັກທ່ອງທ່ຽວຈາກໄທ ເຊິ່ງເປັນນັກທ່ອງທ່ຽວກຸ່ມຫຼັກໃນລາວ ເພີ່ມຂຶ້ນ 6 ສ່ວນຮ້ອຍ, ໃນຂະນະທີ່ນັກທ່ອງທ່ຽວຈາກຫວຽດນາມ ເພີ່ມຂຶ້ນ 11 ສ່ວນຮ້ອຍ.

ອ່ານຕໍ່…

ສີລັດດາ ສຸລິຍົງ