ໂຄງການທາງລົດໄຟຈີນໃນລາວເຮັດໃຫ້ຊາວກະສິກອນປະສົບຄວາມຫຍຸ້ງຍາກ

ໂຄງການທາງລົດໄຟ ເພື່ອເຊື່ອມຕໍ່ປະເທດລາວທີ່ບໍ່ມີຊາຍແດນຕິດທະເລ ເຂົ້າກັບປະເທດຈີນ ຄາດວ່າຈະສ້າງປະໂຫຍດທາງດ້ານເສດຖະກິດໃຫ້ແກ່ປະເທດລາວ ດ້ວຍການຫຼຸດຜ່ອນຕົ້ນທຶນການສົ່ງອອກ ແລະ ສິນຄ້າບໍລິໂພກ ເຊິ່ງຈະຊ່ວຍສົ່ງເສີມການພັດທະນາເສດຖະກິດສັງຄົມບົນຜືນແຜ່ນດິນອັນທຸກຍາກທີ່ມີປະຊາກອນເກືອບເຈັດລ້ານຄົນນີ້.

ແຕ່ທັງນີ້ທັງນັ້ນ ໂຄງການທາງລົດໄຟດັ່ງກ່າວ ເຊິ່ງຄາດວ່າຈະສຳເລັດໃນປີ 2021 ໄດ້ສົ່ງຜົນກະທົບຕໍ່ 4,400 ຄອວຄົວໂດຍປະມານທີ່ຕ້ອງເສຍສະຫຼະທີ່ດິນຂອງຕົນ. 

ຕາມດຳລັດສະບັບເລກທີ 84 ເດືອນເມສາ 2016, ພົນລະເມືອງລາວທີ່ຕ້ອງສູນເສຍທີ່ດິນໃຫ້ແກ່ໂຄງການພັດທະນາຕ້ອງໄດ້ຮັບເງິນຊົດເຊີຍສຳລັບການສູນເສຍລາຍຮັບ, ຊັບສິນ, ເຄື່ອງປູກຂອງຝັງ ແລະ ພືດພັນທັນຍາຫານ.

ອ່ານຕໍ່…

RFA’s Lao Service