ແຮງງານ
Development assistance for labor rights and labor unions
ເຈົ້າໜ້າທີ່ແພດຮຽນຮູ້ວິທີການໃນການຊ່ວຍເຫຼືອເຫຍື່ອຈາກການຄ້າມະນຸດ
ເຈົ້າໜ້າທີ່ຮັບຜິດຊອບໃນການສະກັດກັ້ນການຄ້າມະນຸດ ໄດ້ຈັດຝຶກອົບຮົມໃຫ້ເຈົ້າໜ້າທີ່ແພດຈາກຫົກແຂວງ ກ່ຽວກັບວິທີການໃນການຊ່ວຍເຫຼືອຜູ້ທີ່ຕົກເປັນເຫຍື່ອຈາກຜົນຂອງການຄ້າມະນຸດ ທັງທາງດ້ານຮ່າງກາຍ ແລະ ຈິດໃຈ.ບັ້ນຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນຢູ່ແຂວງສະຫວັນນະເຂດ ເຊິ່ງມີເຈົ້າໜ້າທີ່ແພດຈາກແຂວງ, ນະຄອງຫຼວງວຽງຈັນ, ແຂວງໍລິຄຳໄຊ, ຄຳມ່ວນ, ໄຊສົມບູນ ແລະ ແຂວງວຽງຈັນເຂົ້າຮ່ວມ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ADB ສະໜັບສະໜູນການພັັດທະນາລະບົບການບໍລິການການມີວຽກເຮັດງານທຳໃນລາວ
(ຂປລ) ໂຄງການຊ່ວຍເຫຼືອດ້ານວິຊາການ (TA) ໄດ້ໃຫ້ການຊ່ວຍເຫຼືອໃນການພັດທະນາລະບົບການບໍລິການການມີວຽກເຮັດງານທຳສຳລັບກະຊວງແຮງານ ແລະ ສະຫວັດດີການສັງຄົມ (MLSW) ເພື່ອຂະຫຍາຍໂອກາດສຳລັບຜູ້ທີ່ກຳລັງຊອກຫາວຽກເຮັດງານທຳ ໃນການເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານກ່ຽວກັບການຈ້າງງານ.“ໂຄງການຊ່ວຍເຫຼືອດ້ານວິຊາການດັ່ງກ່າວແມ່ນມີຄວາມສຳຄັນ ແລະ ຈຳເປັນສຳລັບ ສປປ ລາວ ໃນສະຖານະການປະຈຸບັນ ເນື່ອງຈາກວ່າມັນເປັນການສະໜອງລະບົບການບໍລິການການມີວຽກເຮັດງານທຳ ແລະ ສ້າງຄວາມເຂັ້ມແຂງດ້ານຄວາມສາມາດໃນການຄຸ້ມຄອງດ້ານວິຊາການສຳລັບລັດຖະກອນທີ່ປະຕິບັດໜ້າທີ່ໃນສູນຈັດຫາງານໃນອະນາຄົດ,” ທ່ານ ໄທ ແສງອາລຸນ ຮອງຫົວໜ້າກົມພັດທະນາທັກສະອາຊີບ ແລະ ການຈ້າງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວໃນກອງປະຊຸມວິຊາການກ່ຽວກັບການຍົກລະດັບຄວາມສາມາດໃນການກວດສອບການປະເມີນຜົນກະທົບ AT ທີ່ນະຄອນຫຼວງວຽງຈັນ ໃນວັນທີ 22 ພຶດສະພາຜ່ານມານີ້.ອ່ານຕໍ່ ...
ຂປລ
ອົງການຮ່ວມມືສາກົນແຫ່ງປະເທດເກົາຫຼີ ສະໜັບສະໜູນການສ້າງຄວາມສາມາດສຳລັບຜູ້ກວດກາແຮງງານ
ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຮ່ວມມືສາກົນແຫ່ງປະເທດເກົາຫຼີ (KOICA) ໄດ້ຈັດຊຸດໂຄງການທຶນການສຶກສາເພື່ອຍົກລະດັບຄວາມສາມາດຂອງຜູ້ກວດກາແຮງງານ ຜ່ານການເສີມຂະຫຍາຍຄວາມຮູ້ພື້ນຖານ ແລະ ກໍລິນີສຶກສາຕົວຈິງ.ການລິເລີ່ມດັ່ງກ່າວມີກຳນົດການປະຕິບັດເປັນໄລຍະສາມປີ ແຕ່ປີ 2018-2020 ເຊິ່ງເປັນສ່ວນໜຶ່ງຂອງໂຄງການປັບປຸງ ແລະ ຍົກລັະດັບຄວາມສາມາດເພື່ອອະນາຄົດ ຂອງອົງການ KOICA.ອ່ານຕໍ່ ...
ໂຕະຂ່າວ
ອຳນາດການປົກຄອງສືບຕໍ່ການກວດກາໂຮງງານເພື່ອປົກປ້ອງສິດຂອງຜູ້ອອກແຮງງານ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ແຮງງານທ້ອງຖິ່ນຈະສືບຕໍ່ການກວດກາໂຮງງານ ເຊິ່ງເປັນສ່ວນໜຶ່ງຂອງວຽກງານການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານທຸກຄົນໃນທົ່ວປະເທດ.ໃນລາວ, ການປົກປ້ອງສິດຂອງຜູ້ອອກແຮງງານແມ່ນສິ່ງຈຳເປັນ ເພື່ອປະກອບສ່ວນໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ຄວາມບໍ່ຮູ້ກົດໝາຍແຮງງານເຮັດໃຫ້ຜູ້ອອກແຮງງານໃນລາວບໍ່ຮູ້ກ່ຽວກັບສິດທິຂອງຕົນ
ວຽງຈັນ (ວຽງຈັນທາມສ໌/ANN) – ການຂາດຄວາມເຂົ້າໃຈກ່ຽວກັບກົດໝາຍແຮງງານຂອງຜູ້ອອກແຮງງານສ່ວຍໃຫຍ່ ໂດຍສະເພາະໃນຊົນນະບົດ ເຮັດໃຫ້ຜູ້ອອກແຮງງານບໍ່ໄດ້ຮັບປະໂຫຍດຈາກການຕໍ່ລອງກັບນາຍຈ້າງ ຕາມເຈົ້າໜ້າທີ່ການນຳ.ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາຍງານໃນກອງປະຊຸມແຮງງານແຫ່ງຊາດປະຈຳປີວານນີ້ວ່າ ການເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບເນື້ອໃນກົດໝາຍແຮງງານແມ່ນຍັງຈຳກັດ ໂດຍສະເພາະໃນພື້ນທີ່ຊົນນະບົດ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ