ADB ສະໜັບສະໜູນການພັັດທະນາລະບົບການບໍລິການການມີວຽກເຮັດງານທຳໃນລາວ

(ຂປລ) ໂຄງການຊ່ວຍເຫຼືອດ້ານວິຊາການ (TA) ໄດ້ໃຫ້ການຊ່ວຍເຫຼືອໃນການພັດທະນາລະບົບການບໍລິການການມີວຽກເຮັດງານທຳສຳລັບກະຊວງແຮງານ ແລະ ສະຫວັດດີການສັງຄົມ (MLSW) ເພື່ອຂະຫຍາຍໂອກາດສຳລັບຜູ້ທີ່ກຳລັງຊອກຫາວຽກເຮັດງານທຳ ໃນການເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານກ່ຽວກັບການຈ້າງງານ.

“ໂຄງການຊ່ວຍເຫຼືອດ້ານວິຊາການດັ່ງກ່າວແມ່ນມີຄວາມສຳຄັນ ແລະ ຈຳເປັນສຳລັບ ສປປ ລາວ ໃນສະຖານະການປະຈຸບັນ ເນື່ອງຈາກວ່າມັນເປັນການສະໜອງລະບົບການບໍລິການການມີວຽກເຮັດງານທຳ ແລະ ສ້າງຄວາມເຂັ້ມແຂງດ້ານຄວາມສາມາດໃນການຄຸ້ມຄອງດ້ານວິຊາການສຳລັບລັດຖະກອນທີ່ປະຕິບັດໜ້າທີ່ໃນສູນຈັດຫາງານໃນອະນາຄົດ,” ທ່ານ ໄທ ແສງອາລຸນ ຮອງຫົວໜ້າກົມພັດທະນາທັກສະອາຊີບ ແລະ ການຈ້າງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວໃນກອງປະຊຸມວິຊາການກ່ຽວກັບການຍົກລະດັບຄວາມສາມາດໃນການກວດສອບການປະເມີນຜົນກະທົບ AT ທີ່ນະຄອນຫຼວງວຽງຈັນ ໃນວັນທີ 22 ພຶດສະພາຜ່ານມານີ້.

ອ່ານຕໍ່…

ຂປລ