ບຸກຊ່ວຍເຫຼືອສາວລາວ 12 ຄົນຈາກການຄ້າປະເວນີທີ່ຊາຍແດນໄທ-ມາເລເຊຍ

ເຈົ້າໜ້າທີ່ບຸກເຂົ້າກວດສອບຮ້ານຄາຣາໂອເກະທີ່ອຳເພີເມືອງສຸໄຫງໂຄລົກ ນາລາທິວາດ ໃນຕອນຄ່ຳຂອງວັນຈັນຜ່ານມາ ແລະ ຊ່ວຍເຫຼືອສາວລາວ 12 ຄົນຈາກການຄ້າປະເວນີ.

ເຈົ້າໜ້າທີ່ຈາກກົມການປົກຄອງຈັງຫວັດ ແລະ ກົມສືບສວນສອບສວນພິເສດ ພ້ອມດ້ວຍພະນັກງານອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ ໄດ້ທຳການບຸກກວດຄົ້ນສະຖານບັນເທິງ Relax Pub ໃນເວລາ 8.30 ແລງທີ່ຕົວເມືອງຊາຍແດນດັ່ງກ່າວ.

ໃນນັ້ນແມ່ຍິງ 2 ໃນຈຳນວນ 12 ຄົນດັ່ງກ່າວ ສົ່ງໄສວ່າມີອາຍຸຕ່ຳກວ່າ 18 ປີ, ເຊິ່ງໄດ້ມີການສົ່ງຕົວໄປໂຮງໝໍປະຈຳຈັງຫວັດເພື່ອທຳການກວດສອບມວນກະດູກ ຢືນຢັນອາຍຸຈິງ.

ອ່ານຕໍ່…

The Nation