ໂຮງໝໍມິດຕະພາບເປີດສູນວິຊາຊີບດ້ານສຸຂະພາບແຫ່ງທຳອິດຂອງປະເທດ
ສູນກວດສຸຂະພາບແຮງງານແຫ່ງທຳອິດຂອງປະເທດໄດ້ມີການເປີດຕົວທີ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ໃນອາທິດແລ້ວນີ້ ແນໃສ່ປ້ອງກັນ ແລະ ປິ່ນປົວພະຍາດຕ່າງໆທີ່ເກີດຂຶ້ນຈາກການອອກແຮງງານ.ທ່ານ (ປອ) ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຮສ ດຣ ບຸນນາກ ໄຊຊະນະສົງຄາມ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູສຸຂະພາບ ພາຍໃຕ້ກະຊວງສາທາລະນະສຸກ, ພ້ອມດ້ວຍເຈົ້າໜ້າທີ່ການນຳຈາກກະຊວງ ແລະ ແຂກຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມໃນພິທີເປີດສູນດັ່ງກ່າວໃນວັນສຸກຜ່ານມາ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
Thailand says $11M seized in wildlife trafficking sting
Thailand s anti-money laundering authorities said Wednesday they have seized or frozen more than 330 million baht ($11 million) worth of assets in a sting operation against a suspected wildlife trafficking ring. The March 12 operation targeted Boonchai Bach, a Vietnamese and Thai citizen who was arrested in 2018 ...
AP news wire
ໄກ້ນຳທ່ຽວ 66 ຄົນພ້ອມແລ້ວທີ່ຈະເຂົ້າສູ່ຖັນແຖວອາຊີບ
ບຸກຄະລາກອນການທ່ອງທ່ຽວຈຳນວນ 66 ຄົນທີ່ສຳເລັດການຝຶກອົບຮົບກຽມພ້ອມທີ່ຈະປະກອບອາຊີບເປັນນັກນຳທ່ຽວ, ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການສົ່ງເສີມປີທ່ອງທ່ຽວລາວ-ຈີນ 2019 ແລະ ສ້າງສີສັນໃຫ້ແກ່ສະຖານທີ່ທ່ອງທ່ຽວໃນລາວ.ກຸ່ມນັກຝຶກອົບຮົມດັ່ງກ່າວໄດ້ສຳເລັດຫຼັກສູດການຝຶກອົບຮົມໄກ້ນຳທ່ຽວແຫ່ງຊາດຊຸດທີ 26 ຂອງລັດຖະບານ, ເຊິ່ງມີຂຶ້ນທີ່ນະຄອນວຽງຈັນ ແຕ່ວັນທີ 27 ພຶດສະພາ ເຖິງ 9 ສິງຫານີ້.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ນ້ຳຖ້ວມປີກາຍເຮັດໃຫ້ລາຄາເຂົ້າຂຶ້ນສອງເທົ່າ
ລາຄາເຂົ້າສານໜຽວປັບຕົວສູງຂຶ້ນໃນລາວ, ຍ້ອນໄພນ້ຳຖ້ວມຄັ້ງໃຫຍ່ໃນດິນແດນທີ່ອຸດົມສົມບູນທີ່ສຸດໃນພາກພື້ນ ແລະ ສາເຫດອື່ນໆທີ່ກ່ຽວຂ້ອງ, ຄຽງຄູ່ກັນລາຄາອາຫານສ່ວນໃຫຍ່ທີ່ປັບຕົວສູງຂຶ້ນ ເນື່ອງຈາກການລະບາດຂອງພະຍາດອະຫິວາໝູອາຟຼິກາໃນຈີນ ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້ໃນຊ່ວງປີຜ່ານມາ.ເຈົ້າຂອງຮ້ານຂາຍເຂົ້າຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຕໍ່ໜ່ວຍຂ່າວ RFA ລາວວ່າ, “ລາຄາເຂົ້າສານແມ່ນເພີ່ມຂຶ້ນສອງເທົ່າ. ບາງເທື່ອອາດຂຶ້ນເຖິງສາມເທົ່າຕົວ. ປະຈຸບັນຢູ່ນະຄອນຫຼວງ ລາຄາເຂົ້າສານໜຽວໜຶ່ງໝື່ນແມ່ນຢູ່ທີ່ $13 ໂດລາ, ເພີ່ມຂຶ້ນຈາກ $7 ໂດລາໃນທ້າຍປີກາຍ.”ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-sticky-rice-price-increase-09052019094704.html
ລັດຖະບານລາວພິຈາລະນາອາກອນເພື່ອອະນຸລັກສິ່ງແວດລ້ອມຈາກມົນລະພິດທາງອຸດສາຫະກຳ
ອຸດສາຫະກຳທີ່ສ້າງມົນລະພິດຈະຕ້ອງຈ່າຍອາກອນເພີ່ມເຕີມ ຕາມແນວທາງຍຸດທະສາດການພັດທະນາສີຂຽວຂອງລັດຖະບານ. ພາຍໃຕ້ຍຸດທະສາດດັ່ງກ່າວ ເຊິ່ງຮັບຮອງໂດຍ ທ່ານນາຍົກ ທອງລຸນ ສີສຸລິດ ໃນວັນທີ 30 ມັງກອນ, ກະຊວງການເງິນໄດ້ແຈ້ງອາກອນເພື່ອຫຼຸດຜ່ອນການສ້າງມົນລະພິດ ແລະ ຂີ້ເຫຍື້ອທີ່ເປັນອັນຕະລາຍຂອງອຸດສາຫະກຳຕ່າງໆ.ປະຈຸບັນ ອຸດສາຫະກຳຕ້ອງເສຍອາກອນທຸລະກິດ ເຊິ່ງຄິດເປັນ 24% ຂອງກຳໄລຂອງບໍລິສັດ, ກໍຄືພາສີ, ອາກອນມູນຄ່າເພີ່ມ ແລະ ອາກອນລາຍຮັບ.ອ່ານຕໍ່ ...
ເອກະພອນ ພູທອນສີ
ລັດຖະບານກຳນົດລາຍລະອຽດມາດຕະການເພື່ອຄວບຄຸມ ແລະ ຊົດໃຊ້ໜີ້ສິນສາທາລະນະ
ລັດຖະບານຈະຫຼຸດຜ່ອນການຂາດດູນດ້ານງົບປະມານໃຫ້ເປັນສູນພາຍໃນປີໜ້າ ເພື່ອຮັບປະກັນວ່າໜີ້ສິນສາທາລະນະລະດັບສູງຂອງລາວ ຈະສາມາດຊົດໃຊ້ໄດ້ໄວເທົ່າທີ່ເປັນໄປໄດ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລາຍງານຕໍ່ສະພາແຫ່ງຊາດໃນອາທິດແລ້ວນີ້.ທ່ານ ສົມດີ ເຊິ່ງຄວບຕຳແໜ່ງລັດຖະມົນຕີກະຊວງການເງິນຍັງກ່າວຕື່ມວ່າ, ‘ພວກເຮົາຂໍຮັບປະກັນວ່າ ແຜນການໃຊ້ຈ່າຍຂອງລັດຈະກຳນົດຕາມອັດຕາລາຍຮັບຕົວຈິງ,’ ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ.‘ນີ້ແມ່ນບັນຫາທ້າທາຍອັນໜຶ່ງ.’ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ຊາວບ້ານ 1,400 ຄົນປະສົບຄວາມຫຍຸ້ງຍາກ ພາຍຫຼັງການຍ້າຍພູມລຳເນົາສຳລັບໂຄງການກໍ່ສ້າງເຂື່ອນ
ຊາວບ້ານປະມານ 1,400 ຄົນປະສົບຄວາມຫຍຸ້ງຍາກໃນການລ້ຽງຊີບ ພາຍໃນໄລຍະສາມເດືອນຫຼັງການຍ້າຍພູມລຳເນົາສຳລັບໂຄງການກໍ່ສ້າງເຂື່ອນ. ຊາວບ້ານບາງຈຳນວນຈຳຕ້ອງກັບຄືນບ້ານເດີມເພື່ອປູກເຂົ້າຕາມລະດູການ.ເຂື່ອນໄຟຟ້ານ້ຳອູ 4 ຂອງບໍລິສັດຈີນ ເປັນໜຶ່ງໃນເຈັດເຂື່ອນທີ່ມີແຜນກໍ່ສ້າງຕາມລຳນ້ຳອູ ທີ່ໄຫຼຜ່ານແຂວງຜົ້ງສາລີ ແລະ ແຂວງຫຼວງພະບາງທາງພາກເໜືອຂອງລາວ.ປະຊາຊົນ 1,400 ຈາກ 297 ຄອບຄົວທີ່ອາໄສຢູ່ໃນຫ້າບ້ານຂອງເມືອງຂວາ ແຂວງຜົ້ງສາລີ ໄດ້ທຳການຍົກຍ້າຍພູມລຳເນົາມາຢູ່ບ້ານໃໝ່ໃນວັນທີ 14 ມີນາ 2019.ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/nam-ou-4-laos-relocation-07172019144359.html
ບໍລິສັດໄທບໍລິຈາກເງິນຊ່ວຍເຫຼືອບັນເທົາທຸກ 173,000 ໂດລາສະຫະລັດ ສຳລັບຜູ້ປະະສົບໄພນ້ຳຖ້ວມໃນລາວ
(ຂປລ) ບໍລິສັດພະລັງງານບ້ານຜື (BPP) ປະເທດໄທບໍລິຈາກທຶນຊ່ວຍເຫຼືອບັນເທົາທຸກຈຳນວນ 5.5 ລ້ານບາດ ຫຼືປະມານ 173,000 ໂດລາສະຫະລັດ ເພື່ອຊ່ວຍເຫຼືອຜູ້ປະະສົບໄພນ້ຳຖ້ວມໃນລາວ.ອ່ານຕໍ່ ...
ຂປລ
ອົງການນິດາສ້າງລະບົບນ້ຳປະປາເຂດພູດອຍເພື່ອຊ່ວຍເຫຼືອປະຊາຊົນລາວ
ບາງກອກ – ເພື່ອເປັນສ່ວນໜຶ່ງຂອງກິດຈະກຳການຊ່ວຍເຫຼືອປະເທດເພື່ອບບ້ານ, ອົງການຮ່ວມມືເພື່ອການພັດທະນາເສດຖະກິດໃນປະເທດເພື່ອບ້ານ (NEDA) ໄດ້ຮ່ວມມືກັບບໍລິສັດລາວໂວ ວິສາວະກຳ ແລະ ກໍ່ສ້າງຈຳກັດ ເພື່ອສ້າງລະບົບນ້ຳປະປາໃນເຂດພູດອຍ ພາຍໃຕ້ງົບປະມານ 500,000 ບາດ ເພື່ອຊ່ວຍເຫຼືອປະຊາຊົນບ້ານກິ່ວແຕງ ເມືອງຈອມເພັດ ແຂວງຫຼວງພະບາງຂອງລາວ, ເຊິ່ງເປັນກຸ່ມທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງເຂື່ອນໄຟຟ້າຫົງສາ – ບ້ານຊຽງໝັ້ນ.ອ່ານຕໍ່ ...
ຂະແໜງການລັດ ແລະ ຫົວໜ່ວຍທຸລະກິດ ທຳຄວາມເຂົ້າໃຈກ່ຽວກັບອະນຸສັນຍາ CISG
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານ ແລະ ຕາງໜ້າຂະແໜງການທຸລະກິດ ເຂົ້າຮ່ວມກອງປະຊຸມວິຊາການ ແນໃສ່ເສີມຂະຫຍາຍຄວາມເຂົ້າໃຈຕໍ່ກັບເນື້ອໃນ ແລະ ການແກ້ໄຂຂໍ້ຂັດແຍ່ງ ພາຍໃຕ້ອະນຸສັນຍາຂອງສະຫະປະຊາຊາດວ່າດ້ວຍພັນທະສັນຍາການຊື້ຂາຍສິນຄ້າສາກົນ (CISG).ກອງປະຊຸມກ່ຽວກັບ CISG ດັ່ງກ່າວແມ່ນຈັດຂຶ້ນທີ່ກະຊວງອຸດສາຫະກຳ ແລະ ການຄ້າ ວານນີ້ ພາຍໃຕ້ການສະໜັບສະໜູນຂອງໂຄງການ USAID LUNA II.ອ່ານຕໍ່ ...
ໂຕະຂ່າວ
ໄທ ແລະ ລາວຕົກລົງຮັດແໜ້ນການຮ່ວມມືກ່ຽວກັບການປ້ອງກັນ ແລະ ສະກັດກັ້ນຢາເສບຕິດ
ບາງງກອກ – ໄທ ແລະ ລາວໄດ້ຕົກລົງຮັດແໜ້ນການຮ່ວມມືກ່ຽວກັບການປ້ອງກັນ ແລະ ສະກັດກັ້ນຢາເສບຕິດ ເພື່ອສົ່ງເສີມສັນຕິພາບ ແລະ ການຮ່ວມມືໃນພື້ນທີ່ຊາຍແດນລະຫວ່າງສອງຊາດ. ສອງປະເທດໄດ້ເຂົ້າຮ່ວມກອງປະຊຸມ ຄະນະກຳມະການຊາຍແດນໄທ-ລາວ (GBC) ຄັ້ງທີ 25 ທີ່ບາງກອກ, ອ່ານຕໍ່ ...
Jettana Pantana
ລາວ, ໄທ ຕົກລົງຮ່ວມມືດ້ານເທັກໂນໂລຢີດິຈິຕອລ໌ເພື່ອອຸດສາຫະກຳ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ໄທ ຕົກລົງຮ່ວມມືກັນໃນການນຳໃຊ້ ແລະ ພັດທະນາເທັກໂນໂລຢີດິຈິຕອລ໌ເພື່ອການກະສິກຳ ແລະ ອຸດສາຫະກຳ ເຊິ່ງເປັນສ່ວນໜຶ່ງໃນການປະຕິວັດເພື່ອຂ້າມຜ່ານສູ່ຍຸກອຸດສາຫະກຳ 4.0.ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືໄດ້ກ່າວ ໄດ້ມີການລົງນາມໃນອາທິດແລ້ວນີ້ ຢູ່ນະຄອນຫຼວງວຽງຈັນ ໂດຍທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເທັກໂນໂລຢີດິຈິຕອລ໌ ພາຍໃຕ້ກະຊວງວະທິຍາສາດ ແລະ ເທັກໂນໂນຢີ ແລະ ທ່ານ ນັດທະພົນ ນິມມານພັດຈະລິນ ປະທານອົງກອນເສດຖະກິດ ແລະ ສົ່ງເສີມດິຈິຕອລ໌ແຫ່ງປະເທດໄທ (DEPA).ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
http://annx.asianews.network/content/laos-thailand-agree-digital-tech-cooperation-industry-103704
ການຮ່ວມມືລາວ, ສະວິດສືບຕໍ່ການລິເລີ່ມເພື່ອການກະສິກຳ-ຊີວະນາໆພັນ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ສະວິດເຊີແລນຈະສືບຕໍ່ການຮ່ວມມືໃນໂຄງການລິເລີ່ມເພື່ອການກະສິກຳ-ຊີວະນາໆພັນ (TABI) ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ຂອງຊຸມຊົນເຂດພູດອຍຜ່ານການຄຸ້ມຄອງທີ່ດິນແບບຍືນຍົງ.TABI ແມ່ນໂຄງກາຮ່ວມມືລະຫວ່າງກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມືສະວິດ (SDC), ເຊິ່ງເລີ່ມດຳເນີນມາຕັ້ງແຕ່ປີ 2009 ແລະ ປະຈຸບັນແມ່ນຢູ່ໃນໄລຍະທີ່ສາມ ແລະ ສຸດທ້າຍ (ແຕ່ເດືອນເມສາ 2017-ກັນຍາ 2020).ອ່ານຕໍ່ ...
ເອດີບີຊ່ວຍເຫຼືອການປັບປຸງການສະໜອງນ້ຳປະປາ ແລະ ສຸຂາພິບານໃນ 6 ຕົວເມືອງໃນ ສປປ ລາວ
ວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (14 ກັນຍາ 2018)- ຄະນະບໍລິຫານຂອງທະນາຄານພັດທະນາອາຊີ (ເອດີບີ) ໄດ້ອະນຸມັດເງິນຊ່ວຍເຫຼືອເພີ່ມເຕີມ ຈຳນວນ 30.5 ລ້ານໂດລາ ໃນຮູບແບບທຶນຊ່ວຍເຫຼືອລ້າ ເພື່ອຊ່ວຍເຫຼືອລັດຖະບານລາວໃນການປັບປຸງລະບົບນ້ຳປະປາ ແລະ ສຸຂາພິບານໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ).ອ່ານຕໍ່ ...
ເອດີບີ
ສື່ມວນຊົນສູນກາງ ທ້ອງຖິ່ນເປັນແຫຼ່ງຂໍ້ມູນຂ່າວສານທີ່ໜ້າເຊື່ອຖືກ່ຽວກັບໄພນ້ຳຖ້ວມ
ວຽງຈັນ (ວຽງຈັນທາມສ໌/ANN) – ສື່ມວນຊົນສູນກາງ ທ້ອງຖິ່ນ ໄດ້ໃຫ້ການລາຍງານທີ່ຄອບຄຸມ ແລະ ທັນສະພາບກ່ຽວກັບໄພນ້ຳຖ້ວມຢູ່ພາກກາງ ແລະ ພາກໃຕ້ຂອງລາວ ເຮັດໃຫ້ເປັນແຫຼ່ງຂ່າວທີ່ໜ້າເຊື່ອຖືທີ່ສຸດ, ຕາມເຈົ້າໜ້າທີ່ການນຳ.ທ່ານ ສະຫວັນກອນ ຣາຊມຸນຕຼີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວໃນວັນທີ 19 ກັນຍາວ່າ ໃນນາມຂອງລັດຖະບານທ່ານຂໍສະແດງຄວາມຮູ້ບຸນຄຸນ ຕໍ່ສື່ມວນຊົນສູນກາງ ທ້ອງຖິ່ນ ໃນການເຜີຍແຜ່ຂໍ້ມູນຂ່າວສານທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບສະພາບການໃນພື້ນທີ່ປະສົບໄພນ້ຳຖ້ວມ.ອ່ານຕໍ່ ...
ເອກະພອນ ພູທອນສີ
http://annx.asianews.network/content/lao-mainstream-media-serves-reliable-source-flood-information-104727
ອັດຕາການຕາຍຂອງແມ່ນໃນລາວຫຼຸດລົງ ແຕ່ຍັງສູງທຽບກັບພາກພື້ນ
ວຽງຈັນ (ວຽງຈັນທາມສ໌/ANN) – ອັດຕາການຕາຍຂອງແມ່ໃນລາວຫຼຸດລົງຫ້າເທົ່າ ແລະຈຳນວນແພດຜະດຸງຄັນກໍເພີ່ມຂຶ້ນກວ່າ 2,500 ຄົນໃນຊ່ວງ 25 ປີຜ່ານມາ, ເຈົ້າໜ້າທີ່ລະດັບສູງກ່າວວານນີ້.ລາວໄດ້ປະສົບຜົນສຳເລັດທີ່ພົ້ນເດັ່ນໃນຫຼາຍດ້ານ ນັບຕັ້ງແຕ່ໄດ້ມີການຈັດຕັ້ງປະຕິບັດແຜນດຳເນີນງານທີ່ຮັບຮອງໂດຍລັດຖະບານຈາກ 179 ປະເທດໃນກອງປະຊຸມວ່າດ້ວຍປະຊາກອນ ແລະ ການພັດທະນາສາກົນ (ICPD) ທີ່ກຸງໄຄໂຣ ປະເທດອີຢິບ ໃນປີ 1994.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/maternal-death-rate-declines-remains-high-region-100020
ຊາວບ້ານທີ່ຍ້າຍພູມລຳເນົາເພື່ອສ້າງເຂື່ອນ ຢູ່ໃນສະພາບຂາດແຄນນ້ຳ ເນື່ອງຈາກໄພແລ້ງ
ຊາວບ້ານ 100 ກວ່າຄອບຄົວ ທີ່ໄດ້ຍ້າຍທີ່ຕັ້ງບ້ານໃນສີ່ປີກ່ອນ ສຳລັບການກໍ່ສ້າງເຂື່ອນໄຟຟ້ານ້ຳທາ 1 ຢູ່ແຂວງຫຼວງນ້ຳທາ ກຳລັງຢູ່ໃນສະພາບຂາດແຄນນ້ຳ ເນື່ອງຈາກໄພແລ້ງ, ຕາມແຫຼ່ງຂ່າວທ້ອງຖິ່ນ.ແຫຼ່ງນ້ຳທີ່ຢູ່ໃກ້ເຂດບ້ານທີ່ຍົກຍ້າຍພູມລຳເນົາເພື່ອການສ້າງເຂື່ອນນ້ຳທາ 1 ເຊິ່ງປະກອບດ້ວຍເຈັດບ້ານນ້ອຍ, ຕັ້ງຢູ່ເຂດເນີນສູງ ຫ່າງຈາກນ້ຳທາປະມານ 10 ກມ (6 ໄມ) ຢູ່ເມືອງນາແລ ໃນປະຈຸບັນແມ່ນຢູ່ໃນສະພາບບົກແຫ້ງ, ຫົວໜ້າເຂດບ້ານຕະວັນ ເປີດເຜີຍໃນການສຳພາດຕໍ່ໜ່ວຍຂ່າວ RFA ລາວ.ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
ອຳນາດການປົກຄອງສືບຕໍ່ການກວດກາໂຮງງານເພື່ອປົກປ້ອງສິດຂອງຜູ້ອອກແຮງງານ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ແຮງງານທ້ອງຖິ່ນຈະສືບຕໍ່ການກວດກາໂຮງງານ ເຊິ່ງເປັນສ່ວນໜຶ່ງຂອງວຽກງານການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານທຸກຄົນໃນທົ່ວປະເທດ.ໃນລາວ, ການປົກປ້ອງສິດຂອງຜູ້ອອກແຮງງານແມ່ນສິ່ງຈຳເປັນ ເພື່ອປະກອບສ່ວນໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ລັດຖະບານຕົກລົງຫຼຸດຄ່າໄຟຟ້າເພື່ອສົ່ງເສີມປະສິດທິພາບການຜະລິດ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຕົກລົງຫຼຸດຄ່າໄຟຟ້າເພື່ອເພີ່ມທະວີນະໂຍບາຍໃນການສົ່ງເສີມການລົງທຶນ ແລະ ປະສິດທິພາບຂອງການຜະລິດ ທັງເປັນການຍົກລະດັບຊີວິດການເປັນຢູ່ສຳລັບຜູ້ມີລາຍຮັບຕ່ຳ.ຂໍ້ຕົກລົງດັ່ງກ່າວໄດ້ຜ່ານການຮັບຮອງໃນກອງປະຊຸມລະຫວ່າງສະມາຊິກລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງ ເຊິ່ງຈັດຂຶ້ນໃນອາທິດນີ້ທີ່ວຽງຈັນ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/laos-agrees-lower-electricity-rates-promote-productivity-99226
ສານສະແດງຄວາມເສົ້າສະຫຼົດໃຈຍັງຄົງມີມາຢ່າງຕໍ່ເນື່ອງຈາກບັນດາປະເທດເພື່ອນມິດ
ຜູ້ນຳຈາກນາໆປະເທດຍັງຄົງສືບຕໍ່ສະແດງຄວາມເຫັນອົກເຫັນໃຈຕໍ່ລາວ ກ່ຽວກັບໂສກອະນາຕະກຳຈາກສັນເຂື່ອນແຕກທີ່ເຂື່ອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌