ຊາວບ້ານ 1,400 ຄົນປະສົບຄວາມຫຍຸ້ງຍາກ ພາຍຫຼັງການຍ້າຍພູມລຳເນົາສຳລັບໂຄງການກໍ່ສ້າງເຂື່ອນ

ຊາວບ້ານປະມານ 1,400 ຄົນປະສົບຄວາມຫຍຸ້ງຍາກໃນການລ້ຽງຊີບ ພາຍໃນໄລຍະສາມເດືອນຫຼັງການຍ້າຍພູມລຳເນົາສຳລັບໂຄງການກໍ່ສ້າງເຂື່ອນ. ຊາວບ້ານບາງຈຳນວນຈຳຕ້ອງກັບຄືນບ້ານເດີມເພື່ອປູກເຂົ້າຕາມລະດູການ.

ເຂື່ອນໄຟຟ້ານ້ຳອູ 4 ຂອງບໍລິສັດຈີນ ເປັນໜຶ່ງໃນເຈັດເຂື່ອນທີ່ມີແຜນກໍ່ສ້າງຕາມລຳນ້ຳອູ ທີ່ໄຫຼຜ່ານແຂວງຜົ້ງສາລີ ແລະ ແຂວງຫຼວງພະບາງທາງພາກເໜືອຂອງລາວ.

ປະຊາຊົນ  1,400 ຈາກ 297 ຄອບຄົວທີ່ອາໄສຢູ່ໃນຫ້າບ້ານຂອງເມືອງຂວາ ແຂວງຜົ້ງສາລີ ໄດ້ທຳການຍົກຍ້າຍພູມລຳເນົາມາຢູ່ບ້ານໃໝ່ໃນວັນທີ 14 ມີນາ 2019.

ອ່ານຕໍ່…

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/nam-ou-4-laos-relocation-07172019144359.html