ບັນຫາບູລິມະສິດດ້ານສຸຂະພາບ

ສຸຂະພາບແມ່ ແລະ ເດັກ

ແຂວງສະຫວັນນະເຂດໄດ້ຮັບການຊຸກຍູ້ໃຫ້ຍົກລະດັບການເບິ່ງແຍງສຸຂະພາບສຳລັບແມ່ມານ

ພະນັກງານທ້ອງຖິ່ນໄດ້ຮັບການຊຸກຍູ້ໃຫ້ຍົກລະດັບຄຸນນະພາບ ແລະ ເພີ່ມທະວີການເຂົ້າເຖິງການບໍລິການດ້ານສຸຂະພາບສຳລັບແມ່ ໃນເມືອງເປົ້າໝາຍຂອງແຂວງສະຫວັນນະເຂດໃຫ້ສອດຄ່ອງຕາມນະໂຍບາຍແຫ່ງຊາດ.ນີ້ແມ່ນຂໍ້ຄວາມຈາກທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໃນພິທີມອບລົດໂຮງໝໍໃຫ້ແກ່ເມືອງເປົ້າໝາຍອາທິດແລ້ວນີ້.ທ່ານໄດ້ໃຫ້ຄຳເຫັນວ່າ ລົດໂຮງໝໍດັ່ງກ່າວຈະຊ່ວຍຫຼຸດຜ່ອນອັດຕາການຕາຍຂອງແມ່. ທີ່ຜ່ານມາ ຍ້ອນການຂາດແຄນລົດໂຮງໝໍໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ຄວາມປອດໄພ ແລະ ຄຸະນນະພາບໃນການເບິ່ງແຍງແມ່ ແລະ ເດັກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ເກົາຫຼີໃຕ້ສະໜັບສະໜູນພາລະກິດການສົ່ງເສີມສຸຂະພາບເດັກອ່ອນ ແລະ ເດັກນ້ອຍໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຮ່ວມມືສາກົນເກົາຫຼີ (KOICA) ຂອງປະເທດເກົາຫຼີໃຕ້ຈະໃຫ້ທຶນຊ່ວຍເຫຼືອປະມານ US$7.5 ລ້ານໂດລາສຳລັບປະເທດລາວແຕ່ປີ 2019 ຫາ 2023 ເພື່ອສົ່ງເສີມວຽກງານສຸຂະພາບແມ່, ເດັກເກີດໃໝ່ ແລະ ເດັກນ້ອຍໃນສາມແຂວງ.ຂໍ້ຕົກລົງກ່ຽວກັບທຶນຊ່ວຍເຫຼືອດັ່ງກ່າວໄດ້ມີການລົງນາມຢູ່ນະຄອນຫຼວງວຽງຈັນໃນວັນອັນຄານນີ້ ໂດຍທ່ານ ບຸນເພັງ ພິລາວົງ ຫົວໜ້າກົມອະນາໄມ ແລະ ສົ່ງເສີ່ມສຸຂະພາບ ກະຊວງສາທາລະນະສຸກ ແລະ ທ່ານ ຊຸງຊູ ໂອ ຫົວໜ້າອົງການ KOICA ປະຈຳລາວ. ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/south-korea-backs-efforts-improve-newborn-and-child-health-102438

ມະຫາວິທະຍາໄລແພດສາດ ເນັ້ນເຖິງຄວາມຈຳເປັນໃນການເພີ່ມການໃຫ້ຂໍ້ມູນຂ່າວສານກ່ຽວກັບສຸຂະພາບໄວຈະເລີນພັນ

ເຈົ້າໜ້າທີ່ສາທາລະນະສຸກ ແລະ ອຳນາດການປົກຄອງທ້ອງຖິ່ນຄວນເພີ່ມທະວີສະໜອງຂໍ້ມູນດ້ານການບໍລິການສາທາລະນະສຸກກ່ຽວກັບໄວຈະເລີນພັນ ແລະ ເພດສຶກສາສຳລັບໄວໜຸ່ມເພື່ອຫຼຸດຜ່ອນອັດຕາການຖືພາໃນເວລາທີ່ບໍ່ພ້ອມ.ການຖືພາໃນເວລາທີ່ບໍ່ພ້ອມ ແມ່ນໜຶ່ງໃນສາເຫດໃຫ້ແມ່ຍິງບໍ່ສາມາດອອກໄປເຮັດວຽກນອກບ້ານ ແລະ ມີທ່າອ່ຽງຈຳກັດກ່ຽວກັບອຳນາດທາງການເງິນ. ຍິ່ງໄປກວ່ານັ້ນ,​ ພັນທະໃນການລ້ຽງລູກຍັງເປັນສາເຫດໃຫ້ແມ່ຍິງຜະເຊີນກັບການເລືອກປະຕິບັດໃນການເຂົ້າເຮັດວຽກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ແພດເພີ່ມທະວີການສົ່ງເສີມການລ້ຽງລູກດ້ວຍນົມແມ່ໃນລາວ

ເຈົ້າໜ້າທີ່ສາທາລະນະສຸກ ຍອມຮັບວ່າພໍ່ແມ່ຈຳນວນຫຼາຍຍັງຄົງບໍ່ຮູ້ວ່າການເລີ່ມໃຫ້ນົມລູກດ້ວຍນົມແມ່ (ໃນຊົ່ວໂມງທຳອິດຫຼັງການເກີດ) ຈະຊ່ວຍສົ່ງເສີມສຸຂະພາບ ແລະ ຄວາມຢູ່ດີມີແຮງຂອງລູກໃນໄລຍະຍາວ, ເນື່ອງຈາກວ່ານ້ຳນົມເຫຼືອງ ຫຼື ນົມຢອດທຳອິດ ແມ່ນອຸດົມໄປດ້ວຍສານອາຫານທີ່ມີຄຸນຄ່າ ແລະ ຊ່ວຍສ້າງພູມຕ້ານທານພະຍາດໃຫ້ກັບເດັກໄດ້.ໂດຍສະເພາະເດັກນ້ອຍທີ່ໄດ້ຮັບການລ້ຽງດູດ້ວຍນົມແມ່ ສາມາດຫຼຸດຜ່ອນຄວາມສ່ຽງຕໍ່ການເປັນພະຍາດຕ່າງໆ ເຊັ່ນ ພະຍາດຫືດ, ເບົາຫວານ, ພະຍາດຕຸ້ຍ, ການຕິດເຊື້ອໃນລະບົບທາງເດີນອາຫານ ແລະ ພະຍາດຖອກທ້ອງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ອັດຕາການຕາຍຂອງແມ່ນໃນລາວຫຼຸດລົງ ແຕ່ຍັງສູງທຽບກັບພາກພື້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ອັດຕາການຕາຍຂອງແມ່ໃນລາວຫຼຸດລົງຫ້າເທົ່າ ແລະຈຳນວນແພດຜະດຸງຄັນກໍເພີ່ມຂຶ້ນກວ່າ 2,500 ຄົນໃນຊ່ວງ 25 ປີຜ່ານມາ, ເຈົ້າໜ້າທີ່ລະດັບສູງກ່າວວານນີ້.ລາວໄດ້ປະສົບຜົນສຳເລັດທີ່ພົ້ນເດັ່ນໃນຫຼາຍດ້ານ ນັບຕັ້ງແຕ່ໄດ້ມີການຈັດຕັ້ງປະຕິບັດແຜນດຳເນີນງານທີ່ຮັບຮອງໂດຍລັດຖະບານຈາກ 179 ປະເທດໃນກອງປະຊຸມວ່າດ້ວຍປະຊາກອນ ແລະ ການພັດທະນາສາກົນ (ICPD) ທີ່ກຸງໄຄໂຣ ປະເທດອີຢິບ ໃນປີ 1994.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/maternal-death-rate-declines-remains-high-region-100020

ອັດຕາການຕາຍຂອງແມ່ໃນລາວຫຼຸດລົງໃນປີຜ່ານມາ

(ຂປລ) ປີກາຍນີ້ (2018) ລາວມີອັດຕາການຕາຍຂອງແມ່ຫຼຸດລົງເຫຼືຶອ 129 ຄົນຈາກ 151 ຄົນໃນປີ 2017, ຕາມບົດລາຍງານຂອງກະຊວງສາທາລະນະສຸກ.“ພວກເຮົາສາມາດຫຼຸດຜ່ອນອັດຕາການຕາຍຂອງແມ່ລົງ ຍ້ອນແມ່ສາມາດເຂົ້າເຖິງການຮັກສາສຸຂະພາບໄດ້ດີຂຶ້ນ ແລະ ແມ່ມີຄວາມຮູ້ຫຼາຍຂຶ້ນກ່ຽວກັບຄວາມສຳຄັນໃນການເບິ່ງແຍງຄັນ ແລະ ການໄປເກີດລູກຢູ່ໂຮງໝໍ,” ທ່ານ ດຣ ເນົາ ບຸດຕາ ເລຂາທິການປະຈຳກະຊວງສາທາລະນະສຸກໃຫ້ຄຳເຫັນ.ອ່ານຕໍ່ ...

ຂປລ

ຍີ່ປຸ່ນສະໜັບສະໜຸນໂຄງການກຸມມານລະເວດແຂວງຫົວພັນຂອງລາວ.

(ຂປລ) ລັດຖະບານຍີ່ປຸ່ນໄ້ໃຫ້ທຶນຊ່ວຍເຫຼືອລ້າກວ່າ US$ 281,000 ໂດລາສຳລັບໂຄງການກຸມມານລະເວດແຂວງຫົວພັນ ທາງພາກເໜືອຂອງລາວ.ໂຄງການດັ່ງກ່າວມີຊື່ວ່າ “ການຍົກລະດັບລະບົບກຸມມານລະເວດແຂວງຫົວພັນ ຜ່ານການສ້າງຄວາມສາມາດໃຫ້ແກ່ບຸກຄະລາກອນການແພດ ແລະ ແພດຊຸມຊົນ” ແມ່ນກ້າວມາເຖິງປີທີສາມ ແລະ ແນໃສ່ປະກອບສ່ວນຫຼຸດຜ່ອນອັດຕາການຕາຍຂອງເດັກທີ່ມີອາຍຸຫບໍ່ເກີນ 5 ປີທີ່ເມືອງຊອນ ແລະ ເມືອງຫົວເມືອງ ໂດຍການສົ່ງເສີມການບໍລິການດ້ານກຸມມານລະເວດຕາມສຸກສາລາ ດ້ວຍການເພີ່ມທະວີຄວາມເຂົ້າໃຈຂອງຊາວບ້ານກ່ຽວກັບບັນຫາສຸຂະພາບເດັກ ຜ່ານກິດຈະກຳເພື່ອສົ່ງເສີມສຸຂະພາບຂອງຄະນະກຳມະການສາທາລະນະສຸກບ້ານ.ອ່ານຕໍ່ ...

ຂປລ

ເກົາຫຼີຊ່ວຍຍົກລະດັບຄວາມສາມາດຂອງເດັກ

ຄວາມຄືບໜ້າໃນການສ້າງຄວາມເຂັ້ມແດງດ້ານຄວາມສາມາດຂອງເດັກ ເພື່ອສົ່ງເສີມສຸຂະພາບຂອງເດັນເກີດໃໝ່, ເດັກອ່ອນ ແລະ ແມ່ ໄດ້ມີການຫາລືໃນກອງປະຊຸມອາທິດຜ່ານມາ ເຊິ່ງເຈົ້າໜ້າທີ່ສາທາໄດ້ຢືນຢັນຄວາມສຳເລັດຕາມເປົ້າໝາຍຂອງໂຄງການ ໄອໂຮບ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

9JM46
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!