ຍີ່ປຸ່ນສະໜັບສະໜຸນໂຄງການກຸມມານລະເວດແຂວງຫົວພັນຂອງລາວ.

(ຂປລ) ລັດຖະບານຍີ່ປຸ່ນໄ້ໃຫ້ທຶນຊ່ວຍເຫຼືອລ້າກວ່າ US$ 281,000 ໂດລາສຳລັບໂຄງການກຸມມານລະເວດແຂວງຫົວພັນ ທາງພາກເໜືອຂອງລາວ.

ໂຄງການດັ່ງກ່າວມີຊື່ວ່າ “ການຍົກລະດັບລະບົບກຸມມານລະເວດແຂວງຫົວພັນ ຜ່ານການສ້າງຄວາມສາມາດໃຫ້ແກ່ບຸກຄະລາກອນການແພດ ແລະ ແພດຊຸມຊົນ” ແມ່ນກ້າວມາເຖິງປີທີສາມ ແລະ ແນໃສ່ປະກອບສ່ວນຫຼຸດຜ່ອນອັດຕາການຕາຍຂອງເດັກທີ່ມີອາຍຸຫບໍ່ເກີນ 5 ປີທີ່ເມືອງຊອນ ແລະ ເມືອງຫົວເມືອງ ໂດຍການສົ່ງເສີມການບໍລິການດ້ານກຸມມານລະເວດຕາມສຸກສາລາ ດ້ວຍການເພີ່ມທະວີຄວາມເຂົ້າໃຈຂອງຊາວບ້ານກ່ຽວກັບບັນຫາສຸຂະພາບເດັກ ຜ່ານກິດຈະກຳເພື່ອສົ່ງເສີມສຸຂະພາບຂອງຄະນະກຳມະການສາທາລະນະສຸກບ້ານ.

ອ່ານຕໍ່…

ຂປລ