ແພດເພີ່ມທະວີການສົ່ງເສີມການລ້ຽງລູກດ້ວຍນົມແມ່ໃນລາວ

ເຈົ້າໜ້າທີ່ສາທາລະນະສຸກ ຍອມຮັບວ່າພໍ່ແມ່ຈຳນວນຫຼາຍຍັງຄົງບໍ່ຮູ້ວ່າການເລີ່ມໃຫ້ນົມລູກດ້ວຍນົມແມ່ (ໃນຊົ່ວໂມງທຳອິດຫຼັງການເກີດ) ຈະຊ່ວຍສົ່ງເສີມສຸຂະພາບ ແລະ ຄວາມຢູ່ດີມີແຮງຂອງລູກໃນໄລຍະຍາວ, ເນື່ອງຈາກວ່ານ້ຳນົມເຫຼືອງ ຫຼື ນົມຢອດທຳອິດ ແມ່ນອຸດົມໄປດ້ວຍສານອາຫານທີ່ມີຄຸນຄ່າ ແລະ ຊ່ວຍສ້າງພູມຕ້ານທານພະຍາດໃຫ້ກັບເດັກໄດ້.

ໂດຍສະເພາະເດັກນ້ອຍທີ່ໄດ້ຮັບການລ້ຽງດູດ້ວຍນົມແມ່ ສາມາດຫຼຸດຜ່ອນຄວາມສ່ຽງຕໍ່ການເປັນພະຍາດຕ່າງໆ ເຊັ່ນ ພະຍາດຫືດ, ເບົາຫວານ, ພະຍາດຕຸ້ຍ, ການຕິດເຊື້ອໃນລະບົບທາງເດີນອາຫານ ແລະ ພະຍາດຖອກທ້ອງ.

ອ່ານຕໍ່…

ເພັດໂພໄຊ ແສງປະເສີດ