ຊາວບ້ານທີ່ຍ້າຍພູມລຳເນົາເພື່ອສ້າງເຂື່ອນ ຢູ່ໃນສະພາບຂາດແຄນນ້ຳ ເນື່ອງຈາກໄພແລ້ງ

ຊາວບ້ານ 100 ກວ່າຄອບຄົວ ທີ່ໄດ້ຍ້າຍທີ່ຕັ້ງບ້ານໃນສີ່ປີກ່ອນ ສຳລັບການກໍ່ສ້າງເຂື່ອນໄຟຟ້ານ້ຳທາ 1 ຢູ່ແຂວງຫຼວງນ້ຳທາ ກຳລັງຢູ່ໃນສະພາບຂາດແຄນນ້ຳ ເນື່ອງຈາກໄພແລ້ງ, ຕາມແຫຼ່ງຂ່າວທ້ອງຖິ່ນ.

ແຫຼ່ງນ້ຳທີ່ຢູ່ໃກ້ເຂດບ້ານທີ່ຍົກຍ້າຍພູມລຳເນົາເພື່ອການສ້າງເຂື່ອນນ້ຳທາ 1 ເຊິ່ງປະກອບດ້ວຍເຈັດບ້ານນ້ອຍ, ຕັ້ງຢູ່ເຂດເນີນສູງ ຫ່າງຈາກນ້ຳທາປະມານ 10 ກມ (6 ໄມ) ຢູ່ເມືອງນາແລ ໃນປະຈຸບັນແມ່ນຢູ່ໃນສະພາບບົກແຫ້ງ, ຫົວໜ້າເຂດບ້ານຕະວັນ ເປີດເຜີຍໃນການສຳພາດຕໍ່ໜ່ວຍຂ່າວ RFA ລາວ.

ອ່ານຕໍ່…

ໜ່ວຍຂ່າວ RFA ລາວ