Laos' dam disaster victims stare at uncertain future
Fears linger for livelihoods as new villages being built for Lao victims may not be suitable for agricultureTHE VICTIMS of the Xi Pian-Xe Namnoi Dam collapse may not be able to return to their normal lives any time soon because the locations of their new ...
Pratch Rujivanarom
ການຫາລືເພີ່ມເຕີມກ່ຽວກັບໂຄງການເຂື່ອນປາກແບງ, ແຕ່ວ່າໃຜຈະເປັນຜູ້ຮັບຟັງ?
ກອງປະຊຸມໃນອາທິດນີ້ຂອງຄະນະຜູ້ແທນໄທ ກ່ຽວກັບເຂື່ອນໄຟຟ້ານ້ຳຕົກແຫ່ງທີສາມໃນລ້ອງແມ່ນ້ຳຂອງຕອນລຸ່ມທີ່ປາກແບງຂອງລາວ ຊຸກຍູ້ໃຫ້ບໍລິສັດຮັບເໝົາຈີນ, ດາຕັງຄອບ, ດຳເນີນການສຶກສາຄວາມເປັນໄປດ້ານຂ້າມຊາຍແດນໃນການດຳເນີນໂຄງການ ເພື່ອແກ້ໄຂຂໍ້ຂັດແຍ່ງທີ່ຍັງຄ້າງຄາ.ອ່ານຕໍ່ ...
The Nation
ນັກລົງທຶນຈີນ ສະເໜີແຜນພັດທະນາສາມລ່ຽມ ລາວ-ຫວຽດນາມ-ຈີນ
ອຳນາດການປົກຄອງແຂວງຜົ້ງສາລີໄດ້ຮັບຮອງເອົາການສຶກສາຄວາມເປັນໄປໄດ້ສຳລັບການພັດທະນາ ແລະ ສ້າງເຂດເສດຖະກິດພິເສດແຫ່ງໃໝ່ຕາມແລວຊາຍແດນລາວ, ຈີນ ແລະ ຫວຽດນາມ. ບໍລິສັດຈີນຈະລົງສຳຫຼວດເນື້ອທີ່ດິນທັງໝົດ 250 ກິໂລຕາແມັດລວມທັງ 100 ກິໂລຕາແມັດຢູ່ສຖານທີ່ທ່ອງທ່ຽວແລະບໍລິການ ແລະ 150 ກິໂລຕາແມັດຂອງເນື້ອທີ່ເຂດກະສິກຳ ແລະ ອຸດສາຫະກຳ. ບໍລິສັດຈະອອກແບບການສ້າງຫົນທາງເຊື່ອມຕໍ່ຈາກບ້ານອູນູຫາຊາຍແດນສາມລ່ຽມພັດທະນາແຫ່ງໃໝ່ ແລະ ຈະມີການລົງສຳຫຼວດການນຳໃຊ້ທີ່ດິນໃນແຫ່ງດັ່ງກ່າວ. ອ່ານເພິ່ມເຕີມ ...
ໄພບູນ ທະນະບົວສີ
ການຳໃຊ້ລະບົໍບອີເລັກໂທຣນິກຊ່ວຍໃຫ້ລັດຖະບານສົ່ງເສີມການສ້າງລາຍຮັບ
ລາຍຮັບຈາກອາກອນຂອງລາວເພີ່ມຂຶ້ນ 20 ເປີເຊັນໃນຊ່ວງຫົກເດືອນຕົ້ນປີນີ້ ທຽບກັບໄລຍະດຽວກັນຂອງປີຜ່ານມາ, ຕາມກະຊວງການເງິນ.ການເພີ່ມຂຶ້ນຂອງລາຍຮັບດັ່ງກ່າວແມ່ນມາຈາກການເລີ່ມນຳໃຊ້ລະບົບຂໍ້ມູນຂ່າວສານທີ່ທັນສະໄໝໃນການຄຸ້ມຄອງລາຍຮັບຈາກອາກອນ (TAXRIS) ໃນຕົ້ນປີນີ້. ມາເຖິງປະຈຸບັນລະບົບດັ່ງກ່າວໄດ້ມີການນຳໃຊ້ຢູ່ໃນ 10 ຕົວເມືອງໃຫຍ່ ໃນເຈັດແຂວງຂອງລາວ.ກະຊວງການເງິນມີແຜນເສີມຂະຫຍາຍການນຳໃຊ້ລະບົບດັ່ງກ່າວໃນທົ່ວປະເທດພາຍໃນປີ 2020 ເຊິ່ງເປັນສ່ວນໜຶ່ງຂອງພາລະກິດຂອງລັດຖະບານ ໃນການສ້າງຄວາມທັນສະໄໝໂດຍການນຳໃຊ້ລະບົບການຈ່າຍອາກອນແບບອີເລັກໂທຣນິກ ແລະ ເພື່ອສົ່ງເສີມຄວາມໂປ່ງໃສໃນຂະແໜງການເງິນຂອງຊາດ.ອ່ານຕໍ່ ...
ສົມສັກ ພົງຂາວ
ລາວມີຕົວເລກຜູ້ຕິດເຊື້ອໄຂ້ຍຸງກວ່າ 28,300 ກໍລະນີ
(ຂປລ) ນັບແຕ່ຕົ້ນປີ 2019 ປະເທດລາວມີຈຳນວນຜູ້ຕິດເຊື້ອໄຂ້ເລືອດອອກເພີ່ມຂຶ້ນເຖິງ 28,371 ກໍລະນີ ໃນນັ້ນມີຜູ້ເສຍຊີວິດ 60 ກໍລະນີ, ຕາມການລາຍງານຂອງກະຊວງສາທາລະນະສຸກ.ສະຖິຕິການຕິດເຊື້ອພະຍາດດັ່ງກ່າວແມ່ນສູງກວ່າຕົວເລກໃນໄລຍະດຽວກັນຂອງປີຜ່ານມາເຖິງຫ້າເທົ່າ, ເຊິ່ງມີຜູ້ຕິດເຊື້ອພຽງແຕ່ປະມານ 4,600 ກໍລະນີ ແລະ ມີຜູ້ເສຍຊີວິດ 14 ກໍລະນີ.ຍອດຕົວເລກຜູ້ເສຍຊີວິດຢູ່ແຂວງສະຫວັນນະເຂດຍັງຄົງສູງກວ່າຢູ່ແຂວງອື່ນ.ອ່ານຕໍ່ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47906
ລົມພາຍຸໂນຣູ ພັດພາກເອົາຊີວິດປະຊາຊົນແຂວງເຊກອງ
ນໍ້າຖ້ວມຢູ່ແຂວງເຊກອງ ທີ່ເກີດຈາກພາຍຸເຂດຮ້ອນໂນຣູ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ຂະນະທີ່ພາກໃຕ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມເປັນບໍລິເວນກວ້າງ ພາຍຫຼັງຝົນຕົກໜັກຕິດຕໍ່ກັນໃນວັນທີ 27-30 ກັນຍານີ້. ມີຈຳນວນ 28 ໝູ່ບ້ານໃນແຂວງເຊກອງຖືກນໍ້າຖ້ວມ, ໄຟຟ້າຂາດ, ເສັ້ນທາງເປ່ເພ, ທົ່ງໄຮ່ທົ່ງນາຖືກນໍ້າຖ້ວມ, ເມືອງກະລຶມ ແລະ ເມືອງດາກຈຶງ ເປັນເຂດທີ່ໄດ້ຮັບຜົນກະທົບໜັກທີ່ສຸດ. ອ່ານເພິ່ມເຕີມ ...
ຜູ້ລາຍງານຂ່າວທາມສ
ນາຍົກຊຸກຍູ້ໃຫ້ອາຊຽນປະຕິບັດວຽກງານບູລິມະສິດ
ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳອາຊຽນ ຊຸກຍູ້ການຜັນຂະຫຍາຍໜ້າວຽກບູລິມະສິດຂອງອາຊຽນສູ່ການຈັດຕັ້ງປະຕິບັດ ເພື່ອການກໍ່ສ້າງຊຸມຊົນພາກພື້ນອາຊຽນໃຫ້ປະກົດຜົນເປັນຈິງ.ນາຍົກລາວໄດ້ກ່າວຄຳຮຽກຮ້ອງດັ່ງກ່າວໃນລະຫວ່າງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 34 ເຊິ່ງຈັດຂຶ້ນທີ່ບາງກອກ ປະເທດໄທ ໃນທ້າຍອາທິດແລ້ວນີ້ ຕາມການເປີດເຜີຍຕໍ່ສື່ມວນຊົນຂອງກະຊວງການຕ່າງປະເທດລາວ.ອ່ານຕໍ່ ...
ເອກະພອນ ພູທອນສີ
http://annx.asianews.network/content/lao-pm-urges-asean-implement-prioritised-work-99039
ລັດຖະບານເດີນໜ້າວຽກງານຟື້ນຟູປ່າໄມ້ເນື່ອງໃນວັນປູກຕົ້ນໄມ້
ວຽງຈັນ (ວຽງຈັນທາມສ໌/ANN) – ການນຳພັກ ແລະ ລັດ ແລະ ທົ່ວສັງຄົມໄດ້ທຳການປູກເບ້ຍໄມ້ຫຼາຍພັນຕົ້ນ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດໃນວັນເສົາຜ່ານມາ, ເພື່ອເປັນການສົ່ງເສີມນະໂຍບາຍຂອງລັດຖະບານໃນການຟື້ນຟູເນື້ອທີ່ປ່າໄມ້ໃຫ້ໄດ້ 70% ໃນປີ 2020.ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ, ການນຳພັກ ແລະ ລັດ ພ້ອມດ້ວຍເຈົ້າໜ້າທີ່ລັດຖະບານ ໄດ້ປະກອບສ່ວນໃນພິທີປູກຕົ້ນໄມ້ທີ່ສວນພຶກສາຫ້ວຍຍາງ-ດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອປູກເບ້ຍໄມ້ໃນພື້ນທີ່ຫ້າເຮັກຕາ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/arbour-day-bolsters-lao-government%E2%80%99s-reforestation-drive-97746
ນາຍົກລາວຊຸກຍູ້ການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນແຂວງຈຳປາສັກ
ຈຳປາສັກ, ລາວ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແນະນຳໃຫ້ແຂວງຈຳປາສັກແລະ ແຂວງພາກໃຕ້ອື່ນໆ ກ້າວຂ້າມອຸປະສັກ ແລະ ສິ່ງທ້າທາຍຂອງການດຳເນີນທຸລະກິດເພື່ອເພີ່ມໂອກາດໃນການດຶງດູດການລົງທຶນ.ໃນກອງປະຊຸມໄດ້ຫາລືນະໂຍບາຍ ໃນການສ້າງສະພາບແວດລ້ອມເພື່ອດຶງດູດນັກລົງທຶນໃນລາວ. ການເຮັດທຸລະກິດໃນລາວຍັງຄົງເປັນບັນຫາສຳລັບນັກລົງທຶນຈຳນວນໜຶ່ງ ແລະ ອຸປະສັກທີ່ຕ້ອງຜ່ານຜ່າກໍຄືການສົ່ງເສີມການລົງທຶນໃນທຸກຂະແໜງການ.ອ່ານຕໍ່ ...
ໂຕະຂ່າວ
ສປປ ລາວ ເດີນໜ້າຕ້ານການເກີດ "ເຊື້ອດື້ຢາ"
(ຂປລ) ລັດຖະບານ ສປປ ລາວ ເດີນໜ້າຕ້ານການເກີດ “ເຊື້ອດື້ຢາ”: ການຕິດເຊື້ອທີ່ບໍ່ຕອບສະໜອງຕໍ່ຢາຕ້ານເຊື້ອທີ່ນຳໃຊ້ທົ່ວໄປ.ພາຍໃຕ້ການສະໜັບສະໜູນຂອງຄູ່ຮ່ວມພັດທະນາສາກົນ, ກະຊວງສາທາລະນະສຸກ ແລະ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເປີດໂຕແຜນຍຸດທະສາດແຫ່ງຊາດ ເພື່ອຕ້ານການດື້ຢາຂອງພະຍາດ ປີ 2019-2023, ໃນວັນທີ 20 ພະຈິກນີ້. ແຜນດັ່ງກ່າວນີ້ ຈະເປັນແນວທາງສຳລັບການວາງແຜນມາດຕະການ ແລະ ດຳເນີນການລິເລີ່ມ ເພື່ອຕິດຕາມ, ສະກັດກັ້ນ ແລະ ຄວບຄຸມການເກີດຂຶ້ນຂອງເຊື້ອພະຍາດ ທີ່ບໍ່ຕອບສະໜອງຕໍ່ຢາໃນ ສປປ ລາວ.ອ່ານຕໍ່ ...
ໂຕະຂ່າວ ຂປລ
ບຸນຊ້າງດຶງດູດນັກທ່ອງທ່ຽວກຸ່ມໃຫຍ່ສູງແຂວງໄຊຍະບູລີ
ບຸນຊ້າງປະຈຳປີທີ່ແຂວງໄຊຍະບູລີໄດ້ໝູນວຽນມາອີກຄັ້ງ ເຊິ່ງໃນປີນີ້ມີຊ້າງເຂົ້າຮ່ວມ 70 ເຊືອກພ້ອມກວານຊ້າງ ແລະ ມີກິດຈະກຳຢ່າງຫຼວງຫຼາຍສ້າງຄວາມມ່ວນຊື່ນໃຫ້ແກ່ແຂກທີ່ມາທ່ຽວຊົມ.ບຸນຊ້າງ ເຊິ່ງໄດ້ຮັບຄວາມນິຍົມໃນທຸກປີນັບແຕ່ມີການເລີ່ມຈັດງານຄັ້ງທຳອິດໃນປີ 2007 ທີ່ເມືອງຫົງສາ, ໄດ້ມີພິທີເປີດຢ່າງຄືກຄື້ນໃນວັນເສົາທີ່ຜ່ານມາ ເຊິ່ງມີຫຼາກຫຼາຍກິດຈະກຳສຳລັບຮອງຮັບນັກທ່ອງທ່ຽວ ແຕ່ວັນທີ 17-28 ກຸມພານີ້.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ໂທລາວ, ລາວໂທລະຄົມຊ່ວຍໃນການສ້າງທຸລະກິດໄລຍະເລີ່ມຕົ້ນ
ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດໂທລາວ, ຮ່ວມກັບບໍລິສັດລາວໂທລະຄົມຈຳກັດມະຫາຊົນ (ລາວໂທລະຄົມ) ໄດ້ຮ່ວມຈັດຕັ້ງວິສາຫະກິດເພື່ອແນໃສ່ຊ່ວຍເຫຼືອຜູ້ປະກອບການໜຸ່ມລາວ, ຜູ້ເລີ່ມຕົ້ນ ໃນການນຳໃຊ້ເທັກໂນໂລຢີດິຈິຕອລ໌ເພື່ອສ້າງທ່າແຮງສູງສຸດໃນການດຳເນີນທຸລະກິດຂອງເຂົາເຈົ້າ.ທັງສອງບໍລິສັດຄາດວ່າ ການດຳເນີນການດັ່ງກ່າວວ່າຈະເພີ່ມຍອດໃນການນຳໃຊ້ເທັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ. ທັງເຊື່ອວ່ານະວັດຕະກຳ ແລະ ການສ້າງສັນຂອງນັກທຸລະກິດໜຸ່ມຈະຊ່ວຍສົ່ງເສີມການພັດທະນາດ້ານເສດຖະກິດຂອງຊາດ.ອ່ານຕໍ່ ...
ໂຕະຂ່າວ
ສະຫະລັດອາເມລິກາ ໃຫ້ລາງວັນໃນການຊ່ວຍເຫຼືອດ້ານການພັດທະນາກະສິກຳເພິ່ມເຕີມໃນ ສປປ ລາວ
ກອງທຶນຫຼາຍກ່ວາ 73,000 ໂດລາສະຫະລັດ ໄດ້ຖືກມອບເປັນລາງວັນໃຫ້ແກ່ ສະມາຄົມມັນຕົ້ນລາວ ໃນວັນທີ 10 ທັນວາ ໂດຍ ພະແນກກະສິກຳ (USDA) ຂອງສະຫະລັດອາເມລິກາ ຊຶ່ງເປັນການສ້າງການເຊື່ອມໂຍງໃຫ້ແກ່ໂຄງການເຄືອຂ່າຍກະສິກຳຂະຫຍາຍ (CLEAN). ອ່ານຕໍ່ ...
ຝຣັ່ງຊິດ ສະຫວັນຄຳ
ປີ 2018 ມີຜູ້ເສຍຊີວິດຍ້ອນພະຍາດໄຂ້ປ່າ 19 ຄົນໃນລາວ
(ຂປລ) ພະຍາດໄຂ້ປ່າ ເຮັດໃຫ້ມີຜູ້ເສຍຊີວິດ 19 ຄົນ ໃນຈຳນວນຜູ້ຕິດເຊື້ອກວ່າ 6,000 ກໍລະນີໃນປີ 2018, ຕາມການລາຍງານຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ.ກອງປະຊຸມປະຈຳປີຂອງກົມຄັ້ງວັນທີ 2 ມັງກອນລາຍງານວ່າ ໃນປີ 2017 ມີຜູ້ຕິດເຊື້ອໄຂ້ປ່າ 10,067 ກໍລະນີ, ໃນນັ້ນມີຜູ້ເສຍຊີວິດ 14 ຄົນ.ອ່ານຕໍ່ ...
ບັນນາທິການ ຂປລ
ວິສາຫະກິດຮ່ວມປະສົມລາວ-ຈີນ ເພື່ອການຜະລິດຢາປິ່ນປົວພະຍາດ
ວຽງຈັນ (ວຽງຈັນທາມສ໌/ANN) – ວິສາຫະກິດຮ່ວມປະສົມລາວ-ຈີນ ມີແຜນຈັດຕັ້ງນິຄົມອຸດສາຫະກຳການຜະລິດຢາ ໃນນະຄອນຫຼວງວຽງຈັນ.ທາງບໍລິສັດຍັງມີແຜນຜະລິດອຸປະກອນການແພດຫຼາຍປະເພດ ເພື່ອສະໜອງຄວາມຕ້ອງການຂອງຕະຫຼາດໃນອະນາຄົດ ແລະ ຫຼຸດຜ່ອນການນຳເຂົ້າ.ທ່ານ ຈາງ ຈົງຕີ ປະທານບໍລິສັດ Golden Wisdom ຮ່ອງກົງ ເປີດເຜີຍໃນພິທີວາງສີລາເລີກການກໍ່ສ້າງບໍລິສັດຜະລິດຢາ Golden Wisdom (ລາວ) ຈຳກັດ ໃນວັນສຸກແລ້ວນີ້ ໃນເຂດພັດທະນາໄຊເສດຖາ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...
ໂຕະຂ່າວ
ທະນາຄານກາງລາວ ແລະ ຫວຽດນາມ ເສີມຂະຫຍາຍການຮ່ວມມື
ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານກາງຂອງລາວ ແລະ ຫວຽດນາມ ຈະເສີມຂະຫຍາຍການຮ່ວມມືພາຄີດ້ານຂໍ້ມູນຂ່າວສານ, ເທັກໂນໂລຢີ, ບັນຫາວິຊາການ ແລະ ຂົງເຂດວຽກງານກ່ຽວກັບທະນາຄານທີ່ສຳຄັນອື່ນໆ.ເຈົ້າໜ້າທີ່ລະດັບສູງຈາກສອງທະນາຄານ ໄດ້ປະຊຸມກັນຢູ່ນະຄອນວຽງຈັນ ວານນີ້ ເຊິ່ງນຳໂດຍທ່ານ ສອນໄຊ ສິດພະໄຊ ອຳນວຍການທະນາຄານແຫ່ງ ສປປ ລາວ, ແລະ ທ່ານ ເລ ມິນ ຮຸງ ອຳນວຍການທະນາຄານແຫ່ງລັດແຫ່ງປະເທດຫວຽດນາມ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/central-banks-laos-vietnam-bolster-cooperation-104381
ແດນສະຫວັນ ໜຶ່ງໃນສະຖານທີ່ທ່ອງທ່ຽວພັກຜ່ອນທີ່ໜ້າສົນໃຈຂອງລາວ
ແຂວງວຽງຈັນ, ລາວ (ວຽງຈັນທາມສ໌/ANN) – ແດນສະຫວັນນ້ຳງື່ມຣີສອດຂຶ້ນຊື່ວ່າເປັນສະຖານທີ່ສຳລັບຄົນມີເງິນ ແລະ ມີອຳນາດໃນລາວ, ເຊິ່ງເປັນຣີສອດພັກຜ່ອນສຳລັບນັກພະນັນ, ຜູ້ມີໜ້າມີຕາ ເຈົ້າຂອງລົດຄັນງາມ. ມາໃນປະຈຸບັນ ຄ່າທີ່ພັກ ແລະ ຄ່າກິດຈະກຳໄດ້ປັບຫຼຸດລົງຫຼາຍ ເຮັດໃຫ້ລູກຄ້າທຳມະດາສາມາດມາທ່ອງທ່ຽວພັກຜ່ອນຮ່ວມກັບຄອບຄົວ ແລະ ໝູ່ເພື່ອນ.ແດນສະຫວັນນ້ຳງື່ມຣີສອດ ຕັ້ງຢູ່ເທິງພູເຂົາຄວາຍ ທາງຕອນໃຕ້ຂອງອ່າງເຂື່ອນນ້ຳງື່ມທີ່ສວຍງາມ ທີ່ແຂວງວຽງຈັນ, ຫ່າງຈາກນະຄອນຫຼວງວຽງຈັນ 60 ກມ. ອ່າງນ້ຳງື່ມມີທິວທັດທີ່ເປັນເອກະລັກ ມີເນື້ອທີ່ 390 ກິໂລຕາແມັດ ເປັນອ່າງນ້ຳທີ່ໃຫຍ່ທີ່ສຸດໃນປະເທດ ແລະ ມີນ້ຳສີຟ້າໃສເປັນລະຍິບລິຍັບໃນວັນທີ່ອາກາດແຈ່ມໃສ.ອ່ານຕໍ່ ...
ປະຕິທິນ ເພັດເມືອງພວນ
ລາວ, ສະຫະປະຊາຊາດກະກຽມເພື່ອປັບປຸງການຮອງຮັບເຫດສຸກເສີນ
ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມເຮັດວຽເພື່ອມະນຸດສະທຳຈາກພາກສ່ວນລັດຖະບານ, ອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສັງຄົມສົງເຄາະຮ່ວມປະຊຸມໃນອາທິດແລ້ວນີ້ ເພື່ອຫາລືຊ່ອງຫວ່າງໃນການຮອງຮັບເຫດສຸກເສີນແຫ່ງຊາດ ແລະ ວິທີການກ້າວຜ່ານເຫດສຸກເສີນດັ່ງກ່າວ.ອົງການອາຫານໂລກ (WFP), ເຊິ່ງເປັນອົງການຜູ້ນຳດ້ານການຈັດສົ່ງສະບຽງອາຫານ, ຮ່ວມເຮັດວຽກຢ່າງໃກ້ຊິດກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອເສີມຂະຫຍາຍການກະກຽມຮັບມືກັບໄພພິບັດຜ່ານຂະແໜງການຈັດສົ່ງ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/laos-un-prepare-better-emergency-response-102304
ທຸລະກິດ SMEs ລາວຄົ້ນຄວ້າຊ່ອງທາງໃນການເຈາະຕະຫຼາດຕ່າງປະເທດ
ວຽງຈັນ (ວຽງຈັນທາມສ໌/ANN) – ຫົວໜ່ວຍທຸລະກິດລາວ ໂດຍສະເພາະແມ່ນທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs), ຈະໄດ້ຮັບປະໂຫຍດຫຼາຍຂຶ້ນຈາກການເຂົ້າຮ່ວມງານຕະຫຼາດນັດການຄ້າໃນຕ່າງປະເທດໃນອະນາຄົດ.ກອງປະຊຸມກ່ຽວກັບຫົວຂໍ້ດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ສູນການຄ້າລາວ-ໄອເຕັກ ທີ່ວຽງຈັນໃນອາທິດແລ້ວນີ້ ຄຽງຄູ່ກັບງານຕະຫຼາດນັດຜະລິດຕະພັນລາວຄັ້ງທີ 6 2019 ເຊິ່ງໄດ້ອັດລົງວານນີ້.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/lao-smes-seek-ways-penetrate-foreign-markets-101014
ຄະນະຜູ້ແທນເຂົ້າຮ່ວມການກະກຽມກອງປະຊຸມອາເຊັມ
ຄະນະຜູ້ແທນລາວເຊິ່ງນຳໂດຍທ່ານ ສົງການ ຫຼວງມຸນິທອນ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມພະນັງງານລະດັບສູງອາເຊັມ ທີ່ກຸງວຽນນາ ປະເທດອອສເຕຣຍ ໃນວັນທີ 28-29 ມິຖຸນາ ຜ່ານມາ. ກອງປະຊຸມດັ່ງກ່າວເປັນກິດຈະກຳກະກຽມສຳລັບກອງປະຊຸມສຸດຍອດອາເຊັມ ຄັ້ງທີ 12 ທີ່ຈະມາເຖິງ ເຊິ່ງຈະຈັດຂຶ້ນທີ່ເມືອງບຣັສເຊລ ປະເທດເບວຢຽມ ໃນວັນທີ 18-19 ຕຸລາ.ອ່ານຕໍ່ ...
ວຽງຈັນທາມສ໌