ແດນສະຫວັນ ໜຶ່ງໃນສະຖານທີ່ທ່ອງທ່ຽວພັກຜ່ອນທີ່ໜ້າສົນໃຈຂອງລາວ

ແຂວງວຽງຈັນ, ລາວ (ວຽງຈັນທາມສ໌/ANN) – ແດນສະຫວັນນ້ຳງື່ມຣີສອດຂຶ້ນຊື່ວ່າເປັນສະຖານທີ່ສຳລັບຄົນມີເງິນ ແລະ ມີອຳນາດໃນລາວ, ເຊິ່ງເປັນຣີສອດພັກຜ່ອນສຳລັບນັກພະນັນ, ຜູ້ມີໜ້າມີຕາ ເຈົ້າຂອງລົດຄັນງາມ. ມາໃນປະຈຸບັນ ຄ່າທີ່ພັກ ແລະ ຄ່າກິດຈະກຳໄດ້ປັບຫຼຸດລົງຫຼາຍ ເຮັດໃຫ້ລູກຄ້າທຳມະດາສາມາດມາທ່ອງທ່ຽວພັກຜ່ອນຮ່ວມກັບຄອບຄົວ ແລະ ໝູ່ເພື່ອນ.

ແດນສະຫວັນນ້ຳງື່ມຣີສອດ ຕັ້ງຢູ່ເທິງພູເຂົາຄວາຍ ທາງຕອນໃຕ້ຂອງອ່າງເຂື່ອນນ້ຳງື່ມທີ່ສວຍງາມ ທີ່ແຂວງວຽງຈັນ, ຫ່າງຈາກນະຄອນຫຼວງວຽງຈັນ 60 ກມ. ອ່າງນ້ຳງື່ມມີທິວທັດທີ່ເປັນເອກະລັກ ມີເນື້ອທີ່ 390 ກິໂລຕາແມັດ ເປັນອ່າງນ້ຳທີ່ໃຫຍ່ທີ່ສຸດໃນປະເທດ ແລະ ມີນ້ຳສີຟ້າໃສເປັນລະຍິບລິຍັບໃນວັນທີ່ອາກາດແຈ່ມໃສ.

ອ່ານຕໍ່…

ປະຕິທິນ ເພັດເມືອງພວນ