ລາວເພີ່ມລາຍຮັບຈາກການຂາຍເຟີນີເຈີໃຫ້ຈີນ
ວຽງຈັນ (ວຽງຈັນທາມສ໌/ANN) – ມູນຄ່າການສົ່ງອອກຜະລິດຕະພັນເຟີນີເຈີໄມ້ຂອງລາວໄປປະເທດຈີນໃນປີ 2018 ຄາດວ່າຈະເພີ່ມຂຶ້ນສອງເທົ່າ ເນື່ອງຈາກລັດຖະບານມີການສົ່ງເສີມດ້ານຜະລິດຕະພາບ ແລະ ການຂາຍ.ໃນປີ 2017, ລາວມີລາຍຮັບປະມານ 5 ລ້ານໂດລາຈາກການຂາຍຜະລິດຕະພັນເຟີນີເຈໄມ້ໄປປະເທດຈີນ ແລະ ເພີ່ມຂື້ນເປັນກວ່າ 9 ລ້ານໂດລາໃນ 10 ເດືອນຕົ້ນປີ 2018, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.ອ່ານຕໍ່ ...
ໂຕະຂ່າວ
ລາວເນັ້ນຫຼຸດຊ່ອງຫວ່າງໃນການພັດທະນາໃນກອງປະຊຸມອາຊຽນ
ລາວເນັ້ນຢ້ຳເຖິງຄວາມຈຳເປັນໃນການເສີມຂະຫຍາຍທ່າແຮງຂອງປະເທດສະມາຊິກອາຊຽນ ຜ່ານການຈັດຕັ້ງປະຕິບັດແຜນການລະດັບພາກພື້ນເພື່ອຫຼຸດຊ່ອງຫວ່າງໃນການພັດທະນາ. ບັນຫາດັ່ງກ່າວແມ່ນຍົກຂື້ນສະເໜີໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ໃນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM) ຄັ້ງທີ 51 ເຊິ່ງຈັດຂຶ້ນທີ່ປະເທດສິງກະໂປ ໃນວັນພະຫັດຜ່ານມາ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
LNCCI ເລື່ອນງານຕະຫຼາດນັດຜະລິດຕະພັນລາວໄປເດືອນກໍລະກົດ
ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ໄດ້ເລື່ອນງານຕະຫຼາດນັດຜະລິດຕະພັນລາວ 2019 ໄປເປັນວັນທີ 20-28 ກໍລະກົດ ຫຼັງຈາກທີ່ເຫດອັກຄີໄພໄດ້ສ້າງຄວາມເສຍຫາຍໃຫ້ແກ່ສູນການຄ້າລາວ-ໄອເຕັກ ເຊິ່ງໃນເບື້ອງຕົ້ນໄດ້ມີແຜນຈັດງານໃນວັນທີ 10-19 ພຶດສະພາ.ເຫດອັກຄີໄພໄດ້ເກີດຂຶ້ນໃນຕອນເຊົ້າຂອງມື້ເປີດງານ, ສ້າງຄວາມເສຍຫາຍໃຫ້ແກ່ຕົວອາຄານ ແລະ ຮ້ານຄ້າຈຳນວນ 24 ຮ້ານ, ດັ່ງນັ້ນຈຶ່ງຕ້ອງມີການເລື່ອນການຈັດງານດັ່ງກ່າວອອກໄປ.ໃນຂະນະດຽວກັນ ສູນການຄ້າລາວ-ໄອເຕັກ ຈະຕ້ອງມີການປິດເພື່ອປັບປຸງຊົ່ວຄາວ ເພື່ອຮັບປະກັນຄວາມປອດໄພດ້ານໂຄງສ້າງ.ອ່ານຕໍ່ ...
ເພັດສະໝອນ ຈັນດາລາ
ລາວກະກຽມແຜນແມ່ບົດສຳລັບລະບົບຂໍ້ມູນຂ່າວສານທາງພູມິສາດ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ຮ່າງແຜນແມ່ບົດລຳລັບການສ້າງຕັ້ງ ແລະ ການໃຊ້ປະໂຫຍດຈາກລະບົບຂໍ້ມູນຂ່າວສານ ແລະ ພື້ນຖານໂຄງລ່າງດ້ານທີ່ຕັ້ງແຫ່ງຊາດ ໃນປະເທດລາວ.ກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານຂັ້ນສຸດທ້າຍກ່ຽວກັບໂຄງການ ໄດ້ຈັດຂຶ້ນທີ່ວຽງຈັນ ໃນວັນສຸກແລ້ວນີ້, ເຊິ່ງຈັດໂດຍກົມທີ່ດິນພາຍໃຕ້ກະຊວງ ແລະ ໜ່ວຍງານການຮ່ວມມືດ້ານທີ່ດິນ ແລະ ຕາຕະລາງຂໍ້ມູນຂ່າວສານທາງພູມີສາດເກົາຫຼີ (LX) ພາຍໃຕ້ກະຊວງທີ່ດິນ, ພື້ນຖານໂຄງລ່າງ ແລະ ການຂົນສົ່ງ, ສາທາລະນະລັດເກົາຫຼີ.ອ່ານຕໍ່ ...
ເພັດສະໝອນ ຈັນດາລາ
ລາວເລີ່ມປາບປາມທຸລະກິດຕ່າງປະເທດທີ່ດຳເນີນການແບບຜິດກົດໝາຍ
ລາວຈະປາບປາມທຸລະກິດຂອງຕ່າງປະເທດທີ່ດຳເນີນການຢູ່ໃນລາວໂດຍບໍ່ມີໃບອະນຸຍາດດຳເນີນທຸລະກິດທີ່ຖືກຕ້ອງ.ລັດຖະບານລາວໄດ້ເລີ່ມລົງກວດກາທຸລະກິດຂອງຕ່າງປະເທດ ເພື່ອຮັບປະກັນໃຫ້ສອງຄ່ອງຕາມລະບຽບກົດໝາຍ, ຕາມຄຳສັ່ງແນະນຳຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຕາມການລາຍງານຂອງໜັງສືພິມວຽງຈັນທາມສ໌ໃນອາທິດແລ້ວນີ້.ເຈົ້າຂອງທຸລະກິດຕ່າງປະເທດອາດຖືກປັບໃໝເປັນຈຳນວນ 10 ລ້ານກີບ (ຫຼື USD 1,150 ໂດລາ) ຖ້າພົບວ່າມີການດຳເນີນການໂດຍບໍ່ມີໃບທະບຽນ ແລະ ໃບອະນຸຍາດດຳເນີນທຸລະກິດ.ອ່ານຕໍ່ ...
ໂຕະຂ່າວ Laotian Times
https://laotiantimes.com/2019/07/02/laos-cracks-down-on-illegal-foreign-owned-businesses/
ອັດຕາການຂະຫຍາຍຕົວທາງເສດຖະກິດທີ່ຫຼຸດລົງເຮັດໃຫ້ເກີດຄວາມກັງວົນ
ວຽງຈັນ (ວຽງຈັນທາມສ໌/ANN) – ອັດຕາການຂະຫຍາຍຕົວທາງເສດຖະກິດທີ່ຫຼຸດລົງເຮັດໃຫ້ເກີດຄວາມກັງວົນວ່າປະເທດລາວ ຈະບໍ່ສາມາດບັນລຸເປົ້າໝາຍການຂະຫຍາຍຕົວໃນອັດຕາສະເລ່ຍ 7.2% ຕາມແຜນພັດທະນາເສະຖະກິດສັງຄົມແຫ່ງຊາດຫ້າປີ ສຳລັບປີ 2016-2020.ອັດຕາການຂະຫຍາຍຕົວດ້ານເສດຖະກິດຂອງລາວໃນຊ່ວງສີ່ປີຜ່ານມາແມ່ນໄດ້ພຽງແຕ່ 6.7% ເຊິ່ງຕ່ຳກວ່າລະດັບຄາດໝາຍທີ່ໄດ້ຜ່ານການຮັບຮອງໂດຍສະພາແຫ່ງຊາດ.ອ່ານຕໍ່ ...
ສົກສັມ ພົງຂາວ
http://annx.asianews.network/content/lower-economic-growth-rate-laos-sparks-concerns-99453
ລັດແນໃສ່ສົ່ງເສີມຄວາມຮູ້ເນື່ອງໃນວັນຕ້ານການສໍ້ລາດບັງຫຼວງສາກົນ
ລັດຖະບານແນໃສ່ການສົ່ງເສີມຄວາມຮູ້ກ່ຽວກັບການຕ້ານການສໍ້ລາດບັງຫຼວງໃນຖັນແຖວພະນັກງານ ແລະ ນັກຮຽນນັັກສຶກສາ ເນື່ອງໃນໂອກາດວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 15 ປີ (9 ທັນວາ).ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ກະຊວງປ້ອງກັນປະເທດລັດເຊຍ-ກອງທັບລັດເຊຍຈະຊ່ວຍເກັບກູ້ລະເບີດທີ່ຍັງບໍ່ທັນແຕກທີ່ຍັງຫຼົງເຫຼືອຂອງອາເມລິການອອກຈາກລາວ
ກູບິນກາ (ເຂດມົດສະກູ) (ຂ່າວສານເອີດູພອຍ / ສະປຸກນິກ – 3 ຕຸລາ 2018) ຕາມການລາຍງານຂອງກະຊວງປ້ອງກັນປະເທດລັດເຊຍໃນວັນພຸດນີ້, ທິມເກັບກູ້ລະເບີດຂອງສູນປະຕິບັດການລະເບີດສາກົນຂອງກອງທັບລັດເຊຍ ຈະເດີນທາງມາປະເທດລາວໃນເດືອນນີ້ ເພື່ອຊ່ວຍໃນພາລະກິດເກັບກູ້ລະເບີດທີ່ຍັງບໍ່ທັນແຕກຂອງອາເມລິກາທີ່ຕົກຄ້າງໃນລາວຕັ້ງແຕ່ສະໄໝສົງຄາມ.ພາລະກິດດັ່ງກ່າວຈະເລີ່ມຕົ້ນແຕ່ເດືອນຕຸລານີ້ ໄປຈົນເຖິງເດືອນມິນາ 2019, ແລະ ຈະເລັ່ງໃສ່ການເກັບກູ້ລະເບີດທີ່ກະແຈກກະຈາຍ ຍາກຕໍ່ການຄົ້ນຫາ ທີ່ເປັນໄພຂົ່ມຂູ່ຕໍ່ປະຊາຊົນທ້ອງຖິ່ນ ໃນປ່າດົງໃນລາວອ່ານຕໍ່ ...
ໂມຮາມັດ ອາລີ
ການຕິດຕາມຄວາມຄືບໜ້າຂອງໂຄງການວາງແຜນຄອບຄົວ
(ຂປລ) ການນຳໃຊ້ວິທີການວາງແຜນຄອບຄົວແບບໃໝ່ (FP) ແມ່ນວິທີທີ່ດີທີ່ສຸດໃນການຫຼຸດຜ່ອນການຖືພາໂດຍບໍ່ຕັ້ງໃຈ ແລະ ຄວາມສ່ຽງຈາກການຖືພາ ແລະ ການເກີດລູກ.ໃນ ສປປ ລາວ, ການນຳໃຊ້ວິທີການວາງແຜນຄອບຄົວແບບໃໝ່ ຍັງຄົງສືບຕໍ່ເພີ່ມຂຶ້ນຢ່າງຊ້າໆ ໃນອັດຕາ 1% ຕໍ່ປີ ເຊິ່ງໝາຍຄວາມວ່າປະເທດລາວອາດບໍ່ສາມາດບັນລຸເປົ້າໝາຍອັດຕາການການຄຸມກຳເນີດ (CPR) 65% ພາຍໃນປີ 2025.ອ່ານຕໍ່ ...
ໂຕະຂ່າວ ຂປລ
ລາວເປີດຕົວການບໍລິການຈ່າຍຄ່າອາກອນທີ່ດິນຜ່ານທາງ App ມືຖື
(ຂປລ) ກົມຊ່ວຍສາອາກອນໄດ້ເປີດຕົວລະບົບເພື່ອຮັບປະກັນການຈ່າຍອາກອນທີ່ດິນຜ່ານລະບົບອອນໄລຂອງທະນາຄານ ທີ່ສະດວກ ແລະ ວ່ອງໄວ.ອ່ານຕໍ່ ...
ບັນນາທິການ ຂປລ
ລາວສ້າງກອງທຶນເພື່ອຮັບມືກັບການປ່ຽນແປງຂອງສະພາບອາກາດ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຈັດຕັ້ງກອງທຶນໃໝ່ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ປະເທດໃນການຈັດການ ແລະ ຮັບມືກັບໄພຈາກການປ່ຽນແປງຂອງສະພາບອາກາດ.ອີງຕາມດຳລັດຂອງນາຍົກລັດຖະມົນຕີກ່ຽວກັບການປ່ຽນແປງຂອງສະພາບອາກາດ, ທີ່ເຜີຍແຜ່ໃນຈົດໝາຍວຽນແຫ່ງຊາດ ວັນທີ 17 ຕຸລານີ້, ກອງທຶນດັ່ງກ່າວແມ່ນສ່ວນໜຶ່ງຂອງກອງທຶນປົກປັກຮັກສາສິ່ງແວດລ້ອມ, ເຊິ່ງສ້າງຂຶ້ນພາຍໃຕ້ກົດໝາຍວ່າງດ້ວຍການປົກປັກຮັກສາສິ່ງແວດລ້ອມ.ເງິນໃນກອງທຶນນີ້ຈະມາຈາກທຶນຊ່ວຍເຫຼືອຂອງຕ່າງປະເທດກ່ຽວກັບການປ່ຽນແປງຂອງສະພາບອາກາດ ກໍຄືແຫຼ່ງລາຍຮັບອື່ນໆ, ຕາມດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການປ່ຽນແປງຂອງສະພາບອາກາດ ເຊິ່ງໄດ້ມີການເຊັນ ແລະ ປະທັບຕາໃນວັນທີ 18 ກັນຍານີ້.ອ່ານຕໍ່ ...
ເອກະພອນ ພູທອນສີ
ລາວ: ນະຄອນຈຳປາສັກ ແຈ້ງການປະມູນໄມ້ທີ່ຍຶດໄດ້
ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະກຳມະການປະມູນໄມ້ທີ່ຍຶດໄດ້ຂອງນະຄອນຈຳປາສັກ ເຊື້ອເຊີນສະມາຄົມເຟີນີເຈີ, ໂຮງງານປຸງແຕ່ງໄມ້, ໂຮງງານເຟີນີເຈີ ແລະ ຫົວໜ່ວຍທຸລະກິດໄມ້ ໃນທົ່ວປະເທດ ເຂົາຮ່ວມການປະມູນໄມ້ທີ່ຍຶດໄດ້.ລັດຖະບານໄດ້ທຳການຍຶດໄມ້ ທີ່ຖືກລັກລອບຕັດເພື່ອຂາຍແບບຜິດກົດໝາຍ ໃຫ້ເປັນກຳມະສິດຂອງລັດ.ໄມ້ທັງໝົດ 528,852 ຄິວ ລວມມີໄມ້ 5,179 ທ່ອນ, ໄມ້ຊອຍ ແລະ ໄມ້ແປ້ນຈຳນວນໜຶ່ງ, ຕາມການແຈ້ງການຂອງພະແນກອຸດສາຫະກຳ ແລະ ການຄ້ານະຄອນຈຳປາສັກ ໃນວັນອັງຄານນີ້.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/lao-champassak-city-announces-auction-confiscated-timber-104984
ລາວສະໜັບສະໜູນການຂະຫຍາຍພື້ນຖານໂຄງລ່າງດ້ານການຄ້າ BRI ຂອງຈີນ
ປັກກິ່ງ (ວຽງຈັນທາມສ໌/ANN) – ທ່ານປະທານປະເທດ ບຸນຍັງ ວໍລະຈິດ ຢືນຢັນການສະໜັບສະໜູນຂອງລັດຖະບານລາວກ່ຽວກັບ ການລິເລີ່ມແຖບ ແລະ ເສັ້ນທາງ (BRI) ຂອງຈີນ, ໂດຍກ່າວວ່າໂຄງການລະດັບໂລກດັ່ງກ່າວຈະຊ່ວຍໃຫ້ປະເທດລາວ ຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນອອກສູ່ທະເລມາ ເປັນປະເທດແຫ່ງການເຊື່ອມຕໍ່ພາກພື້ນ.ໃນກອງປະຊຸມ ແຖບ ແລະ ເສັ້ນທາງຄັ້ງທີສອງ ເພື່ອການຮ່ວມມືສາກົນ ທີ່ນະຄອນປັກກິ່ງໃນອາທິດແລ້ວນີ້, ທ່ານປະທານປະເທດລາວກ່າວວ່າ ການລິເລີ່ມແຖບ ແລະ ເສັ້ນທາງ ເຊິ່ງລິເລີ່ມໂດຍປະເທດຈີນໃນປີ 2013, ແມ່ນສອດຄ່ອງກັບນະໂຍບາຍຂອງລັດຖະບານລາວໃນການຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນອອກສູ່ທະເລມາເປັນປະເທດແຫ່ງການເຊື່ອມຕໍ່ພາກພື້ນ.ອ່ານຕໍ່ ...
ເອກະພອນ ພູທອນສີ
ການກໍ່ສ້າງເສັ້ນທາລົດໄຟຄວນໃຫ້ມີການຈ້າງຄົນລາວເພີ່ມຂຶ້ນ: ປະທານປະເທດ
ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານປະທານປະເທດ ບຸນຍັງ ວໍລະຈິດ ຮຽກຮ້ອງໃຫ້ມີການຈ້າງແຮງງານຄົນລາວເພີ່ມຂຶ້ນໃນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃນໂອກາດລົງຢ້ຽມຢາມການກໍ່ສ້າງຕອນທາງລົດໄຟທີ່ວຽງຈັນໃນວັນສຸກຜ່ານມາ.ຕາມບົດລາຍງານຂອງໂຄງການ ມີການຈ້າງແຮງງານທັງໝົດປະມານ 16,000 ຄົນ ໃນການກໍ່ສ້າງເສັ້ນທາງລົດໄຟໄລຍະ 414 ກມ, ໃນນັ້ນແຮງງານລາວມີພຽງ 4,500 ຄົນ. ທາງລົດໄຟດັ່ງກ່າວແມ່ນຕັດຜ່ານພາກຕາເວັນຕົກຂອງລາວຈາກຊາຍແດນບໍ່ເຕັນ-ໂມຫານ ເຊື່ອມຕໍ່ປະເທດຈີນກັບແຂວງຫຼວງນ້ຳທາ. ແລ້ວຕັດຜ່ານແຂວງອຸດົມໄຊ, ຫຼວງພະບາງ, ແລະ ແຂວງວຽງຈັນ ແລະ ສິ້ນສຸດທີ່ນະຄອນຫຼວງວຽງຈັນ.ອ່ານຕໍ່ ...
ຄອນສະຫວັນ ລາດຊະເພົາ
ການສຳຫຼວດກະສິກຳ, ເສດຖະກິດ ເພື່ອສົ່ງເສີມການຂະຫຍາຍຕົວຂອງລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະດຳເນີນການສຳຫຼວດກະສິກຳ III (LCA III) ແລະ ການສຳຫຼວດເສດຖະກິດ III (EC III) ສຳລັບປີ 2019-2020 ເພື່ອໃຊ້ເປັນຂໍ້ມູນອ້າງອີງສຳລັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງຕໍ່ໄປ ສຳລັບປີ 2021-25.ຕາງໜ້າຈາກກົມກອງທີ່ກ່ຽວຂ້ອງຂອງລັດຖະບານ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ໄດ້ປະຊຸມກັນທີ່ນະຄອນຫຼວງວຽງຈັນ ວານນີ້ ເພື່ອຄົ້ນຄວ້າຄວາມຮຽກຮ້ອງຕ້ອງການ, ແຜນດຳເນີນງານ ແລະ ການປະກອບສ່ວນ ເພື່ອດຳເນີນການສຳຫຼວດ LCA III ແລະ EC III ທົ່ວປະເທດ.ອ່ານຕໍ່ ...
ໂຕະຂ່າວ
ກະຊວງຍຸດຕິທຳຈະຍົກລະດັບຄວາມຮູ້ໃຫ້ແກ່ເຈົ້າໜ້າທີ່ຕັດສິນຄະດີ
ກະຊວງຍຸດຕິທຳມີແຜນຝຶກອົບຮົມ ແລະ ສ້າງຜູ້ຊ່ຽວຊານທາງກົດໝາຍໃຫ້ຫຼາຍຂຶ້ນ ເພື່ອຊ່ວຍອຳນາດການປົກຄອງທ້ອງຖິ່ນໃນການຕັດສິນຄະດີໃນລະດັບສານ, ຕາມເຈົ້າໜ້າທີ່ການນຳຂອງກະຊວງ.ທີ່ຫໍປະຊຸມແຫ່ງຊາດວານນີ້, ທ່ານ ໄຊສີ ສິນທະວົງ ລັດຖະມົນຕີກະຊວງຍຸດຕິທຳ ກ່າວວ່າ ກະຊວງຈະສືບຕໍ່ຈັດການຝຶກອົບຮົບໃຫ້ແກ່ອຳນາດການປົກຄອງທ້ອງຖິ່ນ ກ່ຽວກັບການຕັດສິນຄະດີໃນສານໃນຊຸມປີຕໍ່ໜ້າ.ອ່ານຕໍ່ ...
ເອກະພອນ ພູທອນສີ
ລັດຖະບານວາງແຜນງົບປະມານເພື່ອຫຼຸດຜ່ອນຄວາມທຸກຍາກ 2,548 ພັນຕື້ກີບ
(ຂປລ) ລັດຖະບານວາງແຜນງົບປະມານ 2,548 ພັນຕື້ກີບສຳລັບພາລະກິດຫຼຸດຜ່ອນຄວາມທຸກຍາກໃນປີໜ້າ.ລັດຖະບານມີແຜນມຸ່ງໝັ້ນ ໃນການເຮັດໃຫ້ 4,649 ຄອບຄົວໃນ 220 ບ້ານທົ່ວປະເທດ ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສ້າງບ້ານພັດທະນາໃຫ້ໄດ້ 100 ບ້ານພາຍໃນປີໜ້າ, ຕາມການລາຍງານຂອງທ່ານ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໃນກອປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 8 ໃນວັນທີ 29 ພະຈິກທີ່ຜ່ານມາ.ອ່ານຕໍ່ ...
ບັນນາທິການ ຂປລ
ປີທ່ອງທ່ຽວລາວ-ຈີນ ດຶງດູດນັກທ່ອງທ່ຽວໄດ້ຫຼາຍຂຶ້ນ
ການສົ່ງເສີມການທ່ອງທ່ຽວໃນປີທ່ອງທ່ຽວລາວ-ຈີນ 2019 ປະສົບຜົນສຳເລັດໃນການເພີ່ມຈຳນວນນັກທ່ອງທ່ຽວ, ຕາມເຈົ້າໜ້າທີ່ທ່ອງທ່ຽວ. ໃນຊ່ວງຫົກເດືອນຕົ້ນປີນີ້ ມີນັກທ່ອງທ່ຽວເຂົ້າມາທ່ຽວລາວກວ່າ 2.2 ລ້ານຄົນ, ເພີ່ມຂຶ້ນ 5% ທຽບກັບປີກາຍ, ຕາມກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ອ່ານຕໍ່ ...
ສີລັດດາ ສຸລິຍົງ
ເກີດເຫດແຜ່ນດິນໄຫວຂະໜາດ 5.7 ຢູ່ແຂວງໄຊຍະບູລີ
ເກີດເຫດແຜ່ນດິນໄຫວຂະໜາດ 5.7 ຢູ່ແຂວງໄຊຍະບູລີຂອງລາວ ໃກ້ກັບຊາຍແດນໄທ ໃນຕອນເຊົ້າຂອງມື້ນີ້. ໃນເວລາປະມານ 4 ໂມງເຊົ້າ, ໄດ້ເກີດເຫດແຜ່ນດິນໄຫວຂະໜາດ 5.7 ຢູ່ຫ່າງຈາກຕົວເມືອງໄຊຍະບູລີແຂວງໄຊຍະບູລີ 38 ກມ, ໃກ້ກັບຊາຍແດນໄທ, ຕາມຂໍ້ມູນຈາກ ໜ່ວຍສຳຫຼວດທໍລິນີວິທະຍາຂອງສະຫະລັດ. ຈຸດພິກັດທີ່ຕັ້ງການເກີດແຜ່ນດິນໄຫວຄັ້ງນີ້ແມ່ນຢູ່ທີ່ 19.438°N 101.224°E.ແຮງສັ່ນສະເທືອນສາມາດຮັບຮູ້ໄດ້ເຖິງນະຄອນຫຼວງວຽງຈັນ, ເຊິ່ງຜູ້ນຳໃຊ້ສື່ Facebook ໄດ້ອອກມາແລກປ່ຽນຄຳເຫັນ ຫຼັງຈາກໄດ້ຮັບອິດທິພົນ ຈາກແຮງສັ່ນສະເທືອນດັ່ງກ່າວ. ປະຈຸບັນ ຍັງບໍ່ມີລາຍງານກ່ຽວກັບການບາດເຈັບ ຫຼື ຄວາມເສຍຫາຍ ຈາກເຫດແຜ່ນດິນໄຫວດັ່ງກ່າວ.ອ່ານຕໍ່ ...
ລັດສະໝີ ພອນວິໄລ
ຄວາມສ່ຽງໃນເຄື່ອນໄຫວດ້ານການທ່ອງທ່ຽວຂອງຊາວຈີນ
ໃນຕົ້ນອາທິດນີ້ ປະເທດລາວໄດ້ປະກາດແຜນການປະຈຳປີເພື່ອດຶງດູດນັກທ່ອງທ່ຽວຈີນເຂົ້າປະເທດ ໃນການຈັດປີທ່ອງທ່ຽວລາວ-ຈີນ 2019. ແຜນກ່ານທ່ອງທ່ຽວດັ່ງກ່າວຄາດວ່າຈະເລີ່ມເປີດຕົວໃນທ້າຍເດືອນນີ້ ຫຼື ໃນຊ່ວງພັກຊ່ວງກຸດຈີນ ໃນລະຫວ່າງວັນທີ 2 ເຖິງ 9 ກຸມພານີ້. ຫຼືອາດຈະເປີດຕົວໃນວັນຂຶ້ນປີໃໝ່ຈີນ ວັນທີ 5 ກຸມພາ.ອ່ານຕໍ່ ...
Sheith Khidhir