ການກໍ່ສ້າງເສັ້ນທາລົດໄຟຄວນໃຫ້ມີການຈ້າງຄົນລາວເພີ່ມຂຶ້ນ: ປະທານປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານປະທານປະເທດ ບຸນຍັງ ວໍລະຈິດ ຮຽກຮ້ອງໃຫ້ມີການຈ້າງແຮງງານຄົນລາວເພີ່ມຂຶ້ນໃນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃນໂອກາດລົງຢ້ຽມຢາມການກໍ່ສ້າງຕອນທາງລົດໄຟທີ່ວຽງຈັນໃນວັນສຸກຜ່ານມາ.

ຕາມບົດລາຍງານຂອງໂຄງການ ມີການຈ້າງແຮງງານທັງໝົດປະມານ 16,000 ຄົນ ໃນການກໍ່ສ້າງເສັ້ນທາງລົດໄຟໄລຍະ 414 ກມ, ໃນນັ້ນແຮງງານລາວມີພຽງ 4,500 ຄົນ. ທາງລົດໄຟດັ່ງກ່າວແມ່ນຕັດຜ່ານພາກຕາເວັນຕົກຂອງລາວຈາກຊາຍແດນບໍ່ເຕັນ-ໂມຫານ ເຊື່ອມຕໍ່ປະເທດຈີນກັບແຂວງຫຼວງນ້ຳທາ. ແລ້ວຕັດຜ່ານແຂວງອຸດົມໄຊ, ຫຼວງພະບາງ, ແລະ ແຂວງວຽງຈັນ ແລະ ສິ້ນສຸດທີ່ນະຄອນຫຼວງວຽງຈັນ.

ອ່ານຕໍ່…

ຄອນສະຫວັນ ລາດຊະເພົາ