ເກີດເຫດແຜ່ນດິນໄຫວຂະໜາດ 5.7 ຢູ່ແຂວງໄຊຍະບູລີ

ເກີດເຫດແຜ່ນດິນໄຫວຂະໜາດ 5.7 ຢູ່ແຂວງໄຊຍະບູລີຂອງລາວ ໃກ້ກັບຊາຍແດນໄທ ໃນຕອນເຊົ້າຂອງມື້ນີ້. ໃນເວລາປະມານ 4 ໂມງເຊົ້າ, ໄດ້ເກີດເຫດແຜ່ນດິນໄຫວຂະໜາດ 5.7 ຢູ່ຫ່າງຈາກຕົວເມືອງໄຊຍະບູລີແຂວງໄຊຍະບູລີ 38 ກມ, ໃກ້ກັບຊາຍແດນໄທ, ຕາມຂໍ້ມູນຈາກ ໜ່ວຍສຳຫຼວດທໍລິນີວິທະຍາຂອງສະຫະລັດ. ຈຸດພິກັດທີ່ຕັ້ງການເກີດແຜ່ນດິນໄຫວຄັ້ງນີ້ແມ່ນຢູ່ທີ່ 19.438°N 101.224°E.

Impact map of the earthquake

ແຮງສັ່ນສະເທືອນສາມາດຮັບຮູ້ໄດ້ເຖິງນະຄອນຫຼວງວຽງຈັນ, ເຊິ່ງຜູ້ນຳໃຊ້ສື່ Facebook ໄດ້ອອກມາແລກປ່ຽນຄຳເຫັນ ຫຼັງຈາກໄດ້ຮັບອິດທິພົນ ຈາກແຮງສັ່ນສະເທືອນດັ່ງກ່າວ. ປະຈຸບັນ ຍັງບໍ່ມີລາຍງານກ່ຽວກັບການບາດເຈັບ ຫຼື ຄວາມເສຍຫາຍ ຈາກເຫດແຜ່ນດິນໄຫວດັ່ງກ່າວ.

ອ່ານຕໍ່…

ລັດສະໝີ ພອນວິໄລ