ລາວເລີ່ມປາບປາມທຸລະກິດຕ່າງປະເທດທີ່ດຳເນີນການແບບຜິດກົດໝາຍ

ລາວຈະປາບປາມທຸລະກິດຂອງຕ່າງປະເທດທີ່ດຳເນີນການຢູ່ໃນລາວໂດຍບໍ່ມີໃບອະນຸຍາດດຳເນີນທຸລະກິດທີ່ຖືກຕ້ອງ.

ລັດຖະບານລາວໄດ້ເລີ່ມລົງກວດກາທຸລະກິດຂອງຕ່າງປະເທດ ເພື່ອຮັບປະກັນໃຫ້ສອງຄ່ອງຕາມລະບຽບກົດໝາຍ, ຕາມຄຳສັ່ງແນະນຳຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຕາມການລາຍງານຂອງໜັງສືພິມວຽງຈັນທາມສ໌ໃນອາທິດແລ້ວນີ້.

ເຈົ້າຂອງທຸລະກິດຕ່າງປະເທດອາດຖືກປັບໃໝເປັນຈຳນວນ 10 ລ້ານກີບ (ຫຼື USD 1,150 ໂດລາ) ຖ້າພົບວ່າມີການດຳເນີນການໂດຍບໍ່ມີໃບທະບຽນ ແລະ ໃບອະນຸຍາດດຳເນີນທຸລະກິດ.

ອ່ານຕໍ່…

ໂຕະຂ່າວ Laotian Times
https://laotiantimes.com/2019/07/02/laos-cracks-down-on-illegal-foreign-owned-businesses/