ກະຊວງປ້ອງກັນປະເທດລັດເຊຍ-ກອງທັບລັດເຊຍຈະຊ່ວຍເກັບກູ້ລະເບີດທີ່ຍັງບໍ່ທັນແຕກທີ່ຍັງຫຼົງເຫຼືອຂອງອາເມລິການອອກຈາກລາວ

ກູບິນກາ (ເຂດມົດສະກູ) (ຂ່າວສານເອີດູພອຍ / ສະປຸກນິກ – 3 ຕຸລາ 2018) ຕາມການລາຍງານຂອງກະຊວງປ້ອງກັນປະເທດລັດເຊຍໃນວັນພຸດນີ້, ທິມເກັບກູ້ລະເບີດຂອງສູນປະຕິບັດການລະເບີດສາກົນຂອງກອງທັບລັດເຊຍ ຈະເດີນທາງມາປະເທດລາວໃນເດືອນນີ້ ເພື່ອຊ່ວຍໃນພາລະກິດເກັບກູ້ລະເບີດທີ່ຍັງບໍ່ທັນແຕກຂອງອາເມລິກາທີ່ຕົກຄ້າງໃນລາວຕັ້ງແຕ່ສະໄໝສົງຄາມ.

ພາລະກິດດັ່ງກ່າວຈະເລີ່ມຕົ້ນແຕ່ເດືອນຕຸລານີ້ ໄປຈົນເຖິງເດືອນມິນາ 2019, ແລະ ຈະເລັ່ງໃສ່ການເກັບກູ້ລະເບີດທີ່ກະແຈກກະຈາຍ ຍາກຕໍ່ການຄົ້ນຫາ ທີ່ເປັນໄພຂົ່ມຂູ່ຕໍ່ປະຊາຊົນທ້ອງຖິ່ນ ໃນປ່າດົງໃນລາວ…

ອ່ານຕໍ່…

ໂມຮາມັດ ອາລີ