ລາວສ້າງກອງທຶນເພື່ອຮັບມືກັບການປ່ຽນແປງຂອງສະພາບອາກາດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຈັດຕັ້ງກອງທຶນໃໝ່ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ປະເທດໃນການຈັດການ ແລະ ຮັບມືກັບໄພຈາກການປ່ຽນແປງຂອງສະພາບອາກາດ.

ອີງຕາມດຳລັດຂອງນາຍົກລັດຖະມົນຕີກ່ຽວກັບການປ່ຽນແປງຂອງສະພາບອາກາດ, ທີ່ເຜີຍແຜ່ໃນຈົດໝາຍວຽນແຫ່ງຊາດ ວັນທີ 17 ຕຸລານີ້, ກອງທຶນດັ່ງກ່າວແມ່ນສ່ວນໜຶ່ງຂອງກອງທຶນປົກປັກຮັກສາສິ່ງແວດລ້ອມ, ເຊິ່ງສ້າງຂຶ້ນພາຍໃຕ້ກົດໝາຍວ່າງດ້ວຍການປົກປັກຮັກສາສິ່ງແວດລ້ອມ.

ເງິນໃນກອງທຶນນີ້ຈະມາຈາກທຶນຊ່ວຍເຫຼືອຂອງຕ່າງປະເທດກ່ຽວກັບການປ່ຽນແປງຂອງສະພາບອາກາດ ກໍຄືແຫຼ່ງລາຍຮັບອື່ນໆ, ຕາມດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການປ່ຽນແປງຂອງສະພາບອາກາດ ເຊິ່ງໄດ້ມີການເຊັນ ແລະ ປະທັບຕາໃນວັນທີ 18 ກັນຍານີ້.

ອ່ານຕໍ່…

 

ເອກະພອນ ພູທອນສີ