Vientiane Times/ANN
ລາວແຕ່ງຕັ້ງຫົວໜ້າກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຄົນໃໝ່
ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນພຸດນີ້ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກປະຊາຊົນປະຕິວັດລາວ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ແຕ່ງຕັ້ງທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຫົວໜ້າຄະນະໂຄສະນາຝຶກອົບຮົມສູນກາງພັກ ໃຫ້ວ່າການລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແທນທ່ານ ສຈ.ປອ ບໍ່ແສງຄຳ ວົງດາຣາ ທີ່ຈະອອກບຳນານ.ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ
ບໍລິສັດນ້ຳປະປາ ຂະຫຍາຍການສະໜອງນ້ຳຈາກແມ່ນ້ຳງື່ມ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ໄດ້ທຳການຕິດຕັ້ງຈັກສູບນ້ຳໃນແມ່ນ້ຳງື່ມ ເພື່ອສະໜອງນ້ຳໃຫ້ແກ່ໂຮງງານຜະລິດນ້ຳປະປາດົງໝາກຄາຍ ເມືອງໄຊທານີ, ເພື່ອຮັບປະກັນການສະໜອງນ້ຳໃຫ້ພຽງພໍກັບຄວາມຕ້ອງການຂອງປະຊາຊົນໃນທ້ອງຖິ່ນ ໃນລະດູແລ້ງນີ້.ຕາມການສຳພາດທາງໂທລະສັບກັບສຳນັກຂ່າວວຽງຈັນທາມສ໌ວານນີ້ ທ່ານ ຄຳເຜີຍ ວົງສາຄຳຜຸຍ ຫົວໜ້າລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ເປີດເຜີຍວ່າ ຫຼັງຈາກທີ່ລະດບນ້ຳໃນແມ່ນ້ຳຫຼຸດຕ່ຳລົງ ທາງວິສາຫະກິດຈຶ່ງໄດ້ຕັດສິນໃຈຕິດຕັ້ງຈັກສູບນ້ຳ ເພື່ອດູດນ້ຳຈາກແມ່ນ້ຳຂຶ້ນສູ່ໂຮງງານ.ເຄື່ອງຈັກສູບນ້ຳດັ່ງກ່າວແມ່ນດຳເນີນການໄດ້ດີ ແລະ ເຮັດໃຫ້ການສະໜອງນ້ຳປະປາໃນແຕ່ລະຄົວເຮືອນມີຄວາມສະໝ່ຳສະເໝີ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
LOCA, ສະມາຄົມລົດຕູ້ນະຄອນຫຼວງວຽງຈັນ ຮ່ວມມືເພື່ອຍົກລະດັບການບໍລິການ
ວຽງຈັນ (ວຽງຈັນທາມສ໌/ANN) – LOCA ບໍລິການລົດຮັບສົ່ງລາຍທຳອິດຂອງລາວ ແລະ ສະມາຄົມລົດຕູ້ນະຄອນຫຼວງວຽງຈັນ ຮ່ວມມືກັນເພື່ອຍົກລະດັບການບໍລິການລົດຕູ້ໃນລາວ.ຂໍ້ຕົກລົງການຮ່ວມມື ໄດ້ມີການລົງນາມທີ່ນະຄອນວຽງຈັນໃນວັນຈັນນີ້ ລະຫວ່າງທ່ານ ສຸລິໂຍ ວົງດາລາ ຜູ້ກໍ່ຕັ້ງ LOCA ແລະ ທ່ານ ບຸນຄ້ຳ ລາດຊະວົງ ປະທານສະມາຄົມລົດຕູ້ນະຄອນຫຼວງວຽງຈັນ.ຂໍ້ຕົກລົງດັ່ງກ່າວແມ່ນແນໃສ່ສ້າງຄວາມທັນສະໄໝໃຫ້ແກ່ການບໍລິການລົດຕູ້, ກໍຄືການຫັນສູ່ດິຈິຕອລ໌ ເພື່ອເພີ່ມຄວາມສະດວກໃຫ້ແກ່ລູກຄ້າໃນການຈອງລົດ ແລະ ຕົກລົງລາຄາ.ອ່ານຕໍ່ ...
ໂຕະຂ່າວ
ງານວາງສະແດງສິນຄ້າລາວທ໊ອບ 3 ເພື່ອສົ່ງເສີມການຂະຫຍາຍຕົວຂອງຂະແໜງການກໍ່ສ້າງ, ການບໍລິການທ່ອງທ່ຽວ
ວຽງຈັນ (ວຽງຈັນທາມສ໌/ANN) – ງານວາງສະແດງສິນຄ້າລາວທ໊ອບ 3, ເຊິ່ງເປັນງານວາສະແດງສິນຄ້າສາກົນ 3-ໃນ-1 ທີ່ໃຫຍ່ທີ່ສຸດໃນລາວ ກຳລັງຈະກັບມາຈັດສະແດງເປັນຄັ້ງທີສີ່ ເພື່ອສົ່ງເສີມຂະແໜງການກໍ່ສ້າງ ແລະ ພື້ນຖານໂຄງລ່າງ, ແລະ ອຸດສາຫະກຳອາຫານ ແລະ ເຄື່ອງດື່ມ ແລະ ການບໍລິການທ່ອງທ່ຽວ.ງານວາງສະແດງດັ່ງກ່າວຈະຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນວັນທີ 11-13 ມິຖຸນາປີໜ້າ, ຕາມການຖະແຫຼງຂ່າວທີ່ວຽງຈັນຫວ່າງໝໍ່ໆມານີ້. ອ່ານຕໍ່ ...
ໂຕະຂ່າວ
ຜູ້ອອກແຮງງານລາວໄດ້ຮັບປະໂຫຍດຈາກການປັບປຸງນະໂຍບາຍແຮງງານ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າທີ່ແຮງງານກ່າວວ່າ ແຮງງານລາວໄດ້ຮັບປະໂຫຍດຈາກກການເພີ່ມທະວີການສະໜັບສະໜູນໃນຊຸມປີຜ່ານມາ ແລະ ປະຈຸບັນ ຊາວໜຸ່ມສ່ວນໃຫຍ່ກໍສາມາດເຂົ້າເຖິງການພັດທະນາທັກສະການອອກແຮງງານໃນຮູບແບບຕ່າງໆ.ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ພະຍາຍາມເປັນເວລາຫຼາຍປີ ໃນການຝຶກອົບຮົມຝີມືແຮງງານ ໂດຍການຈັດຝຶກອົບຮົມທັກສະວິຊາຊີບທີ່ຈຳເປັນ ໃຫ້ແກ່ຊາວໜຸ່ມຜູ້ທຸກຍາກ.ໃນປະຈຸບັນ ຊາວໜຸ່ມມີໂອກາດຫຼາຍຂຶ້ນໃນການພັດທະນາທັກສະຂອງຕົນ ຍ້ອນການປັບປຸງນະໂຍບາຍແຮງງານດັ່ງກ່າວ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ເຈົ້າໜ້າທີ່ຈະປະເມີນຜົນກະທົບການພັດທະນາໂດຍຊຸມຊົນລະດັບພາກພື້ນ
ວຽງຈັນ (ວຽງຈັນທາມສ໌/ANN) – ກອງທຶນຫຼຸດຜ່ອນຄວາມທຸກຍາກ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້ ຫາລືໂຄງການຄົ້ນຄ້ວາກ່ຽວກັບການພັດທະນາໂດຍຊຸມຊົນ ໃນການພັດທະນາຊົນນະບົດ, ເຊິ່ງລາວມີສ່ວນຮ່ວມຄຽງຄູ່ກັບບັນດາປະເທດພາກພື້ນແມ່ນ້ຳຂອງ.ໂຄງການຄົ້ນຄວ້າຮ່ວມດັ່ງກ່າວຈະດຳເນີນໂດຍກຳປູເຈຍ, ຈີນ, ມຽນມາ, ລາວ, ໄທ, ແລະ ຫວຽດນາມ ພາຍໃຕ້ທຶນຊ່ວຍເຫຼືອຂອງລັດຖະບານຈີນ ຜ່ານການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC).ອ່ານຕໍ່ ...
ໂຕະຂ່າວ
ອົງການເກັບກູ້ລະເບີດແມັກ ສະເຫຼີມສະຫຼອງຄົບຮອບ 25 ປີໃນການປະຕິບັດງານໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ອົງການເກັບກູ້ລະເບີດແມັກ (MAG) ໄດ້ຮັບການຍ້ອງຍໍຈາກລັດຖະບານໃນການປະຕິບັດພາລະກິດໃນລາວ ໃນໄລຍະ 25 ປີຜ່ານມາ, ເຊິ່ງສາມາດທຳລາຍລະເບີດບົມໃຫຍ່ກວ່າ 257,000 ລູກ ແລະ ປົດປ່ອຍພື້ນທີ່ໄດ້ 73 ກິໂລຕາແມັດ, ຊ່ວຍເຫຼືອປະຊາຊົນລ້ານກ່ວາຄົນ.ອົງການດັ່ງກ່າວ ໄດ້ຮັບກາຍຍ້ອງຍໍຜົນສຳເລັດດັ່ງກ່າວທີ່ຫ້ອງການອົງການແມັກວຽງຈັນ ໃນວັນສຸກຜ່ານມາ ເພື່ອສະເຫຼີມສະຫຼອງວັນຄົບຮອບ 25 ປີຂອງການປະຕິບັດການໃນລາວ. ອ່ານຕໍ່ ...
ສົມໄຊ ແສງດາຣາ
ເຂດເສດຖະກິດພິເສດ ບໍ່ເຕັນ ຄາດໝາຍການລົງທຶນ 11 ຕື້ກວ່າໂດລາ
ວຽງຈັນ (ວຽງຈັນທາມສ໌/ANN) – ເຂດເສດຖະກິດພິເສດ ບໍ່ເຕັນ ແຂວງຫຼວງນ້ຳທາ ຄາດຄະເນການລງທຶນຕ່ຳສຸດ US$10 ຕື້ໂດລາໃນການພັດທະນາພື້ນທີ່ທັງໝົດ, ຕາມຜູ້ຕາງໜ້າເຂດ.ເຂດເສດຖະກິດດັ່ງກ່າວມີຊາຍແດນຕິດກັບບໍ່ຫານ ແຂວງຢຸນນານ, ປະເທດຈີນ ແລະ ເປັນສ່ວນໜຶ່ງຂອງການຮ່ວມມືດ້ານເສດຖະກິດທີ່ມີການຂະຫຍາຍຕົວຢ່າງວ່ອງໄວ ລະຫວ່າງລາວ ແລະ ຈີນ.ໃນປີ 2016 ເຂດດັ່ງກ່າວມີເນື້ອທີ່ 16.4 ກິໂລຕາແມັດ ແຕ່ມາໃນປະຈຸບັນມີການຂະຫຍາຍເປັນ 700 ກວ່າເຮັກຕາ. ສາທາລະນຸປະໂຫຍດຄົບວົງຈອນກຳລັງຢູ່ໃນໄລຍະກໍ່ສ້າງ ລຽບຕາມເສັ້ນທາງຫຼວງຂະໜາດຫົກເລນ ແລະ ພື້ນຖານໂຄງລ່າງອື່ນໆ.ອ່ານຕໍ່ ...
ສຸກສະໄໝ ບູລົມ
ໂຄງການ ມຊ ຊ່ວຍສ້າງຄວາມສາມາດໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ
ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ (ມຊ) ລາຍງານຄວາມຄືບໜ້າໃນໂຄງການສ້າງຄວາມສາມາດ ກ່ຽວກັບຄວາມຮູ້ວິຊາການ ເພື່ອການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ (EIA).ໂຄງການດັ່ງກ່າວ ເຊິ່ງດຳເນີນແຕ່ປີ 2018-2020 ໄດ້ມີການພັດທະນາຫຼັກສູດຝຶກອົບຮົມ EIA ແລະ ປຶ້ມແບບຮຽນ ສຳລັບລັດຖະກອນ ກໍຄືເຈົ້າໜ້າທີ່ຂັ້ນເມືອງ ແລະ ຂັ້ນແຂວງໃນທົ່ວປະເທດ, ເພື່ອເສີມຂະຫຍາຍຄວາມຮູ້ຄວາມເຂົ້າໃຈໃນຂົງເຂດວຽກງານດັ່ງກ່າວ.ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ
ປະທານປະເທດຮັງກາລີ ຢ້ຽມຢາມລາວເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມື
ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ຈາໂນ ເອເດີ ປະທານປະເທດສາທາລະນະລັດ ຮັງກາລີ ພ້ອມຄະນະ ໄດ້ເດີນທາງມາເຖິງນະຄອນຫຼວງວຽງຈັນ ໃນວັນພະຫັດແລ້ວນີ້ ເພື່ອຢ້ຽມຢາມປະເທດລາວຢ່າງເປັນທາງການ ແຕ່ວັນທີ 24-26 ກັນຍານີ້ ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ບຸນຍັງ ວໍລະຈິດ.ຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມື ລະຫວ່າງສອງຊາດລາວ ຮັງກາລີ.ພິທີຕ້ອນຮັບທ່ານປະທານປະເທດ ເອເດີ ຢ່າງເປັນທາງການ ໄດ້ຈັດຂຶ້ນທີ່ທຳນຽບປະທານປະເທດ ໃນວັນສຸກແລ້ວນີ້, ນຳໂດຍທ່ານປະທານປະເທດ ບຸນຍັງ ວໍລະຈິດ ພ້ອມດ້ວຍເຈົ້າໜ້າທີ່ລະດັບສູງຂອງລາວ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌