LOCA, ສະມາຄົມລົດຕູ້ນະຄອນຫຼວງວຽງຈັນ ຮ່ວມມືເພື່ອຍົກລະດັບການບໍລິການ

ວຽງຈັນ (ວຽງຈັນທາມສ໌/ANN) – LOCA ບໍລິການລົດຮັບສົ່ງລາຍທຳອິດຂອງລາວ ແລະ ສະມາຄົມລົດຕູ້ນະຄອນຫຼວງວຽງຈັນ ຮ່ວມມືກັນເພື່ອຍົກລະດັບການບໍລິການລົດຕູ້ໃນລາວ.

ຂໍ້ຕົກລົງການຮ່ວມມື ໄດ້ມີການລົງນາມທີ່ນະຄອນວຽງຈັນໃນວັນຈັນນີ້ ລະຫວ່າງທ່ານ ສຸລິໂຍ ວົງດາລາ ຜູ້ກໍ່ຕັ້ງ LOCA ແລະ ທ່ານ ບຸນຄ້ຳ ລາດຊະວົງ ປະທານສະມາຄົມລົດຕູ້ນະຄອນຫຼວງວຽງຈັນ.

ຂໍ້ຕົກລົງດັ່ງກ່າວແມ່ນແນໃສ່ສ້າງຄວາມທັນສະໄໝໃຫ້ແກ່ການບໍລິການລົດຕູ້, ກໍຄືການຫັນສູ່ດິຈິຕອລ໌ ເພື່ອເພີ່ມຄວາມສະດວກໃຫ້ແກ່ລູກຄ້າໃນການຈອງລົດ ແລະ ຕົກລົງລາຄາ.

ອ່ານຕໍ່…

ໂຕະຂ່າວ