Law and judiciary

ກົດໝາຍສະບັບໃໝ່ກຳນົດໜ້າທີ່ຂອງຜູ້ປະກອບການປ້າຍໂຄສະນາ

 ຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງກັບການເຮັດປ້າຍ ແລະ ປ້າຍໂຄສະນາ ຈຳຕ້ອງງົດການດຳເນີນກິດຈະການ ຖ້າວ່າບໍ່ປະຕິບັດຕາມລະບຽບການກ່ຽວກັບເນື້ອໃນ ແລະ ພາສາ.ການຢຸດກິດຈະການ, ບໍ່ວ່າຈະເປັນການຊົ່ວຄາວ ຫຼື ຖາວອນ, ຈະບໍ່ມີຂໍ້ຍົກເວັ້ນໃດໆ ນັບແຕ່ການປະຕິບັດພັນທະຕາມກົດໝາຍ ໄປເຖິງການຊົດໃຊ້ໜີ້ສິນໃຫ້ແກ່ບຸກຄົນ, ນິຕິບຸກຄົນ  ແລະ ລັດຖະບານ.ກົດໝາຍວ່າດ້ວຍປ້າຍ ແລະ ປ້າຍໂຄສະນາ ທີ່ຫາກໍ່ປະກາດໃຊ້ນີ້ ໄດ້ກຳນົດລະບຽບການໃນການຄຸ້ມຄອງທຸລະກິດປ້າຍ ແລະ ປ້າຍໂຄສະນາໃນລາວ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ກົດໝາຍໃໝ່ຮຽກຮ້ອງການຈ່າຍຄ່າຊົດເຊີຍສຳລັບຜູ້ທີ່ຕ້ອງຍ້າຍທີ່ຢູ່ອາໄສພາຍໃນກຳນົດເວລາສອງປີ

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ປະກາດໃຊ້ກົດໝາຍສະບັບໃໝ່ ເພື່ອຮຽກຮ້ອງໃຫ້ນັກພັດທະນາ ຈ່າຍຄ່າຊົດເຊີຍໃຫ້ແກ່ປະຊາຊົນທີ່ຕ້ອງຍ້າຍອອກຈາກທີ່ຢູ່ອາໄສ ຍ້ອນການດຳເນີນໂຄງການ ພາຍໃນກຳນົດເວລາ 24 ເດືອນຫຼັງຈາກການອະນຸມັດແຜນການຊົດເຊີຍຄ່າເສຍຫາຍ.ແຕ່ວ່າການຈັດຕັ້ງປະຕິບັດແຜນດັ່ງກ່າວອາດມີການຕໍ່ເວລາໄປອີກໜຶ່ງປີ ພາຍຫຼັງການອະນຸມັດຈາກຄະນະຮັບຜິດຊອບການຕັ້ງຖິ່ນຖານ ແລະ ຈັດຫາວຽກເຮັດງານທຳ, ອີງຕາມມາດຕາ 22 ຂອງກົດໝາຍວ່າດ້າຍການຕັ້ງຖິ່ນຖານ ແລະ ການຈັດຫາງານ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວ ຫວຽດຮ່ວມມືໃນການຄວບຄຸມຢາເສບຕິດ

(ຂປລ) ແປດແຂວງຂອງລາວ ແລະ ຫວຽດນາມ ຮ່ວມປະຊຸມກັນທີ່ແຂວງທັນຫົວ ປະເທດຫວຽດນາມ ໃນວັນທີ 18 ຕຸລານີ້ ເພື່ອຫາລືການຮ່ວມມືໃນສົງຄາມຕ້ານອາດຊະຍາກຳຢາເສບຕິດ.ໃນກອງປະຊຸມດັ່ງກ່າວ, ຕົວແທນຈາກແຂວງທັນຫົວ, ເຍອັນ, ສອນລາ ແລະ ດຽນບຽນຂອງຫວຽດນາມ ແລະ ແຂວງຫົວພັນ, ຫຼວງພະບາງ, ຜົ້ງສາລີ ແລະ ຊຽງຂວາງຂອງລາວໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືໃນການສະກັດກັ້ນ ແລະ ຕໍ່ສູ້ຕ້ານອາດສະຍາກຳຢາເສບຕິດ. ອ່ານຕໍ່ ...

ຂປລ

ນັກວິເຄາະກ່າວ: ກົດໝາຍທີ່ດິນສະບັບໃໝ່ຂອງລາວອາດຈຳກັດສິດການຄອບຄອງທີ່ດິນຕາມປະເພນີຂອງແມ່ຍິງ

ວຽງຈັນ (ມູນນິທິທອມສັນ ຣອຍເຕີ) – ກົດໝາຍວ່າດ້ວຍທີ່ດິນສະບັບໃໝ່ຂອງລາວອາດສົ່ງເສີມຄວາມໂປ່ງໃສໃນການຄຸ້ມຄອງທີ່ດິນ ແລະ ສ້າງຄວາມທັນສະໄໝໃນການຈົດບັນທຶກໃນລາວ, ແຕ່ວ່າມັນອາດຈຳກັດກຳມະສິດຂອງແມ່ຍິງໃນການຄອບຄອງທີ່ດິນ ກໍຄືສິດການຄອບຄອງຕາມປະເພນີຂອງຊາວຊົນນະບົດ ແລະ ຊົນເຜົ່າ, ຕາມການລາຍງານຂອງນັກວິເຄາະ.ຮ່າງກົດໝາຍທີ່ຍຶດເຍື້ອມາດົນນານສະບັບດັ່ງກ່າວ ມີກຳນົດເຂົ້າຜ່ານໃນທີ່ປະຊຸມສະພາແຫ່ງຊາດຂອງລາວໃນເດືອນໜ້າ, ຕາມຂໍ້ມູນຂອງຜູ້ຈັດທຳ ແລະ ນັກວິເຄາະທີ່ໃຫ້ຄຳເຫັນຕໍ່ຮ່າງກົດໝາຍດັ່ງກ່າວ.ອ່ານຕໍ່ ...

ຣີນາ ຊັນດຣັນ

ສະຫະລັດຊ່ວຍເຫຼືອລັດຖະບານລາວໃນການສ້າງຄວາມເຂັ້ມແຂງດ້ານການບັງຄັບໃຊ້ກົດໝາຍ ແລະ ຄວາມໝັ້ນຄົງຕາມຊາຍແດນ

(ຂປລ) ສະຫະລັດ ແລະ ສປປ ລາວ ລົງນາມໃນຂໍ້ຕົກລົງສະບັບດັດແກ້ ລະຫວ່າງສະຖານທູດສະຫະລັດປະຈຳນະຄອນວຽງຈັນ ແລະ ກົມພາສີ ກະຊວງການເງິນ ແຫ່ງ ສປປ ລາວ ເພື່ອສ້າງຄວາມເຂັ້ມແຂງໃນຂົງເຂດວຽກງານການບັງຄັບໃຊ້ກົດໝາຍ ແລະ ຄວາມໝັ້ນຄົງຕາມຊາຍແດນປະເທດ.ອ່ານຕໍ່ ...

ຂປລ

ລັດອອກມາດຕະການຄຸ້ມຄອງໜີ້ສິນລັດ

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດໄດ້ເຊັນຮັບຮອງລັດຖະບັນຍັດປະທານປະເທດ ໃນການປະກາດໃຊ້ກົດໝາຍເພື່ອການຄຸ້ມຄອງ ແລະ ຄວບຄຸມໜີ້ສິນຂອງລັດ ເມື່ອມີການເສີມຂະຫຍາຍການລົງທຶນຂອງລັດ.ກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນຂອງລັດ ເຊິ່ງຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 29 ຕຸລານີ້ ມີຜົນໃນການຫ້າມທຸກໆພະແນກການ ແລະ ໜ່ວຍງານ ໃນການດຳເນີນໂຄງການທີ່ບໍ່ໄດ້ຮັບການອະນຸມັດ ຫຼື ການສ້າງໜີ້ສິນລັດໂດຍບໍ່ຊອບດ້ວຍກົດໝາຍໃນນາມຂອງລັດຖະບານ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ວັນຕ້ານການລົງໂທດປະຫານຊີວິດໂລກ: EU ໝາຍເຫດ "ການງົດການບັງຄັບໃຊ້ໃນທາງປະຕິບັດ" ໃນລາວ

ສະຫະພາບເອີຣົບ (EU) ໄດ້ຟື້ນຟູຄຳໝັ້ນສັນຍາໃນການເຮັດວຽກຮ່ວມກັບທຸກໆປະເທດ ລວມທັງປະເທດລາວ ເພື່ອສົ່ງເສີມບາດກ້າວໃນການໄປສູ່ການລົບລ້າງການລົງໂທດປະຫານຊີວິດ, ກໍຄືການດຳເນີນການລົງໂທດປະຫານຊີວິດຜູ້ກະທຳຄວາມຜິດທາງອາຍາໂດຍລັດຖະບານ.ອ່ານຕໍ່ ...

ລາວທຽນທາມສ໌

ເຈົ້າໜ້າທີ່ເກືອບ 20 ຄົນໄດ້ຮັບການຝຶກອົບຮົມກ່ຽວກັບເຕັກນິການສືບສວນອຸບັດຕິເຫດເຮືອບິນ

(ຂປລ) ກະຊວງການຕ່າງປະເທດສິງກະໂປໄດ້ໃຫ້ທຶນສຳລັບຫຼັກສູດຝຶກອົບຮົມໜຶ່ງອາທິດກ່ຽວກັບ “ເຕັກນິກການສຶບສວນອຸບັດຕິເຫດເຮືອບິນ” ສຳລັບເຈົ້າໜ້າທີ່ລາວຈຳນວນ 19 ຄົນແຕ່ວັນທີ 27-31 ສິງຫາ 2018 ທີ່ຜ່ານມາ.ອ່ານຕໍ່ ...

ຂປລ

ຮອງນາຍົກ: ການບັງຄັບໃຊ້ກົດໝາຍໃນລາວຍັງອ່ອນ

ການນຳອອກມາຍອມຮັບວ່າ ນັບແຕ່ການປະກາດເອກະລາດໃນປີ 1975 ເປັນຕົ້ນມາ ລາວເຮົາໄດ້ມີການປະກາດໃຊ້ກົດໝາຍກວ່າ 100 ສະບັບ ແຕ່ວ່າການບັງຄັບໃຊ້ກົດໝາຍຍັງອ່ອນ.ອ່ານຕໍ່ ...

ສົມສັກ ພົງຂາວ

ຄະນະຄຸ້ມຄອງກົດໝາຍລາວເຕືອນ ການລາຍງານ ແລະ ແບ່ງປັນຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງກ່ຽວກັບນ້ຳຖ້ວມແມ່ນຜິດຕໍ່ລະບຽບກົດໝາຍ

ການລາຍງານ ແລະ ແບ່ງປັນຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ ໃນຮູບແບບຂອງການລາຍງານຂ່າວທີ່ບໍ່ເປັນຈິງ ຫຼື ການປັບປ່ຽນຮູບພາບ ຫຼື ວີດີໂອກ່ຽວກັບໄພນ້ຳຖ້ວມທີ່ແຂວງອັດຕະປື ກໍຄືໃນພື້ນທີ່ອື່ນໆທົ່ວປະເທດ ແມ່ນຜິດຕໍ່ລະບຽບກົດໝາຍບ້ານເມືອງ ຕາມການແຈ້ງເຕືອນຂອງຄະນະກວດສອບລະດັບຊາດທີ່ຮັບຜິດຊອບດ້ານໄພພິບັດ ຕໍ່ຜູ້ນຳໃຊ້ ແລະ ຜູ້ເຜີຍແຜ່ຂໍ້ມູນຂ່າວສານຕາມສື່ສັງຄົມອອນໄລ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

7am88
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!