Law and judiciary

ທຸກຄົນຕ້ອງມີສິດສະເໝີພາບຕໍ່ໜ້າກົດໝາຍ: ຕາມການສະເໜີຂອງນັກຮ່າງກົດໝາຍວ່າດ້ວຍພົນລະເຮືອນ

ນັກຮ່າງກົດໝາຍສະເໜີ ປະຊາຊົນລາວທຸກຄົນໃນທຸກທ້ອງຖິ່ນຕ້ອງມີສິດສະເໝີພາບຕໍ່ໜ້າກົດໝາຍ ນີ້ລວມໄປເຖິງຄວາມເທົ່າທຽມທາງເພດ.ຄະນະອະນຸກຳມະການຮ່າງກົດໝາຍວ່າດ້ວຍພົນລະເຮືອນຍື່ນຂໍ້ສະເໜີຕາມເຫັນຂອງສະມາຊິກສະພາແຫ່ງຊາດ ໃນການທົບທວນຮ່າງກົດໝາຍວ່າດ້ວຍພົນລະເຮືອນວານນີ້.ອ່ານຕໍ່ ...

ສົມໄຊ ແສງດາຣາ

ລາວ ແລະ ອົງການກາແດງສາກົນຍົກລະດັບຄວາມເຂົ້າໃຈຕໍ່ກັບກົດໝາຍວ່າດ້ວຍມະນຸດສະທຳສາກົນ

ເຈົ້າໜ້າທີ່ລັດຖະບານ ແລະ ຕາງໜ້າອົງການກາແດງສາກົນ ຮ່ວມປະຊຸມກັນທີ່ວຽງຈັນວານນີ້ ເພື່ອຫາລືກ່ຽວກັບກົດໝາຍວ່າດ້ວຍມະນຸດສະທຳສາກົນ.ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບການເຊື່ອມຊຶມກ່ຽວກັບສົນທິສັນຍາທີ່ສຳຄັນທີ່ກ່ຽວຂ້ອງກັບວຽກງານມະນຸດສະທຳ ໂດຍສະເພາະແມ່ນອະນຸສັນຍາເຈນນິວາ ແລະ ຂໍ້ສັນຍາທີ່ກ່ຽວຂ້ອງອື່ນໆ ລວມເຖິງສົນທິສັນຍາອື່ນໆທີ່ລາວໄດ້ຮ່ວມລົງນາມ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ສພຊ ຮຽກຮ້ອງໃຫ້ລັດຖະບານດຳເນີນການເດັດຂາດຕ້ານການກຳຜິດທີ່ບໍ່ຊອບທຳ

ສະມາຊິກ ສະພາແຫ່ງຊາດ (ສພຊ) ຮຽກຮ້ອງໃຫ້ລັດຖະບານນຳໃຊ້ມາດຕະການເດັດຂາດ ເພື່ອຈັດການການລົງໂທດຜູ້ກະທຳຜິດທີ່ຍືດເຍື້ອບໍ່ຊອບດ້ວຍລະບຽບກົດໝາຍ.ສະມາຊິກສະພາກ່າວວ່າການກະທຳຜິດທີ່ຮ້າຍແຮງ ເຊັ່ນ ການຄ້າຢາເສບຕິດກຳລັງເພີ່ມທະວີຂຶ້ນ ແລະ ເປັນໄພຕໍ່ສັງຄົມ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ພາກພື້ນບໍ່ພ້ອມຮັບມືຕໍ່ການລະບາດຂອງຢາເສບຕິດໃນປະຈຸບັນ

ອາທິດແລ້ວນີ້ ທີ່ວຽງຈັນໄດ້ມີການຈັດກອງປະຊຸມລະດັບສູງກ່ຽວກັບການຕ້ານອາດຊະຍາກຳຂ້າມຊາດໃນລາວ ແລະ ພາກພື້ນແມ່ນ້ຳຂອງ ຂອງສຳນັກງານສະຫະປະຊາຊາດວ່າດ້ວຍການຕ້ານຢາເສບຕິດ ແລະ ອາດຊະຍາກຳ (UNODC). ເຂົ້າຮ່ວມໃນກອງປະຊຸມຂອງ UNODC ດັ່ງກ່າວມີເຈົ້າໜ້າທີ່ຝ່າຍລາວ, ຄູ່ຮ່ວມງານສາກົນ, ແລະ ຊ່ຽວຊານສະເພາະດ້ານຈາກບັນດາປະເທດເພື່ອນບ້ານ.ວາລະກອງປະຊຸມແມ່ນແນໃສ່ການປັບປຸງຄວາມເຂົ້າໃຈສ່ວນລວມກ່ຽວກັບຄວາມອ່ອນໄຫວຂອງລາວຕໍ່ການຈັດຕັ້ງອາດສະຍາກຳຂ້າມຊາດ. ນອກຈາກຫາລືກ່ຽວກັບບັນຫາອາດສະຍາກຳຂ້າມຊາດ, ກອງປະຊຸມຍັງສຸມໃສ່ບັນຫາການເພີ່ມຂຶ້ນຂອງການຜະລິດຢາເສບຕິດໃນພາກພື້ນລຸ່ມແມ່ນ້ຳຂອງ.ອ່ານຕໍ່ ...

John Coyne

ເຈົ້າຂອງຍົນບັງຄັບວິທະຍຸຄວນປະຕິບັດຕາມລະບຽບການ

ກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ ຈະອອກລະບຽບການກ່ຽວກັບການນຳໃຊ້ຍົນບັງຄັບວິທະຍຸໃນໄວໆນີ້, ເຊິ່ງປະຈຸບັນມີຍົນບັງຄັບຈຳນວນ 33 ເຄື່ອງທີ່ຂຶ້ນທະບຽນຜ່ານກົມ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ເຈົ້າໜ້າທີ່ຍຶດຫົວຜັກບົ່ວ ແລະ ຜັກທຽມຈາກລາວທີ່ລັກລອບຂົນຂ້າມນ້ຳຂອງທີ່ຕະຫຼາຍຊາຍແດນໄທ

ເຈົ້າໜ້າທີ່ຍຶດຫົວຜັກບົ່ວ ແລະ ຜັກທຽມຈາກລາວທີ່ລັກລອບຂົນຂ້າມນ້ຳຂອງທີ່ຕະຫຼາຍຊາຍແດນໄທບາງກອກ, 12 ພະຈິກ (ຊິນຫົວ) — ໃນວັນຈັນທີ່ຜ່ານມາໄດ້ມີການຍຶດຫົວຜັກບົ່ວແດງ ແລະ ຜັກທຽມທີ່ກວດພົບວ່າລັກລອບຂົນຂ້າມນ້ຳຂອງຈາກຝັ່ງລາວ ທີ່ຕະຫຼາຍຊາຍແດນໄທ, ຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດ.ໄດ້ມີການຍຶດຫົວຜັກບົ່ວແດງຈຳນວນ 1.7 ໂຕນ ແລະ ຜັກທຽມອີກ 1.4 ໂຕນທີ່ຂົນມາເທິງລົດກະບະສອງຄັນ ທີ່ຕະຫຼາດຊາຍແດນ ອຳເພີທາດພະນົມ ຈັງຫວັດນະຄອນພະນົມ ທາງທິດຕາເວັນອອກສຽງເໜືອຂອງໄທຫ່າງຈາກບາງກອກ 737 ກມອ່ານຕໍ່ ...

ຊູຊິນ

INTERPOL ເລີ່ມໂຄງການເພື່ອຍົກລະດັບຄວາມສາມາດສຳລັບອົງການດ້ານການບັງຄັບໃຊ້ກົດໝາຍຂອງລາວ

(ຂປລ) INTERPOL ໄດ້ເປີດຕົວໂຄງການ iTWIN-ຍີ່ປຸ່ນ/ລາວ ເພື່ອແນໃສ່ສ້າງຄວາມເຂັ້ມແຂງທາງດ້ານຄວາມສາມາດໃນອົງກອນຄຸ້ມຄອງການປະຕິບັດກົດໝາຍ ແລະ ຄວາມປອດໄພຕາມຊາຍແດນ.ອ່ານຕໍ່ ...

ບັນນາທິການ ຂປລ

Law App Developed With U.S. Funding Launched

(ຂປລ) ເຈົ້າໜ້າທີ່ລັດຖະບານສະຫະລັດ ແລະ ກະຊວງຍຸດຕິທຳຂອງລາວໄດ້ເປີດຕົວແອັບໂທລະສັບມືຖື ແນໃສ່ອຳນວຍຄວາມສະດວກໃຫ້ແກ່ການພັດທະນາດ້ານເສດຖະກິດຂອງລາວ ກໍ່ຄືດ້ານລະບຽບກົດໝາຍ ໃນວັນທີ 2 ພະຈິກທີ່ຜ່ານມາ ທີ່ວຽງຈັນ.ອ່ານຕໍ່ ...

ຂປລ

ສະຫະລັດມອບເຕັກໂນໂລຊີ ແລະ ອຸປະກອນຊ່ວຍເຫຼືອສຳນັກງານຂໍ້ມູນຕ້ານການຟອກເງິນແຫ່ງ ສປປ ລາວ

(ຂປລ) ໃນວັນທີ 1 ພະຈິກນີ້ ລັດຖະບານສະຫະລັດໄດ້ມອບເຕັກໂນໂລຊີ ແລະ ອຸປະກອນດ້ານຂໍ້ມູນຂ່າວສານໃຫ້ແກ່ການນຳປະຈຳສຳນັກງານຂໍ້ມູນຕ້ານການຟອກເງິນ (AMLIO) ແຫ່ງ ສປປ ລາວ ຢ່າງເປັນທາງການ.ອ່ານຕໍ່ ...

ຂປລ

ຫວຽດນາມ, ລາວຮ່ວມມືດ້ານການບັງຄັບໃຊ້ກົດໝາຍປ່າໄມ້

ຮາຕິນ (VNA)– ຜູ້ຕາງໜ້າຈາກໜ່ວຍງານຄຸ້ມຄອງປ່າໄມ້ຫວຽດນາມ (VNFOREST) ແລະ ກົມກວດກາປ່າໄມ້ລາວ (DOFI) ຮ່ວມປະຊຸມທີ່ແຂວງພາກກາງຮາຕິນ ຂອງຫວຽດນາມໃນວັນທີ 30 ຕຸລານີ້ ເພື່ອທົບທວນການຮ່ວມມືໃນການບັງຄັບໃຊ້ກົດໝາຍປ່າໄມ້.ຫວຽດນາມ ແລະ ລາວມີຊາຍແດນຕິດຕໍ່ກັນເປັນໄລຍະຍາວ 2,340 ກມໃນສິບແຂວງ. ສອງຊາດມີດ່ານຊາຍແດນສາກົນຮ່ວມ 7 ແຫ່ງ ແລະ ມີ 6 ດ່ານເຂົ້າອອກຫຼັກລຽບຕາມແນວຊາຍແດນ.ອ່ານຕໍ່ ...

ບັນນາທິການ VNA

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

vvwCt
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!