Law and judiciary

ນະຄອນຫຼວງສັ່ງຫ້າມບໍ່ໃຫ້ຂາຍເຄື່ອງດື່ມທີ່ມີທາດເຫຼົ້າກ່ອນເວລາ 4 ໂມງແລງ

ເພື່ອເປັນການສົ່ງເສີມສຸຂະພາບ ແລະ ຄວາມປອດໄພຂອງພົນລະເມືອງລາວ, ເຈົ້າຄອງນະຄອນຫຼວງວຽງຈັນໄດ້ອອກມາດຕະການສັ່ງຫ້າມຂາຍເຄື່ອງດື່ມທີ່ມີທາດເຫຼົ້າໃນນະຄອນຫຼວງວຽງຈັນກ່ອນເວລາ 4 ໂມງແລງ.ຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ລົງວັນທີ  21 ທັນວາ 2018 ວ່າດ້ວຍມາດຕະການຫຼຸດຜ່ອນອຸບັດຕິເຫດ ແລະ ສົ່ງເສີມຄວາມປອດໄພຕາມທ້ອງຖະໜົນ, ເຈົ້າໜ້າທີ່ຈະເລີ່ມມີການກວດກາ ແລະ ປັບໃໝລົງໂທດຫ້າງຮ້ານ ແລະ ກິດຈະການຕ່າງໆທີ່ຈຳໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າທີ່ບໍ່ປະຕິບັດຕາມລະບຽບການ ເລີ່ມແຕ່ວັນທີ 1 ມັງກອນ 2019 ເປັນຕົ້ນໄປ.ອ່ານຕໍ່  ...

Lao Post

ລາວ, ຍີ່ປຸ່ນສະເຫຼີມສະຫຼອງການຮ່ວມມືດ້ານນິຕິບັດຍັດ ແລະ ຕຸລາການຄົບຮອບ 20 ປີ

ລັດຖະບານລາວ ແລະ ຍີ່ປຸ່ນຊົມເຊີຍຜົນສຳເລັດ 20 ປີໃນການຮ່ວມມືເພື່ອສ້າງຄວາມເຂັ້ມແຂງໃນຂະແໜງນິຕິບັນຍັດ ແລະ ຕຸລາການໃນລາວ, ໂດຍສະເພາະແມ່ນການຮ່ວມມືດ້ານການພັດທະນາບຸກຄະລາກອນ.ຜົນສຳເລັດດັ່ງກ່າວໄດ້ມີການຍົກຂຶ້ນໃນພິທີສະເຫຼີມສະຫຼອງໃນວັນອັງຄານຜ່ານມາ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນຂອງຍີ່ປຸ່ນ ແຕ່ປີ 1998-2018.ອ່ານຕໍ່ ...

ພົມພົງ ເຫຼົາອິນ

Pakngum residents raise issues with NA, Vientiane People’s Council

ຊາວບ້ານສັງໄຊ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ສະເໜີບັນຫາຍືດເຍື້ອຕ່າງໆຕໍ່ຜູ້ແທນສະພາແຫ່ງຊາດ ແລະ  ແລະ ສະພາປະຊາຊົນນະຄອນຫຼວງ.ວານນີ້ ຄະນະຜູ້ແທນໄດ້ລົງຢ້ຽມຢາມພື້ນທີ່ ເຊິ່ງເປັນສ່ວນໜຶ່ງຂອງແຜນລົງຢ້ຽມຢາມ 13 ບ້ານໃນເມືອງປາກງື່ມ ແຕ່ວັນທີ 18 ກຸມພາ ເຖິງ 4 ມິນາ ເພື່ອເຜຍແຜ່ເນື້ອໃນຫຼ້າສຸດຂອງກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ແລະ ສານປະຊາຊົນນະຄອນຫຼວງ ກໍຄືຮັບຟັງບັນຫາຕົວຈິງຂອງຊຸມຊົນ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ຄະນະລັດຖະບານຫາລືຮ່າງກົດໝາຍສີ່ສະບັບ

ວານນີ້ ຄະນະລັດຖະບານໄດ້ຫາລືຮ່າງກົດໝາຍໃໝ່ສອງສະບັບ ແລະ ຮ່າງກົດໝາຍດັດແກ້ສອງສະບັບ ໃນກອງປະຊຸມພິເສດສຳລັບເດືອນກຸມພາ.ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ກອງປະຊຸມໄລຍະໜຶ່ງວັນດັ່ງກ່າວໄດ້ມີການຮັບຟັງ ແລະ ຫາລືການດັດແກ້ກົດໝາຍວ່າດ້ວຍອະຊີວະສຶກສາ ແລະ ກົດໝາຍວ່າດ້ວຍປ່າໄມ້.ອ່ານຕໍ່  ...

ສຸກສາຄອນ ແຫວນແກ້ວ

ເຈົ້າໜ້າທີ່ລັດຊຸກຍຸ້ແບບຢ່າງການຂັບຂີ່ປອດໄພໃນວຽງຈັນ

ນັກສ້າງນະໂຍບາຍໃນນະຄອນວຽງຈັນສະເໜີວ່າ ເຈົ້າໜ້າທີ່ພັກລັດຄວນສ້າງແບບຢ່າງໃນການປະຕິບັດກົດຈໍລະຈອນ ແລະ ຜູ້ທີ່ລະເມີດກົດຈະລະຈອນຕ້ອງໄດ້ຮັບການລົງໂທດ.ນັກສ້າງນະໂຍບາຍໄດ້ຈັດລຽງຂໍ້ສະເໜີດັ່ງກ່າວເຂົ້າໃນຮ່າງຄຳສັ່ງຄຸ້ມຄອງຂອງເຈົ້າຄອງນະຄອນວຽງຈັນ ເຊິ່ງສ້າງຂຶ້ນເພື່ອຫຼຸດຜ່ອນຈຳນວນອຸບັດຕິເຫດໃນທ້ອງຖະໜົນທີ່ເພີ່ມຂຶ້ນ.ອ່ານຕໍ່  ...

ເອກະພອນ ພູທອນສີ

ກະຊວງລາວເຜີຍສິ່ງທ້າທາຍໃນການຈັດການກັບອາດສະຍາກຳກ່ຽວກັບສັດປ່າ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຍັງຜະເຊີນສິ່ງທ້າຍທາຍຕົ້ນຕໍຫຼາຍຢ່າງໃນການຈັດການອາດສະຍາກຳກ່ຽວກັບສັດນ້ຳ ແລະ ສັດປ່າ ຕາມການລາຍງານຂອງກົມກວດກາປ່າໄມ້ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້.ແຜນດຳເນີນງານດ້ານການຕ້ານອາດສະຍາກຳສັດນ້ຳ ແລະ ສັດປ່າແຫ່ງຊາດທີ່ມີການເປີດເຜີຍຫຼ້າສຸດ ລາຍງານວ່າປະເທດລາວມັກເປັນໜຶ່ງໃນຈຸດເຊື່ອມຕໍ່ລະຫວ່າງເຄືອຂ່າຍອາດສະຍາກຳຂ້າມຊາຍແດນ, ​ຜູ້ຊື້ ແລະ ຜູ້ຂາຍຜະລິດຕະພັນສັດປ່າຜິດກົດໝາຍ.ອ່ານຕໍ່ ...

ໂຕະຂ່າວ

ແຂວງຊຽງຂວາງສືບຕໍ່ເຮັດສົງຄາມຕ້ານການເຮັດໄຮ່ຢາຝິ່ນ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງຊຽງຂວາງພວມສຸມຄວາມພະຍາຍາມໃນການລົບລ້າງການເຮັດໄຮ່ຝິ່ນ ຫຼັງຈາກທີ່ອຳນາດການປົກຄອງທ້ອງຖິ່ນລາຍງານວ່າໄຮ່ຝິ່ນມີການເພີ່ມຈຳນວນຂຶ້ນຢູ່ໃນຫຼາຍເມືອງ.ໄດ້ມີການກວດພົບການປູກໄຮ່ຝິ່ນໃນເຈັດເມືອງຂອງແຂວງຊຽງຂວາງ. ໃນນັ້ນເມືອງຄຳ ແລະ ເມືອງພູກູດ ພົບວ່າມີເນື້ອທີ່ການປູກຫຼາຍສຸດ, ຕາມການລາຍງານຂອງທ່ານ ພັນໂທ ປາກໍຫຼໍ່ ຢົງວື ຮອງຫົວໜ້າພະແນກກວດສອບ ແລະ ກວດກາຢາເສບຕິດແຂວງຊຽງຂວາງ ຕໍ່ໜັງສືພິມວຽງນທາມສ໌ໃນວັນພະຫັດທີ່ຜ່ານມາ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຮອງປະທານປະເທດຊຸກຍູ້ເຈົ້າໜ້າທີ່ຍຸດຕິທຳເພື່ອຮັບປະກັນການບັງຄັບໃຊ້ກົດໝາຍ

ວານນີ້ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແນະນຳຂະແໜງການຍຸດຕິທຳໃຫ້ເຂັ້ມງວດໃນການຈັດຕັ້ງປະຕິບັດລະບຽບກົດໝາຍແຫ່ງຊາດ ເພື່ອຮັບປະກັນຂະບວນການດ້ານຍຸດຕິທຳສຳລັບທຸກຄົນໃນສັງຄົມ.ທ່ານໄດ້ໃຫ້ຄຳເຫັນດ່ງກ່າວໃນກອງປະຊຸມຂະແໜງການຍຸດຕິທຳ ທີ່ຈັດຂຶ້ນໃນລະຫວ່າງວັນທີ 28-29 ມັງກອນ ທີ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ ທີ່ວຽງຈັນ.ອ່ານຕໍ່ ...

ວຽງຈັນທາມສ໌

ກະຊວງລາວດີນໜ້າແຜນການແຜນພັດທະນາດ້ານຄວາມຍຸດຕິທຳ

ກະຊວງຍຸດຕິທຳຈະດຳເນີນແຜນການໃນການປະມວນຄະດີທີ່ພົ້ນເດັ່ນ, ສົ່ງເສີມຄວາມເຂົ້າໃຈຂອງມະຫາຊົນໃນການປັບປຸງລະບຽບກົດໝາຍ, ຍົກລະດັບຄວາມຮູ້ຂອງພະນັກງານ ແລະ ແກ້ໄຂບັນຫາຄົງຄ້າງດ້ານກົດໝາຍອ່ານຕໍ່ ...

ພົມພົງ ເຫຼົາອິນ

ສົ່ງຕົວ 191 ຜູ້ຕ້ອງສົງໄສໃນການສໍ້ໂກງທາງໂທລະຄົມກັບປະເທດຈີນ

ໃນວັນສຸກຜ່ານມານີ້ ເຈົ້າໜ້າທີ່ຕຳຫຼວດໄດ້ສົ່ງຕົວ 191 ຜູ້ຕ້ອງສົງໄສສັນຊາດຈີນ ໃນການສໍ້ໂກງຜ່ານທາງໂທລະຄົມ ຜ່ານການສືບສວນສອບສວນຂອງເຈົ້າໜ້າທີ່ລາວ ແລະ ຈີນ.ຕາມການສືບສວນສອບສວນຂໍ້ມູນຈາກຖັນແຖວສະມາຊິກໃນເດືອນແລ້ວນີ້, ເຈົ້າໜ້າທີ່ຕຳຫຼວດຈີນໄດ້ພົບວ່າມີກຸ່ມນັກຫຼອກລວງຊາວຈີນທຳໄດ້ການເຄື່ອນໄຫວຫຼອກລວງສໍ້ໂກງໃນລາວ.ອ່ານຕໍ່  ...

ພົມພົງ ເຫຼົ່າອິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

eRYfd
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!