Law and judiciary

ບຸກຈັບນັກຄ້າຢາເສບຕິດ, ຍຶດຢາບ້າໄດ້ 5.76 ລ້ານເມັດ

(ຂປລ) ໃນວັນອາທິດຜ່ານມາ ເຈົ້າໜ້າທີ່ທະຫານໄດ້ບຸກຈັບ ທ້າວ ຊົ້ງ ທໍ່ ນັກຄ້າຢາເສບຕິດ ໃນຂະນະທີ່ກຳລັງຂົນຍ້າຍຢາບ້າຈຳນວນ 5.76 ລ້ານເມັດ ແລະ ເຮໂລອິນ 3 ຫໍ່ (180 ແທ່ງ) ດ້ວຍລົດກະບະ ວີໂກ ປ້າຍທະບຽນວຽງຈັນ ທີ່ເດີນທາງອອກຈາກບ້ານຫ້ວຍລົມ ໄປທາງບ້ານຫ້ວຍຄາຍ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ.ອ່ານຕໍ່ ...

ຂປລ

ຍຶດງາຊ້າງເຖື່ອນໄດ້ທີ່ຮ້ານຄ້າແຂວງຫຼວງພະບາງ

ຜະລິດຕະພັນງາຊ້າງກວ່າ 73 ກິໂລ ຖືກຍຶດໄດ້ຈາກຮ້ານຂາຍເຄື່ອງທີ່ລະນຶກແຫ່ງໜຶ່ງທີ່ແຂວງຫຼວງພະບາງ ແລະ ເຈົ້າຂອງຮ້ານຊາວຕ່າງຊາດຖືກກັກຕົວໃນຂໍ້ຫາຄ້າງາຊ້າງເຖື່ອນ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ບໍລິສັດການກະເສດຈີນຕ້ອງປະຕິບັດຕາມກົດລະບຽບດ້ານສິ່ງແວດລ້ອມ ຖ້າບໍ່ດັ່ງນັ້ນຈະຖືກຖອນໃບອະນຸຍາດ

ສານປະຊາຊົນວຽງຈັນອອກຄຳສັ່ງໃຫ້ບໍລິສັດກະສິກຳຂອງຈີນປະຕິບັດຕາມລະບຽບການດ້ານສິ່ງແວດລ້ອມ ຫຼື ບໍ່ດັ່ງນັ້ນອາດຕ້ອງມີການເພີກຖອນໃບອະນຸຍາດດຳເນີນທຸລະກິດ.ໝາຍສານດັ່ງກ່າວໄດ້ອອກຫຼັງຈາກທີ່ບໍລິສັດ, ທີ່ໄດ້ຮັບສຳປະທານທີ່ດິນ 160 ເຮັກຕາເພື່ອປູກກ້ວຍ, ສາລີ ແລະ ພືດພັນອື່ນໆໃນເມືອງສັງທອງໃນປີ 2014, ໄດ້ນຳໃຊ້ສານເຄມີທີ່ເປັນອັນຕະລາຍເຂົ້າໃນການຜະລິດ. ສານເຄມີດັ່ງກ່າວໄດ້ໄຫຼລົງສູ່ແມ່ນ້ຳຕອນ ເຮັດໃຫ້ມີປາຕາຍຫຼາຍກວ່າ 300 ກິໂລໃນເດືອນພະຈິກຜ່ານມາ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຢາມ້າຕິດອັນດັບສູງສຸດໃນການກວດຍຶດຢາເສບຕິດໃນນະຄອນວຽງຈັນໃນປີ 2018

ຢາມ້າ ແລະ ເຮໂລອິນແມ່ນຕິດອັນດັບສູງສຸດໃນບັນດາລາຍການກວດຍຶດຢາເສບຕິດ ໃນການປາບປາມການຄ້າຢາເສບຕິດໃນນະຄອນວຽງຈັນ ປີ 2018. ທ່ານພົນຈັດຕະວາ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບນະຄອນວຽງຈັນ ລາຍງານຄວາມຄືບໜ້າໃນການປາບປາມຢາເສບຕິດ ໃນກອງປະຊຸມສະໄໝສາມັນເທື່ອທີ່ 6 ຂອງສານປະຊາຊົນນະຄອນຫຼວງ ໃນລະຫວ່າງວັນທີ 25-28 ທັນວາຜ່ານມານີ້.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຊ່ຽວຊານປະເມີນຄວາມສ່ຽງຂອງປະເທດລາວໃນການຟອກເງິນ

ຄະນະກຳມະການແຫ່ງຊາດວ່າດ້ວຍການຕໍ່ຕ້ານການຟອກເງິນ ແລະ ການກໍ່ການຮ້າຍ ສືບຕໍ່ປະເມີນຄວາມສ່ຽງຂອງປະເທດລາວຈາກການຟອກເງິນ ແລະ ການກໍ່ການຮ້າຍ.ນີ້ແມ່ນເນື່ອງມາຈາກປະເທດລາວໄດ້ຫຼຸດພົ້ນອອກຈາກບັນຊີເທົາ ຂອງຄະນະກວດການທາງການເງິນໃນປີຜ່ານມາ, ຕາມຂໍ້ມູນຈາກການປະເມີນຄວາມສ່ຽງຕໍ່ການຟອກເງິນ ແລະ ການກໍ່ການຮ້າຍແຫ່ງຊາດ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ສະພາແຫ່ງຊາດເລື່ອນການອະນຸມັດຮ່າງກົດໝາຍທີ່ດິນສະບັບດັດແກ້

ສະພາແຫ່ງຊາດຍັງບໍ່ຜ່ານການອະນຸມັດກົດໝາຍວ່າດ້ວຍທີ່ດິນສະບັບດັດແກ້, ເນື່ອງຈາກເຫັນວ່າຍັງມີຄວາມຈຳເປັນທີ່ຕ້ອງປັບປຸງເພີ່ມເຕີມເພື່ອກແ້ໄຂຂໍ້ຄົງຄ້າງ.ອ່ານຕໍ່ ...

ສົມໄຊ ແສງດາຣາ

ລາວ, UNODC ຮ່ວມມືກັນປັບປຸງການຈັດການຄຳຮ້ອງທຸກ

ອົງການກວດສອບແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງ ຮ່ວມປະຊຸມກັບອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ທີ່ນະຄອນວຽງຈັນເພື່ອແລກປ່ຽນຄວາມຮູ້ ແລະ ປະສົບການກ່ຽວກັບການປັບປຸງລະບົບການຄຸ້ມຄອງການຮ້ອງທຸກ.ກອງປະຊຸມວິຊາການກ່ຽວກັບລະບົບຮ້ອງທຸກ ເຊິ່ງໄດ້ອັດລົງໃນວັນສຸກນີ້ ແມ່ນແນໃສ່ສ້າງທິດຊີ້ນຳໃນການປະຕິບັດທີ່ເປັນຮູບປະທຳ ເພື່ອສ້າງປະສິດທິພາບໃນການຈັດການລະບົບຮ້ອງທຸກ ໂດຍອີງໃສ່ແບບຢ່າງທີ່ດີທີ່ສຸດໃນການປະຕິບັດຕົວຈິງໃນລະດັບສາກົນ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

NA Approves Law On Health Insurance

(KPL) People’s representatives yesterday, Dec 13 approved the Law on Health Insurance, the first of its kind.Brainstorming the law, the lawmakers expressed that they expected that the law would allow low income families to access universal health insurance with some saying that the law would be an ...

ບັນນາທິການ ຂປລ

ລັດເປີດເຜີຍຕໍ່ໜ້າສພະາແຫ່ງຊາດ, ກົດໝາຍວ່າດ້ວຍການລົງລາຍເຊັນທາງອີເລັກໂທຣນິກຈະຊ່ວຍສົ່ງເສີມການຄ້າຂາຍອອນລາຍ E-commerce

ລັດຖະບານກ່າວຕໍ່ທີ່ປະຊຸມສະພາແຫ່ງຊາດວ່າ ລາວຈຳເປັນຕ້ອງມີກົດໝາຍກ່ຽວກັບການລົງນາມອີເລັກໂທຣນິກ ຮອງຮັບເພື່ອສົ່ງເສີມການຄ້າ E-commerce ແລະ ເພື່ອອຳນວຍຄວາມສະດວກໃຫ້ແກ່ລະບົບ E-governance.ໃນການນຳສະເໜີຮ່າງກົດໝາຍວ່າດ້ວຍການລົງນາມອີເລັກໂທຣນິກ ເພື່ອການຫາລືໃນທີ່ປະຊຸມສະພາແຫ່ງຊາດສະໄໝສາມັນເທື່ອທີ 6 ວານນີ້, ທ່ານ ທັນສະໄໝ ກົມມະສິດລັດຖະມົນຕີກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ໃຫ້ຄຳເຫັນວ່າກົດໝາຍສະບັບນີ້ແມ່ນມີຄວາມຈຳເປັນ.ອ່ານຕໍ່    ...

ສຸກສາຄອນ ແຫວນແກ້ວ

ສະມາຊິກສະພາແຫ່ງຊາດຮຽນກຮ້ອງສານ ແລະ ໄອຍະການບຸກບືນຕື່ມໃນຂະບວນການຍຸດຕິທຳ

ສະມາຊິກສະພາແຫ່ງຊາດຮຽກຮ້ອງສານ ແລະ ໄອຍະການປະຊາຊົນສູງສຸດໃຫ້ບຸກບືນຕື່ມ ເພື່ອຮັບປະກັນຄວາມຍຸດຕິທຳໃນສັງຄົມໃຫ້ມີຄວາມສົມບູນ. ຜ່ານມາມີຜູ້ຕ້ອງຫາຈຳນວນຫຼາຍໄດ້ຖືກຕົວເກີນໄລຍະທີ່ກົດໝາຍກຳນົດ, ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

8C95U
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!