ບໍລິສັດການກະເສດຈີນຕ້ອງປະຕິບັດຕາມກົດລະບຽບດ້ານສິ່ງແວດລ້ອມ ຖ້າບໍ່ດັ່ງນັ້ນຈະຖືກຖອນໃບອະນຸຍາດ

ສານປະຊາຊົນວຽງຈັນອອກຄຳສັ່ງໃຫ້ບໍລິສັດກະສິກຳຂອງຈີນປະຕິບັດຕາມລະບຽບການດ້ານສິ່ງແວດລ້ອມ ຫຼື ບໍ່ດັ່ງນັ້ນອາດຕ້ອງມີການເພີກຖອນໃບອະນຸຍາດດຳເນີນທຸລະກິດ.

ໝາຍສານດັ່ງກ່າວໄດ້ອອກຫຼັງຈາກທີ່ບໍລິສັດ, ທີ່ໄດ້ຮັບສຳປະທານທີ່ດິນ 160 ເຮັກຕາເພື່ອປູກກ້ວຍ, ສາລີ ແລະ ພືດພັນອື່ນໆໃນເມືອງສັງທອງໃນປີ 2014, ໄດ້ນຳໃຊ້ສານເຄມີທີ່ເປັນອັນຕະລາຍເຂົ້າໃນການຜະລິດ. ສານເຄມີດັ່ງກ່າວໄດ້ໄຫຼລົງສູ່ແມ່ນ້ຳຕອນ ເຮັດໃຫ້ມີປາຕາຍຫຼາຍກວ່າ 300 ກິໂລໃນເດືອນພະຈິກຜ່ານມາ.

ອ່ານຕໍ່…

ບັນນາທິການວຽງຈັນທາມສ໌