ນັກວິເຄາະກ່າວ: ກົດໝາຍທີ່ດິນສະບັບໃໝ່ຂອງລາວອາດຈຳກັດສິດການຄອບຄອງທີ່ດິນຕາມປະເພນີຂອງແມ່ຍິງ

ວຽງຈັນ (ມູນນິທິທອມສັນ ຣອຍເຕີ) – ກົດໝາຍວ່າດ້ວຍທີ່ດິນສະບັບໃໝ່ຂອງລາວອາດສົ່ງເສີມຄວາມໂປ່ງໃສໃນການຄຸ້ມຄອງທີ່ດິນ ແລະ ສ້າງຄວາມທັນສະໄໝໃນການຈົດບັນທຶກໃນລາວ, ແຕ່ວ່າມັນອາດຈຳກັດກຳມະສິດຂອງແມ່ຍິງໃນການຄອບຄອງທີ່ດິນ ກໍຄືສິດການຄອບຄອງຕາມປະເພນີຂອງຊາວຊົນນະບົດ ແລະ ຊົນເຜົ່າ, ຕາມການລາຍງານຂອງນັກວິເຄາະ.

ຮ່າງກົດໝາຍທີ່ຍຶດເຍື້ອມາດົນນານສະບັບດັ່ງກ່າວ ມີກຳນົດເຂົ້າຜ່ານໃນທີ່ປະຊຸມສະພາແຫ່ງຊາດຂອງລາວໃນເດືອນໜ້າ, ຕາມຂໍ້ມູນຂອງຜູ້ຈັດທຳ ແລະ ນັກວິເຄາະທີ່ໃຫ້ຄຳເຫັນຕໍ່ຮ່າງກົດໝາຍດັ່ງກ່າວ.

ອ່ານຕໍ່…

ຣີນາ ຊັນດຣັນ