ກົດໝາຍໃໝ່ຮຽກຮ້ອງການຈ່າຍຄ່າຊົດເຊີຍສຳລັບຜູ້ທີ່ຕ້ອງຍ້າຍທີ່ຢູ່ອາໄສພາຍໃນກຳນົດເວລາສອງປີ

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ປະກາດໃຊ້ກົດໝາຍສະບັບໃໝ່ ເພື່ອຮຽກຮ້ອງໃຫ້ນັກພັດທະນາ ຈ່າຍຄ່າຊົດເຊີຍໃຫ້ແກ່ປະຊາຊົນທີ່ຕ້ອງຍ້າຍອອກຈາກທີ່ຢູ່ອາໄສ ຍ້ອນການດຳເນີນໂຄງການ ພາຍໃນກຳນົດເວລາ 24 ເດືອນຫຼັງຈາກການອະນຸມັດແຜນການຊົດເຊີຍຄ່າເສຍຫາຍ.

ແຕ່ວ່າການຈັດຕັ້ງປະຕິບັດແຜນດັ່ງກ່າວອາດມີການຕໍ່ເວລາໄປອີກໜຶ່ງປີ ພາຍຫຼັງການອະນຸມັດຈາກຄະນະຮັບຜິດຊອບການຕັ້ງຖິ່ນຖານ ແລະ ຈັດຫາວຽກເຮັດງານທຳ, ອີງຕາມມາດຕາ 22 ຂອງກົດໝາຍວ່າດ້າຍການຕັ້ງຖິ່ນຖານ ແລະ ການຈັດຫາງານ.

ອ່ານຕໍ່…

ສຸກສາຄອນ ແຫວນແກ້ວ