Law and judiciary

ກົດໝາຍລະບຸແຈ້ງບົດບາດ ແລະ ພັນທະຂອງແນວລາວສ້າງຊາດ

ສິດ ແລະ ພັນທະຂອງແນວລາວສ້າງຊາດ ແລະ ສະມາຊິກຄະນະກຳມະການໃນອົງການການຈັດຕັ້ງໄດ້ມີການກຳນົດໃຫ້ຊັດເຈນ ຫຼັງຈາກຜ່ານກົດໝາຍວ່າດ້ວຍແນວລາວສ້ງຊາດສະບັບດັດແກ້.ອ່ານຕໍ່ ...

ວຽງຈັນທາມສ໌

ກົດໝາຍແຕ່ງງານສະບັບດັດແກ້ເຮັດໃຫ້ຂັ້ນຕອນການແຕ່ງງານລະຫວ່າງຕ່າງຊາດກັບຄົນລາວງ່າຍຂຶ້ນ

ການດັດແກ້ກົດໝາຍວ່າດ້ວຍການຈົດທະບຽນຄອບຄົວຜ່ານສະພາແຫ່ງຊາດ ຈະຊ່ວຍອຳນວຍຄວາມສະດວກ ແລະຄຸ້ມຄອງການແຕ່ງງານລະຫວ່າງຄົນລາວ ແລະ ຕ່າງປະເທດ ກໍຄືວຽກງານການຈົດທະບຽນຄອບຄົວໂດຍລວມ. ໃນນຳສະເໜີຮ່າງກົດໝາຍດັ່ງກ່າວໃນກອງປະຊຸມສະພາແຫ່ງຊາດສະໄໝສາມັນ ທ່ານຄຳໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ ກ່າວວ່າກົດໝາຍສະບັບປະກາດໃຊ້ແຕ່ປີ 2009 ນັ້ນແມ່ນຍັງບໍ່ມີລັກສະນະຮັດກຸມ ແລະ ຊັດເຈນພຽງພໍອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວ ແລະ ຄູ່ຮວມງານອາເມລິກາຮ່ວມກັນຕ້ານການຟອກເງິນ

ພະນັກງານລັດຈາກແຂວງວຽງຈັນ ແລະ ຈຳປາສັກ ໄດ້ປະຊຸມກັນຢູ່ແຂວງຫຼວງພະບາງ ແລະ ຈຳປາສັກ ເພື່ອຫາລືມາດຕະການຕ້ານການຟອກເງິນ.ອ່ານຕໍ່ ...

ວຽງຈັນທາມສ໌

ການອະນຸມັດປ້າຍໂຄສະນາຕ້ອງເຮັດໃຫ້ກະຈ່າງແຈ້ງ

ສະມາຊິກສະພາແຫ່ງຊາດໄດ້ສະເໜີຕໍ່ສະພາແຫ່ງວ່າ ການແບ່ງໜ້າທີ່ຮັບຜິດຊອບກ່ຽວກັບການອະນຸມັດປ້າຍໂຄສະນາຕ້ອງເຮັດໃຫ້ກະຈ່າງແຈ້ງພາຍໃຕ້ລະບຽບກົດໝາຍ ເພື່ອປັບປຸງປະສິດທິພາບການຄຸ້ມຄອງໜ້າທີ່ຮັບຜິດຊອບຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ. ບັນຫາດັ່ງກ່າວໄດ້ຖືກຍົກຂຶ້ນ ເພື່ອຫາລືກັບບັນດາສະມາຊິກສະພາແຫ່ງຊາດ ກ່ຽວກັບຮ່າງກົດໝາຍສະບັບໃໝ່ວ່າດ້ວຍປ້າຍ ແລະ ປ້າຍໂຄສະນາໃນກອງປະຊຸມສະພາແຫ່ງຊາດໃນມື້ວານນີ້ອ່ານຕໍ່ ...

ວຽງຈັນທາມສ໌

ກົດໝາຍສະບັບດັດແກ້ບໍ່ມີຂໍ້ຍົກເວັ້ນການຈ່າຍອາກອນມູນຄ່າເພີ່ມ

ວິສາຫະກິດທີ່ໄດ້ຈົດທະບຽນ ແລະ ໄດ້ຮັບເລກລະຫັດອາກອນຈະຕ້ອງປະຕິບັດພັນທະຕາມກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ. ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນໄດ້ສະເໜີຮ່າງກົດໝາຍສະບັບດັດແກ້ດັ່ງກ່າວ ໃນມື້ວານນີ້ຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຮັບຮອງເອົາອ່ານຕໍ່ ...

ເອກກະພົນ ພູທອນສີ

ເຈົ້າໜ້າທີ່ອັດຕະປືອາຍັດໄມ້ຜິດກົດໝາຍໄດ້ອີກ

ໃນອາທິດທີ່ຜ່ານມາເຈົ້າໜ້າທີ່ອັດຕະປື ສະກັດການຂົນຍ້າຍໄມ້ເຖື່ອນໄດ້ອີກ ເຊິ່ງເປັນໄມ້ຂະຍູງທີ່ພົບຈາກການກວດຄົ້ນລົດໂດຍສານສາຍຫວຽດນາມ ໂດຍຄົນຂັບສັນຊາດຫວຽດ. ໃນເວລາ 7:30 ແລງຂອງວັນທີ 14 ມິຖຸນາ, ເຈົ້າໜ້າທີ່ຈາກກົມກວດກາປ່າໄມ້ແຂວງ ສົມທົບກັບເຈົ້າໜ້າທີ່ຕຳຫຼວດ ໄດ້ກັກລົດໂດຍສານຄັນດັ່ງກ່າວ ຢູ່ບ້ານຫາດຊັນ ເມືອງໄຊເສດຖາ ເພື່ອກວດສອບອ່ານຕໍ່ ...

ວຽງຈັນທາມສ໌

ສຊ ຫາລືຮ່າງກົດໝາຍວ່າດ້ວຍທະນາຄານ

ໂຄງສ້າງ ແລະ ໜ້າທີ່ຂອງຄະນະບໍລິຫານທະນາຄານແຫ່ງ ສປປ ລາວ ແມ່ນຫົວຂໍ້ຫຼັກໃນການຫາລືໃນສະພາແຫ່ງຊາດມື້ວານນີ້ ເພື່ອຈຸດປະສົງສ້າງຄວາມເຂັ້ມແຂງໃນການບໍລິຫານຄຸ້ມຄອງທະນາຄານ ແລະ ສະກັດກັ້ນກິດຈະກຳທາງການເງິນທີ່ບໍ່ຖືກກັບລະບຽບກົດໝາຍ.ອ່ານຕໍ່  ...

ວຽງຈັນທາມສ໌

ກົດໝາຍໃໝ່ກຳນົດໜີ້ສິນລັດບໍ່ໃຫ້ເກີນ 25 ເປີເຊັນຂອງລາຍຮັບ

ລັດຖະບານຈະເປັນໜ່ວຍງານທີ່ກຳນົດຂະໜາດໜີ້ສິນຂອງລັດບໍ່ໃຫ້ເກີນ 25 ເປີເຊັນຂອງລາຍຮັບປະຈຳປີຂອງລັດຖະບານ. ມື້ວານນີ້ສະມາຊິກສະພາແຫ່ງຊາດໄດ້ຫາລືຂໍ້ຕົກລົງກ່ຽວກັບກົດໝາຍວ່າດ້ວຍໜີ້ສິນຂອງລັດ. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດໝາຍດ່ງກ່າວຕໍ່ທີ່ປະຊຸມສະພາແຫ່ງຊາດອ່ານຕໍ່ ...

ວຽງຈັນທາມສ໌

ກົດໝາຍໃໝ່ເພື່ອການຈັດຫາທີ່ຢູ່ອາໄສ ແລະ ອາຊີບທີ່ເໝາະສົມສຳລັບປະຊາຊົນທີ່ຖືກຍ້າຍຖິ່ນຖານ

ໃນວັນສຸກຜ່ານມານີ້ ສະພາແຫ່ງຊາດໄດ້ຜ່ານຮ່າງກົດໝາຍສະບັບໃໝ່ ເຊິ່ງຈະຮັບປະກັນການຈັດຫາທີ່ຢູ່ອາໄສ ແລະ ອາຊີບທີ່ໝັ້ນຄົງສຳລັບປະຊາຊົນທີ່ຖືກຍ້າຍຖິ່ນຖານ ກໍຄືສຳລັບຜູ້ທີ່ອາໄສຢູ່ໃນພື້ນທີ່ກັນດານ ຕາມການລາຍງານຂອງສະມາຊິກສະພາແຫ່ງຊາດ. ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານ ປອ ຫຼຽນ ທິແກ້ວ ເຊິ່ງເປັນຜູ້ນຳສະເໜີຮ່າງກົດໝາຍວ່າດ້ວຍຄວາມໝັນຄົງໃນການຕັ້ງຖິ່ນຖານ ແລະ ການດຳລົງຊີວິດ ໃນກອງປະຊຸມສະໄໝສາມັນຄັ້ງທີ 5 ຂອງສະພາແຫ່ງຊາດຊຸດທີ 8, ກ່າວວ່າມັນເປັນສິ່ງຈຳເປັນທີ່ຕ້ອງປະກາດໃຊ້ກົດໝາຍດັ່ງກ່າວ ເພື່ອເປັນໂຄງສ້າງນິຕິບັນຍັດເພື່ອຈັດຕັ້ງປະຕິບັດນະໂຍບາຍທີ່ກ່ຽວຂ້ອງ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຈັບກຸມນັກຄ້າຢາເສບຕິດຄົນລາວໃກ້ຊາຍແດນຫວຽດນາມ

ດຽນບຽນ (ສຂວ)- ໃນວັນທີ 11 ມີຖຸນາ ໄດ້ມີການຈັບກຸມສາມນັກຄ້າຢາຄົນລາວທີ່ທຳການຄ້າເຮໂຣອິນ 10 ກ້ອນ, ຢາບ້າ 31,000 ເມັດ ແລະ ຢາຝິ່ນອີກ 2 ກິໂລ ພ້ອມດ້ວຍອາວຸດປືນສີ່ກະບອກ ໃກ້ເຂດຊາຍແດນຫວຽດນາມ.ອ່ານຕໍ່ ...

ສຳນັກຫວຽດນາມພລັສ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

2v6Ua
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!