ກົດໝາຍໃໝ່ເພື່ອການຈັດຫາທີ່ຢູ່ອາໄສ ແລະ ອາຊີບທີ່ເໝາະສົມສຳລັບປະຊາຊົນທີ່ຖືກຍ້າຍຖິ່ນຖານ

ໃນວັນສຸກຜ່ານມານີ້ ສະພາແຫ່ງຊາດໄດ້ຜ່ານຮ່າງກົດໝາຍສະບັບໃໝ່ ເຊິ່ງຈະຮັບປະກັນການຈັດຫາທີ່ຢູ່ອາໄສ ແລະ ອາຊີບທີ່ໝັ້ນຄົງສຳລັບປະຊາຊົນທີ່ຖືກຍ້າຍຖິ່ນຖານ ກໍຄືສຳລັບຜູ້ທີ່ອາໄສຢູ່ໃນພື້ນທີ່ກັນດານ ຕາມການລາຍງານຂອງສະມາຊິກສະພາແຫ່ງຊາດ. ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານ ປອ ຫຼຽນ ທິແກ້ວ ເຊິ່ງເປັນຜູ້ນຳສະເໜີຮ່າງກົດໝາຍວ່າດ້ວຍຄວາມໝັນຄົງໃນການຕັ້ງຖິ່ນຖານ ແລະ ການດຳລົງຊີວິດ ໃນກອງປະຊຸມສະໄໝສາມັນຄັ້ງທີ 5 ຂອງສະພາແຫ່ງຊາດຊຸດທີ 8, ກ່າວວ່າມັນເປັນສິ່ງຈຳເປັນທີ່ຕ້ອງປະກາດໃຊ້ກົດໝາຍດັ່ງກ່າວ ເພື່ອເປັນໂຄງສ້າງນິຕິບັນຍັດເພື່ອຈັດຕັ້ງປະຕິບັດນະໂຍບາຍທີ່ກ່ຽວຂ້ອງ.

ອ່ານຕໍ່…

ສຸກສາຄອນ ແຫວນແກ້ວ