ທີ່ດິນ

ປະຊາຊົນຊາວນະຄອນຫຼວງວຽງຈັນຂັດຂ້ອງຕໍ່ການຈ່າຍຄ່່າຊົດເຊີຍຕໍ່ການສູນເສຍທີ່ດິນຍ້ອນໂຄງການທາງດ່ວນທີ່ຕ່ຳກວ່າຕະຫຼາດ

ຊາວບ້ານຈາກ 18 ບ້ານໃນສອງເມືອງໃນນະຄອນຫຼວງວຽງຈັນ ປະຕິເສດທີ່ຈະຮັບຄ່າຊົດເຊີຍການສູນເສຍທີ່ດິນຈາກລັດເນື່ອງຈາກໂຄງການກໍ່ສ້າງທາງດ່ວນ, ໂດຍກ່າວວ່າເງິນຈຳນວນດັ່ງກ່າວແມ່ນຕ່ຳກວ່າມູນຄ່າຕະຫຼາດຫຼາຍ.ເຈົ້າໜ້າທີ່ໄດ້ສະເໜີເງິນຄ່າຊົດເຊີຍໃນອັດຕາ US$ 9-12 ໂດລາຕໍ່ຕາແມັດສຳລັບພື້ນທີ່ດິນທັງໝົດ 242 ເຮັກຕາ (600 ເອເຄີ), ຕາມການລາຍງານຂອງຊາວບ້ານບ້ານໄຊ ເມືອງໄຊທານີ ຕໍ່ໜ່ວຍຂ່າວ RFA ລາວໃນວັນອັງຄານຜ່ານມາ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/lao-capital-villagers-balk-08142019151459.html

ພະນັກງານເກັບກູ້ ລບຕ, ລະເບີດມິນ ສຳເລັດການຝຶກອົບຮົມ

ອົງການເກັບກູ້ລະເບີດແຫ່ງຊາດລາວ (UXO Lao) ແລະ ສູນເກັບກູ້ລະເບີດມິນ ກຳປູເຈຍ (CMAC) ໄດ້ສຳເລັດການຝຶກອົບຮົມແລກປ່ຽນຄວາມຮູ້ຊຸດທຳອິດ.ໂຄງການຝຶກອົບຮົມໄລຍະສີ່ອາທິດພາຍໃຕ້ການຮ່ວມມືໃຕ້-ໃຕ້ ພາຍໃຕ້ການສະໜັບສະໜູນຂອງອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ໄດ້ສຳເລັດລົງໃນທ້າຍອາທິດຜ່ານມາ.ໂຄງການດັ່ງກ່າວແມ່ນມີໄລຍະແຕ່ປີນີ້ໄປເຖິງປີ 2023.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ການອອກໃບຕາດິນຊ້ຳຊ້ອນຈະຕ້ອງຜະເຊີນກັບການລົງໂທດທີ່ຮ້າຍແຮງ: ອຳນາດການປົກຄອງນະຄອນວຽງຈັນ

ອຳນາດການປົກຄອງນະຄອນວຽງຈັນໄດ້ແຈ້ງເຕືອນຕໍ່ເຈົ້າໜ້າທີ່ ກ່ຽວກັບການອອກໃບຕາດິນຊ້ຳຊ້ອນໂດຍເຈດຕະນາ ຈະຕ້ອງຈະຕ້ອງຜະເຊີນກັບການລົງໂທດທີ່ຮ້າຍແຮງ, ພາຍໃຕ້ຂໍ້ຂັດແຍ່ງດ້ານທີ່ດິນທີ່ຍັງຄົງມີຢູ່.ຜູ້ລະເມີດຈະຖືກດຳເນີນຄະດີໃນຂໍ້ຫາປອມແປງເອກະສານພາຍໃຕ້ກົດໝາຍອາຍາ ມາດຕາ 364, ທ່ານ ບຸນທຳ ພຸດທະວົງສາ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນກ່າວໃນທີ່ປະຊຸມສານປະຊາຊົນນະຄອນຫຼວງຫວ່າງໝໍ່ໆມານີ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວຕັ້ງເປົ້າເກັບກູ້ລະເບີດບໍ່ທັນແຕກໃຫ້ໄດ້ຢ່າງໜ້ອຍ 90,000 ເຮັກຕາ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ວາງເປົ້າໝາຍການເກັບກູ້ ແລະ ທຳລາຍລະເບີດບໍ່ທັນແຕກອອກຈາກພື້ນທີ່ໃຫ້ໄດ້ 93,362 ເຮັກຕາ, ເຊິ່ງໃນນີ້ 9,179 ເຮັກຕາ ແມ່ນໄດ້ສຳເລັດການເກັບກູ້ແລ້ວ.ເປົ້າໝາຍດັ່ງກ່າວໄດ້ມີການເປີດເຜີຍໃນກອງປະຊຸມສື່ມວນຊົນເນື່ອງໃນວັນຄົບຮອບອະນຸສັນຍາການຕ້ານລະເບີດລູກຫວ່ານຄັ້ງທີ 9 ວັນທີ 1 ສິງຫາ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/laos-targets-removal-uxo-over-90000-hectares-101012

ກຸ່ມ ເມໂທດິດສ໌ ເພື່ອມະນຸດສະທຳໃຫ້ທຶນຊ່ວຍເຫຼືອ 4 ຕື້ສຳລັບວຽກງານເກັບກູ້ລະເບີດ

ວຽງຈັນ (ວຽງຈັນທາມສ໌) – ຄະນະກຳມະການ  ເມໂທດິດສ໌ ຢູໄນເຕັດ ບັນເທົາທຸກ (UMCOR) ຂອງສະຫະລັດອາເມລິກາ ໄດ້ໃຫ້ທຶນຊ່ວຍເຫຼືອຈຳນວນ 4 ຕື້ກີບ (US$500,000 ໂດລາ) ສຳລັບການປະຕິບັດການເກັບກູ້ລະເບີດຂອງອົງການເກັບກູ້ລະເບີດແມັກ ຢູ່ແຂວງຄຳມ່ວນ.ພິທີເຊັນບົດບັນທຶກຄວາມເຂົ້າໃຈຂອງໂຄງການດັ່ງກ່າວໄດ້ມີຂຶ້ນທີ່ນະຄອນວຽງຈັນໃນວັນສຸກແລ້ວນີ້ ລະຫວ່າງຄະນະກຳມະການຄຸ້ມຄອງວຽກງານເກັບກູ້ລະເບີດ/ມິນ ແຫ່ງຊາດ/ຂະແໜງເກັບກູ້ລະເບີດ ແລະ ອົງການເກັບກູ້ລະເບີດແມັກປະຈຳລາວ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/methodist-humanitarian-group-provides-aid-uxo-clearance-100571

ສະຫະລາດຊະອານາຈັກໃຫ້ທຶນຊ່ວຍເຫຼືອກວ່າ 9 ຕື້ກີບສຳລັບວຽກງານເກັບກູ້ລະເບີດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາດຊະອານາຈັກໃຫ້ທຶນຊ່ວຍເຫຼືອມູນຄ່າກວ່າ  9 ຕື້ກີບ (US$1,078,253 ໂດລາ) ສຳລັບການດຳເນີນການໃນໄລຍະຍາວ ເພື່ອສະໜັບສະໜູນກິດຈະກຳການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (ລບຕ) ໃນລາວ ຜ່ານການຈັດຕັ້ງປະຕິບັດຂອງອົງການຊ່ວຍເຫຼືອຂອງປະຊາຊົນນໍເວ.ທຶນຊ່ວຍເຫຼືອດັ່ງກ່າວຈະນຳໃຊ້ເພື່ອສະໜັບສະໜູນກິດຈະກຳເກັບກູ້ ລບຕ ຢູ່ແຂວງສາລະວັນ, ຈຳປາສັກ, ເຊກອງ, ແລະ ອັດຕະປື ແຕ່ເດືອນກໍລະກົດ 2019 ຫາເດືອນມີນາ 2020.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/uk-provides-aid-uxo-clearance-100427

ວຽກງານການກໍ່ສ້າງເຂດເສດຖະກິດພິເສດວັງເຕົ່າ-ໂພນທອງເປັນໄປຕາມແຜນການ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຮັບຜິດຊອບໂຄງການເຂດເສດຖະກິດພິເສດວັງເຕົ່າ-ໂພນທອງ ແຂວງຈຳປາສັກ ກ່າວວ່າການດຳເນີນໂຄງການແມ່ນເປັນໄປຕາມແຜນ ແລະ ຄາດວ່ານັກລົງທຶນພາຍໃນ ແລະ ຕ່າງະເທດຈະຕ້ອງການເຂົ້າມາລົງທຶນໃນເຂດດັ່ງກ່າວ.ພິທີວາງສິລາເລີກໂຄງການເພື່ອເລີ່ມຕົ້ນການກໍ່ສ້າງເຂດເສດຖະກິດພິເສດຢ່າງເປັນທາງການ ໄດ້ມີຂຶ້ນຫວ່າງໝໍ່ໆມານີ້ຢູ່ແຂວງຈຳປາສັກ.ອ່ານຕໍ່  ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/work-vangtao-phonthong-economic-zone-track-100349

ລັດເຕືອນຈະຖອນໂຄງການສຳປະທານທີ່ດິນທີ່ບໍ່ດຳເນີນການພັດທະນາ

ລັດຖະບານເຕືອນວ່າຈະເພີກຖອນໃບອະນຸຍາດສຳລັບນັກລົງທຶນທີ່ບໍ່ດຳເນີນການພັດທະນາ ຫຼື ບໍ່ມີຄວາມຄືບໜ້າໃດໆໃນໂຄງການສຳປະທານທີ່ດິນ.ບາດກ້າວດັ່ງກ່າວແມ່ນມາຈາກການກວດສອບໂຄງການສຳປະທານທີ່ດິນຂອງລັດຖະບານກວ່າ 1,000 ແຫ່ງ, ເຊິ່ງພົບວ່າມີ 138 ໂຄງການໃນພື້ນທີ່ 22,000 ເຮັກຕາບໍ່ໄດ້ມີການປະຕິບັດຕາມຂໍ້ສັນຍາທີ່ໄດ້ຕົກລົງກັບລັດຖະບານ.ອ່ານຕໍ່ ...

ສົມສັກ ພົງຂາວ

ສະຫະລາດຊະອານາຈັກໃຫ້ທຶນຊ່ວຍເຫຼືອ 36 ຕື້ກີບສຳລັບວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານສະຫະລາດຊະອານາຈັກຈະໃຫ້ທຶນຊ່ວຍເຫຼືອລ້າມູນຄ່າ 36 ຕື້ກີບ (US$4,274,709 ໂດລາ) ສຳລັບວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ແລະ ການພັດທະນາຄວາມສາມາດໃນຂະແໜງເກັບກູ້ລະເບີດຂອງລາວ. ທຶນຊ່ວຍເຫຼືອດັ່ງກ່າວແມ່ນເພື່ອສະໜັບສະໜູນອົງການຮາໂລທຣັສ໌ ແລະ ອົງການຊ່ວຍເຫຼືອນໍເວ ໃນການເກັບກູ້ລະເບີດຢູ່ແຂວງສະຫວັນນະເຂດ, ແລະ ໂຄງການພັດທະນາຄວາມສາມາດຂອງຄະນະກຳມະແຫ່ງຊາດວ່າດ້ວຍການຄຸ້ມຄອງລະເບີດທີ່ຍັງບໍ່ທັນແຕກໃນລາວ (NRA) ແລະ ພະນັກງານ NRA ປະຈຳແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/uk-provides-over-grant-uxo-clearance-99038

ສະພາແຫ່ງຊາດກັງວົນຕໍ່ການສູນເສຍທີ່ດິນຂອງລັດ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຊິກສະພາແຫ່ງຊາດສະໜັບສະໜູນການແກ້ໄຂກົດໝາຍວ້າດ້ວຍທີ່ດິນ ແຕ່ກໍສະແດງຄວາມກັງວົນຕໍ່ການສູນເສຍທີ່ດິນຂອງລັດ ແລະ ການຫັນປ່ຽນທີ່ດິນທຳການຜະລິດເປັນທີ່ດິນປະເພດອື່ນ.ໃນການຫາລືຢູ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ, ສະມາຊິກສະພາຈຳນວນໜຶ່ງ ໄດ້ຖົກຖຽງກ່ຽວກັບທີ່ດິນຫຼາຍຕອນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງລັດ ໄດ້ຖືກໂອນໃຫ້ເປັນກຳມະສິດຂອງບຸກຄົນ. ບັນຫານີ້ອາດສົ່ງຜົນຕໍ່ການພັດທະນາໄລຍະຍາວ ເມື່ອລັດຖະບານຕ້ອງການນຳໃຊ້ທີ່ດິນໃນການຂະຫຍາຍພື້ນຖານໂຄງລ່າງ ແລະ ພື້ນທີ່ສາທະລະນະ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/vietnams-national-assembly-voices-concerns-over-loss-state-lands-98976

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

faHFp
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!