ສະຫະລາດຊະອານາຈັກໃຫ້ທຶນຊ່ວຍເຫຼືອ 36 ຕື້ກີບສຳລັບວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານສະຫະລາດຊະອານາຈັກຈະໃຫ້ທຶນຊ່ວຍເຫຼືອລ້າມູນຄ່າ 36 ຕື້ກີບ (US$4,274,709 ໂດລາ) ສຳລັບວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ແລະ ການພັດທະນາຄວາມສາມາດໃນຂະແໜງເກັບກູ້ລະເບີດຂອງລາວ. 

ທຶນຊ່ວຍເຫຼືອດັ່ງກ່າວແມ່ນເພື່ອສະໜັບສະໜູນອົງການຮາໂລທຣັສ໌ ແລະ ອົງການຊ່ວຍເຫຼືອນໍເວ ໃນການເກັບກູ້ລະເບີດຢູ່ແຂວງສະຫວັນນະເຂດ, ແລະ ໂຄງການພັດທະນາຄວາມສາມາດຂອງຄະນະກຳມະແຫ່ງຊາດວ່າດ້ວຍການຄຸ້ມຄອງລະເບີດທີ່ຍັງບໍ່ທັນແຕກໃນລາວ (NRA) ແລະ ພະນັກງານ NRA ປະຈຳແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື.

ອ່ານຕໍ່…

ພົມພົງ ເຫຼົາອິນ
http://annx.asianews.network/content/uk-provides-over-grant-uxo-clearance-99038