ແຮງງານ

ລາວຈະປັບປຸງຄຸນນະພາບ ໃນການເກັບກຳຂໍ້ມູນແຮງງານ

ວຽງຈັນ, 12 ທັນວາ (Xinhua) — ລາວຈະເສີມຂະຫຍາຍຄຸນນະພາບຂອງຂໍ້ມູນ ຜູ້ອອກແຮງງານທັງພາຍໃນ ແລະ ຕ່າງປະເທດຢູ່ໃນລາວ, ກໍຄືແຮງງານລາວທີ່ໄປອອກແຮງງານຢູ່ຕ່າງປະເທດ.ບົດບັນທຶກຄວາມເຂົ້າໃຈ ໄດ້ມີການລົງນາມເພື່ອດຳເນີນການສຶກສາຄວາມເປັນໄປໄດ້ຂອງໂຄງການດັ່ງກ່າວ ໃນວັນອັງຄານນີ້ ທີ່ນະຄອນຫຼວງວຽງຈັນ, ຕາມການລາຍງານຂອງສຳນັກຂ່າວລາຍວັນທ້ອງຖິ່ນ ວຽງຈັນທາມສ໌ ໃນວັນພະຫັດນີ້.ອ່ານຕໍ່ ...

xuxin

ຜູ້ຍິງຄົນລາວຖືກຕັດສິນຈຳຄຸກ 15 ປີ ໂທດຖານຄ້າຂາຍເດັກຍິງສີ່ຄົນໄປຈີນ

ອຳນາດການປົກຄອງລາວ ໄດ້ຕັດສິນຈຳຄຸກແມ່ຍິງຄົນໜຶ່ງເປັນເວລາ 15 ປີ ເນື່ອງຈາກຄ້າເດັກຍິງລາວສີ່ຄົນໄປຈີນໃນປີ 2018, ຕາມການສືບຊາບຂອງສຳນັກຂ່າວວິທະຍຸເສຣີເອເຊຍ (RFA). ແມ່ຍິງທີ່ມີຊື່ວ່າ ນາງດວງຈັນ ໄດ້ພົບກັບກຸ່ມເດັກຍິງ ຢູ່ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ໃນເດືອນມັງກອນ 2018. ນາງບອກວ່າ ຈະຊອກຫາວຽກທີ່ມີລາຍໄດ້ດີໃຫ້ກັບພວກເຂົາ ຢູ່ປະເທດຈີນ, ແຕ່ວ່າໃນໂຕຈິງ ພັດນຳເອົາເດັກຍິງແຕ່ລະຄົນໄປຂາຍ ເມື່ອເດີນທາງເຖິງປະເທດຈີນ.“ນາງດວງຈັນ ໄດ້ກະທຳຄວາມຜິດໃນຂໍ້ຫາຄ້າມະນຸດ, ແລະ ໄດ້ຖືກຕັດສິນຂັງຄຸກເປັນເວລາ 15 ປີ ໃນເດືອນກໍລະກົດປີນີ້, ທັງປັບໄໝເງິນ $11,000 ໂດລາ ແລະ ຕ້ອງຈ່າຍຄ່າທຳຂວັນໃຫ້ແກ່ຄອບຄົວເດັກຍິງອີກ $6,000 ໂດລາ,” ເຈົ້າໜ້າທີ່ສານປະຊາຊົນແຂວງຫຼວງນ້ຳທາ ເປີດເຜີຍຕໍ່ໜ່ວຍຂ່າວ RFA ລາວ.ອ່ານຕໍ່ ...

RFA’s Lao Service

ລາວ, ILO ສະເຫຼີມສະຫຼອງການຮ່ວມມືໃນການສົ່ງເສີມສິດທິຂອງຜູ້ອອກແຮງງານ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະສືບຕໍ່ເຮັດວຽກຮ່ວມກັບຄູ່ຮ່ວມພັດທະນາ ເຊັ່ນ ອົງການຈັດຕັ້ງແຮງງານສາກົນ (ILO), ເພື່ອເສີມຂະຫຍາຍຄວາມຍຸດຕິທຳໃນສັງຄົມ ແລະ ສົ່ງເສີມວຽກເຮັດງານທຳທີ່ດີສຳລັບໝົດທຸກຄົນ.ກິດຈະກຳເພື່ອສະເຫຼີມສະຫຼອງ ໜຶ່ງຮ້ອຍປີຂອງ ILO ແລະ 55 ປີຂອງການເຂົ້າເປັນສະມາຊິກຂອງລາວ ທີ່ນະຄອນວຽງຈັນ ໃນວັນເສົາແລ້ວນີ້ ໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ, ສະມາຊິກອົງການຈັດຕັ້ງສາກົນ ພ້ອມດ້ວຍເຈົ້າໜ້າທີ່ໆກ່ຽວຂ້ອງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ກຸ່ມແມ່ຍິງໜຸ່ມລາວສີ່ຄົນທີ່ຖືກຂາຍໄປຈີນ ໄດ້ຮັບການຊ່ວຍເຫຼືອ, ສ່ວນອີກກຸ່ມໜຶ່ງຍັງຄົງຫາຍສາບສູນມາເປັນເວລາສາມປີ

ເຈົ້າໜ້າທີ່ແຂວງຈຳປາສັກໄດ້ໃຫ້ການຊ່ວຍເຫຼືອກຸ່ມແມ່ຍິງ ແລະ ເດັກຍິງລາວສີ່ຄົນທີ່ຖືກຂາຍໄປຈີນ, ໃນຂະນະທີ່ກຸ່ມແມ່ຍິງລາວອີກສີ່ຄົນຈາກພາກອື່ນຂອງລາວຍັງຄົງຫາຍສາຍສູນ, ຕາມການລາຍງານຈາກແຫຼ່ງຂ່າວຂອງໜ່ວຍຂ່າວ RFA ລາວຫຼ້າສຸດ.ກຸ່ມໄວລຸ້ນ ແລະ ຍິງໜຸ່ມ ເຊິ່ງປະຈຸບັນອາຍຸປະມານ 16 ເຖິງ 21 ປີ ໄດ້ຮັບການຊ່ວຍເຫຼືອໃນເດືອນສິງຫາ. ຫຼາຍປີຜ່ານມາ ພວກເຂົາໄດ້ຖືກຫຼອກລວງໂດຍນາຍໜ້າຄົນລາວທີ່ສາມາດເວົ້າພາສາຈີນ ວ່າຈະໃຫ້້ໄປແຕ່ງດອງກັບຜູ້ຊາຍຈີນ, ເຈົ້າໜ້າທີ່ສະຫະພັນແມ່ຍິງແຂວງຈຳປາສັກ ເປີດເຜີຍຕໍ່ໜ່ວຍຂ່າວ RFA ໃນວັນທີ 29 ຕຸລາທີ່ຜ່ານມາ.ອ່ານຕໍ່ ...

ໜ່ວຍຂ່າວວິທະຍຸເສຣີອາຊີລາວ

ຜູ້ອອກແຮງງານລາວໄດ້ຮັບປະໂຫຍດຈາກການປັບປຸງນະໂຍບາຍແຮງງານ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າທີ່ແຮງງານກ່າວວ່າ ແຮງງານລາວໄດ້ຮັບປະໂຫຍດຈາກກການເພີ່ມທະວີການສະໜັບສະໜູນໃນຊຸມປີຜ່ານມາ ແລະ ປະຈຸບັນ ຊາວໜຸ່ມສ່ວນໃຫຍ່ກໍສາມາດເຂົ້າເຖິງການພັດທະນາທັກສະການອອກແຮງງານໃນຮູບແບບຕ່າງໆ.ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ພະຍາຍາມເປັນເວລາຫຼາຍປີ ໃນການຝຶກອົບຮົມຝີມືແຮງງານ ໂດຍການຈັດຝຶກອົບຮົມທັກສະວິຊາຊີບທີ່ຈຳເປັນ ໃຫ້ແກ່ຊາວໜຸ່ມຜູ້ທຸກຍາກ.ໃນປະຈຸບັນ ຊາວໜຸ່ມມີໂອກາດຫຼາຍຂຶ້ນໃນການພັດທະນາທັກສະຂອງຕົນ ຍ້ອນການປັບປຸງນະໂຍບາຍແຮງງານດັ່ງກ່າວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ສະພາທຸລະກິດລາວ, ຢູໂຣບ ເປີດຕົວການບໍລິການໃບຢັ້ງຢືນທຸລະກິດປອດແຮງງານເດັກ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ແລະ ຫ້ອງການການຄ້າ ແລະ ອຸດສາຫະກຳຢູໂຣບປະຈຳ ສປປ ລາວ (ECCIL) ໄດ້ທຳການເປີດຕົວ ການບໍລິການໃບຢັ້ງຢືນທຸລະກິດປອດແຮງງານເດັກ ຢ່າງເປັນທາງການ.ທ່ານ ປອ. ໄຊບັນດິດ ຣາຊພອນ ຮອງປະທານ LNCCI ແລະ ປະທານສະມາຄົມອຸດສາຫະກຳຕັດຫຍິບລາວ, ທ່ານ ອານອດ ຄໍລິເຍ ປະທານ ECCIL, ທ່ານ ຈຳລອງ ຈະເນດທະນະກິດ ອຳນວຍການບໍລິຫານບໍລິສັດ ໄຮເທັກ ອາພອນລາວ ຈຳກັດ ໄດ້ລົງນາມໃນຂໍ້ຕົກລົງຢູ່ທີ່ບໍລິສັດອາພອນດັ່ງກ່າວ ທີ່ນະຄອນຫຼວງວຽງຈັນ ເພື່ອເປີດຕົວການບໍລິການອອກໃບຢັ້ງຢືນດັ່ງກ່າວ.ອ່ານຕໍ່ ...

ໂຕະຂ່າວ

ກະຊວງແຮງງານ ຫາລືກົນໄກໃນການຈັດວາງຄ່າແຮງງານຂັ້ນຕ່ຳ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກຳລັງເຮັດວຽກສົມທົບກັບ ສະຫະພັນກຳມະບານລາວ ແລະ ຕາງໜ້າຂະແໜງແຮງງານ ເພື່ອສະຫຼຸບຂໍ້ສະເໜີສຳລັບການຈັດຕັ້ງຄ່າແຮງງານຂັ້ນຕ່ຳ.ການຈັດຕັ້ງ ແລະ ການປັບຂຶ້ນຄ່າແຮງງານຂັ້ນຕ່ຳແມ່ນ ແນໃສ່ສົ່ງເສີມລາຍຮັບ ແລະ ປັບປຸງສະຫວັດດີການສຳລັບຜູ້ອອກແຮງງານທີ່ມີລາຍຮັບຕ່ຳ, ແລະ ເພື່ອຫຼຸດຜ່ອນຄວາມບໍ່ສະເໝີພາບ ແລະ ສົ່ງເສີມການຄອບຄຸມທົ່ງສັງຄົມ.ໃນລະຫວ່າງກອງປະຊຸມຫາລືສາມຝ່າຍ ໃນອາທິດແລ້ວນີ້ ຜູ້ເຂົ້າຮ່ວມໄດ້ສົນທະນາປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການປັບຂຶ້ນຄ່າແຮງງານຂັ້ນຕ່ຳ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/labour-ministry-mulls-mechanisms-setting-minimum-wage-105664

ກຸ່ມປະເທດ CLMTV ຫາລືການປົກປ້ອງສິດທິຂອງຜູ້ອອກແຮງງານ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະສືບຕໍ່ຮ່ວມມືກັບຄູ່ຮ່ວມພັດທະນາ ແລະ ພາກພື້ນ ເພື່ອປົກປ້ອງສິດຂອງຜູ້ອອກແຮງງານພັດຖິ່ນ, ຕາມການເປີດເຜີຍໃນກອງປະຊຸມທີ່ສຽບລຽບ ປະເທດກຳປູເຈຍໃນອາທິດແລ້ວນີ້.ກອງປະຊຸມລັດຖະມົນຕີຄັ້ງທີ 3 ວ່າດ້ວຍການຮ່ວມມືດ້ານແຮງງານໃນປະເທດກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ (CLMTV) ພາຍໃຕ້ຫົວຂໍ້ “ເສັ້ນທາງສູ່ການປົກປ້ອງແຮງງານພັດຖິ່ນໃນບັນດາປະເທດ CLMTV: ການຮ່ວມມືດ້ານຄວາມໝັ້ນຄົງທາງສັງຄົມ” ແມ່ນຈັດຂຶ້ນໃນວັນທີ 17 ກັນຍານີ້ ພາຍໃຕ້ການເປັນປະທານຂອງທ່ານ ຮຸນ ເຊັນ ນາຍົກລັດຖະມົນຕີແຫ່ງລາດຊະອານາຈັກກຳປູເຈຍ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/clmtv-highlights-protection-workers%E2%80%99-rights-104726

ຜູ້ທີ່ກຳລັງຊອກວຽກຕ້ອງພິສູດຄວາມສາມາດກ່ອນຈະໄປເຮັດວຽກຢູ່ເກົາຫຼີ

ປະຊາຊົນລາວທີ່ຕ້ອງການໄປເຮັດວຽກຢູ່ປະເທດສາທາລະນະລັດເກົາຫຼີ ຕ້ອງຜ່ານການສອບເສັງວັດລະດັບພາສາ ແລະ ທັກສະອາຊີບ, ຕາມຄຳສະເໜີຂອງອຳນາດການປົກຄອງທ້ອງຖິ່ນ.ໃນແຕ່ລະປີ,​ ປະເທດເກົາຫຼີອະນຸຍາດໃຫ້ຜູ້ອອກແຮງງານລາວ 500 ຄົນໄປປະກອບອາຊີບໃນປະເທດເກົາຫຼີ ພາຍຫຼັງຜ່ານການສອບເສັງວັດລະດັບທັກສະອາຊີບ, ຕາມຂໍ້ຕົກລົງສະບັບປີ 2016 ພາຍໃຕ້ລະບົບການອະນຸຍາດປະກອບອາຊີບ EPS-TOPIK.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ເຈົ້າໜ້າທີ່ແພດຮຽນຮູ້ວິທີການໃນການຊ່ວຍເຫຼືອເຫຍື່ອຈາກການຄ້າມະນຸດ

ເຈົ້າໜ້າທີ່ຮັບຜິດຊອບໃນການສະກັດກັ້ນການຄ້າມະນຸດ ໄດ້ຈັດຝຶກອົບຮົມໃຫ້ເຈົ້າໜ້າທີ່ແພດຈາກຫົກແຂວງ ກ່ຽວກັບວິທີການໃນການຊ່ວຍເຫຼືອຜູ້ທີ່ຕົກເປັນເຫຍື່ອຈາກຜົນຂອງການຄ້າມະນຸດ ທັງທາງດ້ານຮ່າງກາຍ ແລະ ຈິດໃຈ.ບັ້ນຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນຢູ່ແຂວງສະຫວັນນະເຂດ ເຊິ່ງມີເຈົ້າໜ້າທີ່ແພດຈາກແຂວງ, ນະຄອງຫຼວງວຽງຈັນ, ແຂວງໍລິຄຳໄຊ, ຄຳມ່ວນ,​ ໄຊສົມບູນ ແລະ ແຂວງວຽງຈັນເຂົ້າຮ່ວມ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

uKfJM
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!