ກຸ່ມແມ່ຍິງໜຸ່ມລາວສີ່ຄົນທີ່ຖືກຂາຍໄປຈີນ ໄດ້ຮັບການຊ່ວຍເຫຼືອ, ສ່ວນອີກກຸ່ມໜຶ່ງຍັງຄົງຫາຍສາບສູນມາເປັນເວລາສາມປີ

ເຈົ້າໜ້າທີ່ແຂວງຈຳປາສັກໄດ້ໃຫ້ການຊ່ວຍເຫຼືອກຸ່ມແມ່ຍິງ ແລະ ເດັກຍິງລາວສີ່ຄົນທີ່ຖືກຂາຍໄປຈີນ, ໃນຂະນະທີ່ກຸ່ມແມ່ຍິງລາວອີກສີ່ຄົນຈາກພາກອື່ນຂອງລາວຍັງຄົງຫາຍສາຍສູນ, ຕາມການລາຍງານຈາກແຫຼ່ງຂ່າວຂອງໜ່ວຍຂ່າວ RFA ລາວຫຼ້າສຸດ.

ກຸ່ມໄວລຸ້ນ ແລະ ຍິງໜຸ່ມ ເຊິ່ງປະຈຸບັນອາຍຸປະມານ 16 ເຖິງ 21 ປີ ໄດ້ຮັບການຊ່ວຍເຫຼືອໃນເດືອນສິງຫາ. ຫຼາຍປີຜ່ານມາ ພວກເຂົາໄດ້ຖືກຫຼອກລວງໂດຍນາຍໜ້າຄົນລາວທີ່ສາມາດເວົ້າພາສາຈີນ ວ່າຈະໃຫ້້ໄປແຕ່ງດອງກັບຜູ້ຊາຍຈີນ, ເຈົ້າໜ້າທີ່ສະຫະພັນແມ່ຍິງແຂວງຈຳປາສັກ ເປີດເຜີຍຕໍ່ໜ່ວຍຂ່າວ RFA ໃນວັນທີ 29 ຕຸລາທີ່ຜ່ານມາ.

ອ່ານຕໍ່…

ໜ່ວຍຂ່າວວິທະຍຸເສຣີອາຊີລາວ