ແຮງງານ

ລາວ: ກະຊວງແຮງງານປະເມີນຄວາມຕ້ອງການແຮງງານໃນການກໍ່ສ້າງແມ່ນມີສູງ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ເປີດເຜີຍຜົນການຄົ້ນຄວ້າໃໝ່, ເຊິ່ງສະແດງໃຫ້ເຫັນຢ່າງຈະແຈ້ງວ່າອຸດສາຫະກຳການກໍ່ສ້າງກຳລັງປະສົບຄວາມຂາດແຄນທາງດ້ານແຮງງານລາວ ແລະ ການແຊກແຊງທາງດ້ານນະໂຍບານແມ່ນສິ່ງຈຳເປັນເພື່ອແກ້ໄຂສະພາບຂາດແຄນດັ່ງກ່າວ.ຕາມການຄົ້ນຄວ້າດັ່ງກ່າວ, ເຊິ່ງດຳເນີນໂດຍກົມພັດທະນາຝີມືແຮງງານ ແລະ ກົມການຈ້າງງານ ເຜີຍວ່າ ຄວາມຕ້ອງການແຮງງານກໍ່ສ້າງໃນປີນີ້ ຄາດຄະເນວ່າມີສູງກວ່າການສະໜອງແຮງງານຕົວຈິງຫຼາຍ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/laos-labour-ministry-projects-high-demand-construction-workers-102227

ນັກຮຽນນັກສຶກສາຮຽນຮູ້ບົດຮຽນກ່ຽວກັບການສະກັດກັ້ນການຄ້າມະນຸດຈາກ ຢູເອັນ

ວຽງຈັນ (ວຽງຈັນທາມສ໌/ANN) – ນັກຮຽນນັກສຶກສາຈາກໂຮງຮຽນມັດທະຍົມ ແລະ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມກອງປະຊຸມຢູ່ວຽງຈັນຫວ່າງໝໍ່ໆມານີ້ ເພື່ອຮຽນຮູ້ກ່ຽວກັບການຄ້າມະນຸດ, ໂດຍສະເພາະແມ່ນວິທີການໃນການຕ້ານການຄ້າມະນຸດພາຍໃຕ້ລະບຽບການສາກົນ.ຫົວຂໍ້ໃນການປະຊຸມແມ່ນຫາລືກ່ຽວກັັບເຫດການຕົວແບບຂອງອົງການສະຫະປະຊາຊາດ ເຊິ່ງຈັດຂຶ້ນຢູ່ເຮືອນຮັບແຂກຂອງອົງການສະຫະປະຊາຊາດປະຈຳນະຄອນວຽງຈັນ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/students-get-lessons-un-human-trafficking-prevention-101595

ທຸກຂະແໜງການຕ້ອງຊ່ວຍກັນໃນການສະກັດກັ້ນການຄ້າມະນຸດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ຮ່ວມກັບອົງການສະຫະປະຊາຊາດກຳລັງເຮັດວຽກຮ່ວມກັບບັນດາປະເທດໃນການສະກັດກັ້ນການຄ້າມະນຸດ, ເຊິ່ງລາວໄດ້ສຸມຄວາມພະຍາຍາມຢ່າງຈິງຈັງໃນການຈັດການກັບບັນຫາດັ່ງກ່າວ.ໃນອາທິດນີ້ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ຈັດກອງປະຊຸມສຳມະນາຢູ່ພາກໃຕ້ຂອງລາວ ໃຫ້ແກ່ອຳນາດການປົກຄອງຂອງລັດຖະບານ 55 ໜ່ວຍງານ ແລະ ຜູ້ຕາງໜ້າຈາກຫົວໜ່ວຍທຸລະກິດທ່ອງທ່ຽວພາກເອກະຊົນ ຢູ່ແຂວງສາລະວັນ. ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/all-sectors-society-urged-help-prevent-human-trafficking-101331

ການຫຼົບໜີຂອງແມ່ຍິງລາວ ນຳໄປສູ່ການຈັບກຸມຜູ້ຕ້ອງສົງໄສໃນການຄ້າປະເວນີ

ຜູ້ຕ້ອງສົງໄສຕົ້ນຕໍໃນຂະບວນການຄ້າມະນຸດຂ້າມຊາດ ໄດ້ຖືກຈັບກຸມຢູ່ທີ່ຮ້ານຄາຣາໂອເກະຊາຍແດນໃນຈັງຫວັດນາລາທິວາດ, ແລະ ແມ່ຍິງລາວຫຼາຍຄົນໄດ້ຮັບການຊ່ວຍເຫຼືອຈາກຂະບວນການຄ້າມະນຸດ.ການຂະຫຍາຍຜົນຈັບກຸມດັ່ງກ່າວແມ່ນມາຈາກການຫຼົບໜີຂອງແມ່ຍິງລາວທີ່ຖືກບັງຄັບໃຫ້ຄ້າປະເວນີ, ເຊິ່ງເດີນທາງກັບບ້ານ ແລະ ພົບວ່າຕົນເອງຖືພາ ແລະ ຕິດເຊື້ອຊີຟີລີດ. ລາວຈຶ່ງຊອກຫາຄວາມຊ່ວຍເຫຼືອ.ອ່ານຕໍ່ ...

WASSAYOS NGAMKHAM
https://www.bangkokpost.com/thailand/general/1721451/lao-girls-escape-leads-to-arrest-of-sex-trafficking-suspect

ເຈົ້າໜ້າທີ່ແຮງງານນະຄອນຫຼວງວຽງຈັນຫາລືກ່ຽວກັບລະບຽບການສຳລັບຜູ້ອອກແຮງງານຕ່າງປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງນະຄອນຫຼວງວຽງຈັນໄດ້ອອກຄຳສັ່ງໃຫ້ຫ້ອງການປົກຄອງເມືອງທຸກແຫ່ງ ຂຶ້ນທະບຽນຜູ້ອອກແຮງງານຕ່າງປະເທດ ແລະ ອອກໃບອະນຸຍາດອອກແຮງງານໃຫ້ແກ່ພວກເຂົາ ເພື່ອຮັບປະກັນການປະຕິບັດໃຫ້ສອດຄ່ອງຕາມລະບຽບການໃນການຊອກຫາວຽກເຮັດງານທຳໃນລາວ.ເຈົ້າໜ້າທີ່ແຮງງານໄດ້ຈັດກອງປະຊຸມຢູ່ນະຄອນຫຼວງວຽງຈັນ ໃນວັນສຸກທີ່ຜ່ານມາ ເພື່ອຫາລືກ່ຽວກັບການຂຶ້ນທະບຽນຜູ້ອອກແຮງງານຕ່າງປະເທດ ແລະ ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາດັ່ງກ່າວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/vientiane-labour-officials-mull-foreign-worker-regulation-99722

ພາລະກິດຕ້ານການຄ້າມະນຸດເນັ້ນໜັກໃສ່ແຂວງພາກໃຕ້

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ຈັດກອງປະຊຸມຢູ່ແຂວງອັດຕະປື ເພື່ອສົ່ງເສີມອຳນາດການປົກຄອງແຂວງພາກໃຕ້ ໃນການປົກປ້ອງກຸ່ມສ່ຽງຈາກການຄ້າມະນຸດ.ໃນຄຳເຫັນເປີດກອງປະຊຸມສຳລັບສີ່ແຂວງພາກໃຕ້ຄືແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື, ທ່ານ ສະຫວັນກອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທັງປັນສະມາຊິກຄະນະກຳມະການແຫ່ງຊາດວ່າດ້ວຍການຕ້ານການຄ້າມະນຸດ ກ່າວວ່າການຄ້າມະນຸດແມ່ນອາດຊະຍາກຳຂ້າມຊາດທີ່ຮ້າຍແຮງ.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/anti-human-trafficking-efforts-highlighted-southern-provinces-99455

ລັດຮ່ວມມືກັບເວັບໄຊຊອກວຽກອັນດັບໜຶ່ງໃນການແກ້ໄຂບັນຫາການຫວ່າງການ

ລັດຖະບານຈະສະໜອງຂໍ້ມູນກ່ຽວກັບຕະຫຼາດແຮງງານຜ່ານການຮ່ວມງານຄັ້ງໃໝ່ກັບເຈົ້າຂອງເວັບໄຊຊອກວຽກທີ່ໃຫຍ່ທີ່ສຸດໃນປະເທດລາວ, 108 Jobs, ເພື່ອແກ້ໄຂບັນຫາການບໍ່ມີວຽກເຮັດງານທຳທີ່ເພີ່ມສູງຂຶ້ນ.ພາຍໃຕ້ຂໍ້ຕົກລົງສະບັບວັນທີ 27 ມິຖຸນາ, ສູນບໍລິການແຮງງານ ພາຍໃຕ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກຸ່ມບໍລິສັດ 108-1009 ກຣຸບນະຄອນຫຼວງວຽງຈັນ ຈະຮ່ວມມືກັນພັດທະນາລະບົບຂໍ້ມູນຂ່າວສານຕະຫຼາດແຮງງານເພື່ອເຜີຍແຜ່ຂໍ້ມູນການຮັບສະໝັກຕຳແໜ່ງງານຕ່າງໆ ຜ່ານທາງເວັບໄຊຂອງກະຊວງ www.lmi.molsw.gov.la ແລະ ເວັບ 108.jobs.ອ່ານຕໍ່ ...

ໂຕະຂ່າວ Laotian Times
https://laotiantimes.com/2019/07/01/laos-tackles-employment-by-partnering-with-top-jobs-site/

ລາວ, ໄທສືບຕໍ່ຮັດແໜ້ນການຮ່ວມມືໃນຂະແໜງແຮງງານ

ເຈົ້າໜ້າທີ່ລາວ ແລະ ໄທຕົກລົງສືບຕໍ່ການຮ່ວມມືໃນຂະແໜງແຮງງານ ເພື່ອແນໃສ່ຮັບປະກັນສະຖານະແຮງງານລາວຕາມກົດໝາຍ ໃຫ້ສາມາດຢັ້ງຢືນຕົວຕົນຂອງເຂົາເຈົ້າໃນປະເທດໄທ.ໃນຂະນະດຽວກັນ ອຳນາດການປົກຄອງລາວຍັງສັນຍາວ່າຈະຊ່ວຍເຫຼືອຜູ້ອອກແຮງງານທີ່ບໍ່ຖືກຕ້ອງຕາມກົດໝາຍ ໃຫ້ກັບຄືນຖິ່ນຖານເພື່ອເຮັດໜັງສືຜ່ານແດນ ເຮັດໃຫ້ເຂົາເຈົ້າສາມາດກັບໄປອອກແຮງງານຢູ່ປະເທດໄທໄດ້ຢ່າງຖືກຕ້ອງຕາມລະບຽບກົດໝາຍ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ກຳມະກອນໂຮງງານຈະໄດ້ຮັບຄຳປຶກສາເລື່ອງສຸຂະພາບຈະເລີນພັນ

ວຽງຈັນ (ວຽງຈັນທາມສ໌/ANN) – ຄຣີນິກໄວໜຸ່ນນະຄອນຫຼວງວຽງຈັນ ແລະ ສະຫະພັນແມ່ຍິງລາວ ຮ່ວມປະຊຸມກັບເຈົ້າຂອງ ແລະ ຫົວໜ້າໂຮງງານຕ່າງໆໃນວັນສຸກແລ້ວນີ້ ເພື່ອຍົກລະດັບຄວາມຮູ້ ແລະ ປະສົບການກ່ຽວກັບສຸຂະພາບຈະເລີນພັນ ສຳລັບກຳມະກອນໂຮງງານ.ກອງປະຊຸມດັ່ງກ່າວແມ່ນສ່ວນໜຶ່ງຂຶງແຜນການຂອງສອງອົງການຈັດຕັ້ງ ເພື່ອສົ່ງເສີມການມີສ່ວນຮ່ວມຂອງຂະແໜງເອກະຊົນ ໃນການສົ່ງເສີມການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການກ່ຽວກັບສຸຂະພາບຈະເລີນພັນສຳລັບໄວໜຸ່ມ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/factory-workers-may-be-offered-sexual-health-advice-98246

ນັກສຶກສາທີ່ກຳລັງຊອກວຽກເຮັດງານທຳ ຄົ້ນຫາໂອກາດໃນງານຕະຫຼາດນັດແຮງງານຂອງມະຫາວິທະຍາໄລ

ນັກສຶກສາມະຫາວິທະຍາໄລ ແລະ ນັກສຶກສາຈົບໃໝ່ທົ່ວປະເທດ ຄົ້ນຫາໂອກາດຊອກວຽກໃນງານຕະຫຼາດນັດແຮງງານແຫ່ງຊາດ ເຊິ່ງຈັດຂຶ້ນທີ່ນະຄອນຫຼວງວຽງຈັນ.ການລົງທະບຽນລາຍຊື່ໄວ້ກັບບໍລິສັດໃຫຍ່ໆ ແລະ ການຮັບຄຳແນະນຳຈາກຊ່ຽວຊານໃນທຸລະກິດຕ່າງໆກ່ຽວກັບເສັ້ນທາງສາຍອາຊີບ ແມ່ນໜຶ່ງໃນຊ່ອງທາງເພື່ອດຶງດູດນັກສຶກສາທີ່ກຳລັງຊອກວຽກ ເຂົ້າມາໃນງານຕະຫຼາດນັດແຮງງານໄລຍະສອງວັນດັ່ງກ່າວ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

PjLc7
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!