ແຮງງານ

ລາວຄົ້ນຄວ້າເພື່ອປັບປຸງມາດຕະການເພື່ອຄວາມປອດໄພໃນອາຊີບສຳລັບກຳມະກອນກໍ່ສ້າງ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະສືບຕໍ່ຮ່ວມມືກັບຄູ່ຮ່ວມພັດທະນາ ເພື່ອສ້າງຄວາມສາມາດດ້ານວຽກງານຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍໃນອາຊີບ ແລະ ພະຍາດແຮງງານຕ່າງໆທີ່ກ່ຽວຂ້ອງຂອງກຳມະກອນກໍ່ສ້າງ.ທ່ານ ພົງໄຊສັກ ອິນທິລາດ ຫົວໜ້າກົມຄຸ້ມຄອງແຮງງານ ພາຍໃຕ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ຄຳໝັ້ນໃນກອງປະຊຸມກ່ຽວກັບສຸຂະພາບ ແລະ ຄວາມປອດໄພໃນສະຖານທີ່ອອກແຮງງານ ແລະ ລະບຽບຮຽບຮ້ອຍໃນການປະກອບອາຊີບ ໃນການຄຸ້ມຄອງການກໍ່ສ້າງຂະໜາດນ້ອຍ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວ, ຫວຽດນາມຈະສືບຕໍ່ການຮ່ວມມືດ້ານການພັດທະນາແຮງງານ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລາວ ແລະ ຫວຽດນາມໄດ້ຢືນຢັນວ່າຈະສືບຕໍ່ການຮ່ວມມື ເພື່ອພັດທະນາທັກສະຝີມືແຮງງານໃນລາວ ແລະ ປົກປ້ອງສິດທິຂອງຜູ້ອອກແຮງງານໃນສອງຊາດ.ຜູ້ເຂົ້າຮ່ວມໃນກອງປະຊຸມຂະແໜງແຮງງານ ແລະ ສະຫວັດດີການສັງຄົມລາວ-ຫວຽດນາມປະຈຳປີ ທີ່ວຽງຈັນ ໄດ້ບັນລຸຂໍ້ຕົກລົງເອກະພາບກ່ຽວກັບມາດຕະການໃນການສົ່ງເສີມສາຍພົວພັນດ້ານແຮງງານຂອງສອງຝ່າຍ ເຊິ່ງຕົ້ນຕໍແມ່ນແນໃສ່ການສ້າງການຮ່ວມມືສອງຊາດຢ່າງເລິກເຊິ່ງ ແລະ ຍົກສູງປະສິດທິພາບຂອງແຜນການກ່ຽວກັບແຮງງານ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລັດຖະມົນຕີສາທາຊຸກຍູ້ນະໂຍບາຍສຳລັບນັກສຶກສາແພດທີ່ຈົບໃໝ່

ລາວຕ້ອງການນະໂຍບາຍສະເພາະເພື່ອສົ່ງເສີມໂອກາດສຳລັບນັກສຶກສາແພດຈົບໃໝ່ທີ່ດີເດັ່ນ, ທ່ານ (ຮສ ດຣ) ບຸນກອງ ສີຫາວົງແນະນຳຊ່ຽວຊານໃນຂະແໜງສາທາ.ທ່ານລັດຖະມົນຕີກ່າວວ່ານະໂຍບາຍໃໝ່ຈະຕ້ອງຮັບປະກັນຕຳແໜ່ງງານໃນລະບົບໂກຕາ ເພື່ອຮັບປະກັນຊ່ອງທາງໃນການປະກອບອາຊີບສຳລັບນັກສຶກສາແພດທີ່ຮຽນຈົບໃໝ່ ເຊິ່ງເປັນສ່ວນໜຶ່ງຂອງການປະຕິຮູບການພັດທະນາຊັບພະຍາກອນມະນຸດຂອງຂະແໜງການ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ກະຊວງແຮງງານ, ຄູ່ຮ່ວມພັດທະນາເພີ່ມທະວີຄວາມພະຍາຍາມໃນດານສົ່ງເສີມການມີວຽກເຮັດງານທຳໃນຊົນນະບົດ

ຕາງໜ້າຄູ່ຮ່ວມພັດທະນາ, ຖັນແຖວກົມກອງປະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ພະນັກງານຂັ້ນແຂວງໄດ້ຮ່ວມກອງປະຊຸມໃນວັນພະຫັດຜ່ານມາ ທີ່ນະຄອນວຽງຈັນ ເພື່ອທົບທວນຄວາມພະຍາຍາມໃນການເພີ່ມທະວີໂອກາດໃນການມີວຽກເຮັດງານທຳໃນພື້ນທີ່ຊົນນະບົດ.“ກອງປະຊຸມຄະນະກຳມະການຊີ້ນຳໂຄງການ ກ່ຽວກັບຍຸດທະສາດການສົ່ງເສີມການມີວຽກເຮັດງານທຳໃນຊົນນະບົດແຫ່ງຊາດໃນ ສປປ ລາວ – ເພື່ອກ້າວໄປສູ່ການເພີ່ມໂອກາດສຳລັບການມີວຽກເຮັດງານທຳທີ່ດີ ແລະ ມີປະສິດທິຜົນໃນພື້ນທີ່ຊົນນະບົດ” ມີການເຂົ້າຮ່ວມຂອງທ່ານນາງ ໃບຄຳ ຂັດຕິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນສະມາຊິກພັກ, ທ່ານນາງ ໂຈນີ ຊິມສັນ ຜູ້ຕາງໜ້າອົງການຈັດຕັ້ງແຮງງານສາກົນ (ILO), ພ້ອມດ້ວຍເຈົ້າໜ້າທີ່ແຮງງານຈາກບັນດາແຂວງເປົ້າໝາຍ ແລະ ກະຊວງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ອຳນາດການປົກຄອງສືບຕໍ່ການກວດກາໂຮງງານເພື່ອປົກປ້ອງສິດຂອງຜູ້ອອກແຮງງານ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ແຮງງານທ້ອງຖິ່ນຈະສືບຕໍ່ການກວດກາໂຮງງານ ເຊິ່ງເປັນສ່ວນໜຶ່ງຂອງວຽກງານການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານທຸກຄົນໃນທົ່ວປະເທດ.ໃນລາວ, ການປົກປ້ອງສິດຂອງຜູ້ອອກແຮງງານແມ່ນສິ່ງຈຳເປັນ ເພື່ອປະກອບສ່ວນໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວຕ້ອງການຄວາມເປັນເອກະພາບກ່ຽວກັບກົດໝາຍແຮງງານໃນທົ່ວອາຊຽນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ແຮງງານຈະປັບປຸງຮ່າງກົດໝາຍວ່າດ້ວຍແຮງງານ, ເພື່ອແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານລາວໃນຕ່າງປະເທດ ລວມທັງໃນບັນດາປະເທດອາຊຽນ.ນະໂຍບາຍຂອງລັດຖະບານລາວແມ່ນເພື່ອຊ່ວຍເຫຼືອຜູ້ອອກແຮງງານ ແລະ ປົກປ້ອງສິດທິຂອງເຂົາເຈົ້າ. ດັ່ງນັ້ນ, ນະໂຍບາຍ ແລະ ກົດໝາຍເພື່ອຊ່ວຍໃນການປັບປຸງສະພາບແວດລ້ອມການອອກແຮງງານ ແລະ ເພື່ອປົກປ້ອງສິດຂອງຜູ້ອອກແຮງງານຕ້ອງມີຄວາມພ້ອມ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ເຈົ້າໜ້າທີ່ສັນຍາວ່າຈະສືບຕໍ່ຊ່ວຍເຫຼືອແຮງງານລາວໃນປະເທດໄທ

ເຈົ້າໜ້າທີ່ແຮງງານທ້ອງຖິ່ນຈະສືບຕໍ່ປະສານງານກັບກະຊວງແຮງງານຂອງໄທ ເພື່ອປົກປ້ອງສິດທິຂອງແຮງງານລາວໃນພາກໃຕ້ຂອງໄທ, ຕາມເຈົ້າໜ້າທີ່ການນຳ.ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ຄຳໝັ້ນຕໍ່ພະນັກງານໃນກອງປະຊຸມການຄຸ້ມຄອງແຮງງານປະຈຳປີ ທີ່ວຽງຈັນ ໃນວັນພຸດຜ່ານມານີ້.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ດຳລັດໃໝ່ຮັບປະກັນເລື່ອງຄວາມປອດໄພ ແລະ ສຸຂະພາບໃນສະຖານທີ່ອອກແຮງງານໃນລາວ

ຜູ້ອອກແຮງງານມີສິດທິຕາມກົດໝາຍໃນການຮຽກຮ້ອງຕໍ່ຜູ້ຈ້າງງານ ເພື່ອຮັບປະກັນດ້ານສຸຂະພາບ ແລະ ຄວາມປອດໄພໃນການອອກແຮງງານ, ຕາມລັດຖະດຳລັດສະບັບໃໝ່. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເຊັນຮັບຮອງເອົາດຳລັດວ່າດ້ວຍຄວາມປອດໄພ ແລະ ສຸຂະພາບໃນການອອກແຮງງານໃນຕົ້ນເດືອນນີ້. ດຳລັດຈຳນວນ 22 ໜ້າດັ່ງກ່າວ ເຊິ່ງມີການເຜີຍແຜ່ໃນຈົດໝາຍວຽນທາງລັດຖະການໃນວັນທີ 25 ກຸມພານີ້ ຈະມີຜົນບັງຄັບໃຊ້ຫຼັງຈາກ 15 ວັນນັບແຕ່ມື້ເຜີຍແຜ່. ຜູ້ອອກແຮງງານສາມາດຍື່ນຄຳຮ້ອງຕໍ່ອົງການຄຸ້ມຄອງແຮງງານ ເພື່ອຮ້ອງຮຽນໃນກໍລະນີທີ່ນາຍຈ້າງບໍ່ດຳເນີນການປັບປຸງສະພາບແວດລ້ອມຂອງສະຖານທີ່ອອກແຮງງານໃຫ້ສອດຄ່ອງຕາມມາດຕະຖານດ້ານສຸຂະພາບ ແລະ ຄວາມປອດໄພ ຕາມການຮ້ອງຂໍຂອງຜູ້ອອກແຮງງານ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວມີແຜນສືບຕໍ່ພັດທະນານະໂຍບາຍກ່ຽວກັບແຮງງານ

ລາວຈະສືບຕໍ່ເຮັດວຽກກັບຄູ່ຮ່ວມພັດທະນາ ກໍຄືອົງການແຮງງານສາກົນ (ILO) ເພື່ອສືບຕໍ່ປົກປ້ອງສິດ ແລະ ຜົນປະໂຫຍດດຂອງຜູ້ອອກແຮງງານ.ນີ້ແມ່ນຄຳເຫັນໃນການເປີດຕົວບົດລາຍງານທີ່ມີຊື່ວ່າ “Work for a Brighter Future” ຂອງອົງການ ILO ໃນວັນພຸດນີ້ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງ ILO ຄົບຮອບ 100 ປີ ແລະ ວັນຄົບຮອບ 55 ປີຂອງການເຂົ້າເປັນສະມາຊິກຂອງລາວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວ,​ ໄທ ທົບທວນຄວາມຄືບໜ້າໃນການຂຶ້ນທະບຽນແຮງງານ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ແຮງງານລາວ ແລະ ໄທໄດ້ປະຊຸມກັນທີ່ບາງກອກ ປະເທດໄທ ໃນອາທິແລ້ວນີ້ ເພື່ອທົບທວນຜົນການດຳເນີນງານການຮ່ວມມືດ້ານແຮງງານ.ສອງຊາດໄດ້ມີການຮ່ວມມືກັນມາກວ່າສອງປີມາແລ້ວ ໃນການຊຸກຍູ້ການຈ້າງງານໃຫ້ຖືກຕ້ອງຕາມກົດໝາຍ ພາຍໃຕ້ “ຂໍ້ຕົກລົງດ້ານແຮງງານ” ລະຫວ່າງສອງຝ່າຍ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Sm2rz
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!