ແຮງງານ

ລັດຖະບານລາວພະຍາຍາມຂຶ້ນທະບຽນແຮງງານລາວໃນປະເທດໄທ

ເຈົ້າໜ້າທີ່ແຮງງານຈະສືບຕໍ່ຮ່ວມມືກັບຝ່າຍໄທ ເພື່ອສຳເລັດການຂຶ້ນທະບຽນແຮງງານສັນຊາດລາວທີ່ກຳລັງອອກແຮງງານແບບຜິດກົດໝາຍຢູ່ໃນປະເທດໄທໃນປະຈຸບັນ. ເຊິ່ງຄາດຫວັງວ່າຂັ້ນຕອນດັ່ງກ່າວເຮັດຈະສຳເລັດພາຍໃນປີໜ້າ, ແຕ່ກໍຍັງກົງວົນກ່ຽວກັບບາງບັນຫາດ້ານການເກື້ອກຸນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຄວາມເຈັດປວດຂອງແມ່ຍິງລາວສະແດງເຖິງບັນຫາການຄ້າມະນຸດທີ່ເພີ່ມຂຶ້ນ ເນື່ອງຈາກແຮງງານລາວຫວັງປະກອບອາຊີບລາຍໄດ້ສູງຢູ່ໄທ

ການຄ້າມະນຸດຈາກລາວໄປປະເທດເພື່ອບ້ານໄທ ໃນຮູບຂອງຜູ້ອອກແຮງງານທີ່ບໍ່ມີເອກະສານຍັງຄົງເປັນບັນຫາທີ່ເພີ່ມຂຶ້ນ ໂດຍມີນາຍໜ້າຈັດຫາແຮງານຫຼາຍພັນຄົນຂ້າມຊາຍແດນເພື່ອໂອກາດໃນການເຮັດວຽກ ເຊິ່ງມີຫຼາຍກໍລະນີທີ່ຄົນລາວຕ້ອງຕົກຢູ່ໃນສະພາບຖືກທາລຸນນະກຳຈາກນາຍຈ້າງຂອງຕົນ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ແມ່ຍິງ ແລະ ເດັກຍິງລາວ 53 ຄົນຖືກກັກຕົວຈາກການເຂົ້າກວດສອບບາຮ້ອງເພງຢູ່ພາກໃຕ້ຂອງໄທ

ເຈົ້າໜ້າທີ່ຕຳຫຼວດ ແລະ ທະຫານເຂົ້າປິດລ້ອມ ແລະ ກັກຕົວຄົນລາວ 53 ຄົນ-ເປັນຍິງ 50 ຄົນ ແລະ ເດັກຍິງ 3 ຄົນ ເຊິ່ງຖືກຕັ້ງຂໍ້ຫາວ່າຄ້າປະເວນີ ໃນການບຸກກວດສອບບາຮ້ອງເພງທີ່ຈັງຫວັດນາລາທິວາດ ທາງພາກໃຕ້ຂອງປະເທດໄທ, ຕາມການລາຍງານຂອງເຈົ້າໜ້າທີ່ກ່ຽວຂ້ອງໃນວັນສຸກຜ່ານມານີ້.ອ່ານຕໍ່ ...

BenarNews

ແຮງງານລາວມີໜ້າໜ້ອຍໃນເຂດເສດຖະກິດພິເສດ

ມີແຮງງານລາວພຽງໜຶ່ງສ່ວນສາມທີ່ອອກແຮງງານໃນເຂດເສດຖະກິດພິເສດ ແລະ ເຂດເສະຖະກິດສະເພາະ (SEZs) ໃນນີ້ແມ່ນຍ້ອນບັນຫານການຂາດທັກສະ ເຮັດມີໂອກາດໜ້ອຍໃນການເຂົ້າເຮັດວຽກໃນບັນດານິຄົມອຸກສາຫະກຳ, ຕາມການສຳຫຼວດຫຼ້າສຸດ.ປະຈຸບັນໃນລາວມີການເຂດເສດຖະກິດ SEZs ລວມທັງໝົດ 12 ແຫ່ງ, ສ້າງວຽກເຮັດງານທຳໃຫ້ແກ່ແຮງງານລາວ ແລະ ຕ່າງປະເທດລວມ 24,982 ອັດຕາ. ໃນນັ້ນມີແຮງງານລາວພຽງໜຶ່ງສ່ວນສາມ ຫຼື 8,951 ອັດຕາ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວມີທ່າແຮງສູງສຳລັບການສົ່ງອອກແຮງງານ

ປີ 2017 ມີແຮງງານລາວຫຼາຍໝື່ນຄົນໄປອອກແຮງງານໃນຕະຫຼາດແຮງງານສາກົນ, ຈຶ່ງເປັນຄວາມຫວັງວ່າລາວອາດສາມາດຫັນເອົາທຸລະກິດດັ່ງກ່າວໃຫ້ເປັນຕົວສ້າງລາຍຮັບໃໝ່ຈາກຕ່າງປະເທດ.ຕາມຂໍ້ມູງຈາກສູນສະຖິຕິແຫ່ງຊາດ,​ ລາວໄດ້ສະໜອງແຮງງານປະມານ 49,000 ອັດຕາເຂົ້າສູ່ຕະຫຼາດແຮງງານສາກົນໃນປີ 2017 ໂດຍຜ່ານກົນໄກການຮ່ວມມືທາງດ້ານແຮງງານສອງຝ່າຍ.ອ່ານຕໍ່ ...

ເອກກະພອນ ພູທອນສີ

ລັດຖະບານ ແລະ ອົງການ ILO ຮ່ວມກັນສ້າງຄວາມເຂັ້ມແຂງດ້ານຄວາມປອດໄພ ແລະ ສຸຂະພາບໃນການອອກແຮງງານ

ລັດຖະບານ ໄດ້ບັນລຸຂໍ້ຕົກລົງຮ່ວມກັບອົງການແຮງງານສາກົນ (ILO) ໃນການຈັດຕັ້ງປະຕິບັດໂຄງການຕ່ອງໂສ້ການສົ່ງເສີມຄວາມປອດໄພ ແລະ ສຸຂະພາບໃນການອອກແຮງງານໃນລາວ, ແນໃສ່ປົກປ້ອງຜູ້ອອກແຮງງານ.ໃນວັນອັງຄານທີ່ຜ່ານມາໄດ້ມີການລົງນາມບົດບັນທຶກຂໍ້ຕົກລົງການຮ່ວມມືຂອງໂຄງການ ລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການ ILO.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລາວມີແຜນເພີ່ມການຈັດຫາແຮງງານສຳລັບປະເທດກູເຫວດ

ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມເຜີຍໃຫ້ຮູ້ແຜນດັ່ງກ່າວ ເນື່ອງໃນໂອກາດການເຂົ້າຢ້ຽມຢາມຂອງທ່ານນາງ ຊູໄບ ບາຣັກ ອາລຊູໂບ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ລັດຖະມົນຕີກະຊວງເສດຖະກິດກູເຫວດ. ໃນການຢ້ຽມຢາມທາງການດັ່ງກ່າວ, ການຫາລືຕົ້ນຕໍແມ່ນເພື່ອທົບທວນວຽກງານການຮ່ວມມືໃນໄລຍະຜ່ານມາ ແລະ ເສີມຂະຫຍາຍພາລະກິດການຮ່ວມມືໃນອະນາຄົດລະຫວ່າງສອງຝ່າຍ ໂດຍສະເພາະໃນຂະແໜງແຮງງານ.ໃນຂໍ້ຕົກລົງການຮ່ວມມືດ້ານແຮງງານ ທີ່ໄດ້ລົງນາມໃນປີ 2009 ກ່ຽວກັບການເສີມຂະຫຍາຍການຮ່ວມມືໃນການຈ້າງແຮງງານ, ມີຈຸດປະສົງ​ແນໃສ່ສົ່ງແຮງງານລາວໄປເຮັດວຽກທີ່ປະເທດກູເຫວດ. ເຊິ່ງໃນຂໍ້ຕົກລົງດັ່ງກ່າວ ປະເທດກູເຫວດມີໂກຕາການຮັບແຮງງານຈາກລາວຈຳນວນ 1,000 ອັດຕາໃນທຸກໆຂະແໜງການຂອງປະເທດ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວ-ຈີນຮ່ວມມືເພື່ອປັບປຸງຄວາມປອດໄພໃນສະຖານທີ່ເຮັດວຽກ

ລາວ ແລະ ຈີນ ຕົກລົງສືບຕໍ່ການຮ່ວມມືໃນຂະແໜງການແຮງງານ ເພື່ອເນັ້ນໃສ່ການປັບປຸງຄວາມປອດໄພໃນການປະກອບອາຊີບໃນລາວ. ຂໍ້ຕົກລົງການຮ່ວມມືດັ່ງກ່າວແມ່ນແນໃສ່ການຢ້ຽມຢາມແລກປ່ຽນ ລະຫວ່າງພະນັກງານວິຊາການ ແລະ ເຈົ້າໜ້າທີ່ການນຳທີ່ກ່ຽວຂ້ອງຂອງສອງຝ່າຍ ແລະ ໂຄງການຮ່ວມມືດ້ານແຮງງານອື່ນໆ ຕາມການສະເໜີຂອງແຕ່ລະຝ່າຍ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ການຫາລືການຫັນການຄຸ້ມຄອງແຮງງານຍ້າຍຖິ່ນສູ່ດິຈິຕອລ໌

(ຂປລ) ຕາງໜ້າກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອົງການຈັດຕັ້ງແຮງງານສາກົນ ແລະ ສະຖານທູດອົດສະຕຣາລີ ແລະ ສະຖານທູດການາດາ ໄດ້ປະຊຸມກັນທີ່ວຽງຈັນ ເພື່ອຫາລືການກ່ຽວກັບຫັນການຄຸ້ມຄອງແຮງງານຍ້າຍຖິ່ນສູ່ດິຈິຕອລ໌ ແລະ ການບໍລິການແບບດິຈິຕອລ໌ ສຳລັບແຮງງານຍ້ານຖິ່ນໃນລາວ.ອ່ານຕໍ່ ...

ຂປລ

ອົງການສາກົນເພື່ອການຍ້ານຖິ່ນຖານ ແລະ ກົມຕຳຫຼວດກວດຄົນເຂົ້າເມືອງ (ກຕມ) ຮ່ວມມືໃນການຈັດການການຄ້າມະນຸດ ແລະ ການລັກລອບຂົນສົ່ງຜູ້ຍ້າຍຖິ່ນຖານ

ວຽງຈັນ – ອົງການສາກົນເພື່ອການຍ້ານຖິ່ນຖານ (IOM) ແລະ ກົມຕຳຫຼວດກວດຄົນເຂົ້າເມືອງ (ກຕມ) ຂອງ ສປປ ລາວ ໄດ້ເລີ່ມຊຸດຝຶກອົບຮົມທຳອິດ ເຊິ່ງນຳໂດຍວິທະຍາກອນຊ່ຽວຊານຈາກ ກຕມ ໃຫ້ແກ່ເຈົ້າໜ້າທີ່ຕຳຫຼວດ ແລະ ເຈົ້າໜ້າທີ່ປະຈຳຊາຍແດນແນວໜ້າ ເພື່ອຍົກລະດັບຄວາມສາມາດຂອງລາວ ໃນການຈັດການກັບການຄ້າມະນຸດ ແລະ ການລັກລອບຂົນສົ່ງຜູ້ຍ້າຍຖິ່ນຖານໃນທົ່ວປະເທດ.ອ່ານຕໍ່ ...

ອົງການຈັດຕັ້ງສາກົນເພື່ອການຍ້ານຖິ່ນຖານ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

vjbX8
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!