ReliefWeb

ຄະນະອຳນວຍການທະນາຄານໂລກອະນຸມັດການຊ່ວຍເຫຼືອດ້ານໂພຊະນາການ ແລະ ການບໍລິຫານງົບປະມານພາກລັດໃນ ສປປ ລາວ

ວໍຊິງຕັນ, 14 ມີນາ 2019 – ສປປ ລາວ ຈະໄດ້ຮັບຜົນປະໂຫຍດຈາກທຶນຊ່ວຍເຫຼືອງວດໃໝ່ຈຳນວນ US$72 ລ້ານໂດລາ ໃນສາມໂຄງການ ເຊິ່ງໄດ້ຜ່ານການອະນຸມັດໃນມື້ນີ້ຈາກຄະນະອຳນວຍການບໍລິຫານຂອງທະນາຄານໂລກ, ເຊິ່ງຈະສຸມໃສ່ການຫຼຸດຜ່ອນການຂາດສານອາຫານ ແລະ ການປັບປຸງທາງດ້ານງົບປະມານ ແລະ ການໃຫ້ການບໍລິການຂອງພາກລັດ.ອ່ານຕໍ່ ...

ທີມງານທະນາຄານໂລກ

ຊາວບ້ານຟື້ນຟູຊີວິດການເປັນຢູ່ຫຼັງໄພພິບັດເຂື່ອນແຕກ

ເປັນເວລາຫົກເດືອນມາແລ້ວທີ່ທົ່ວໂລກໄດ້ຮັບຮູ້ກ່ຽວກັບເຫດໄພພິບັດສັນເຂື່ອນແຕກທີ່ໜ້າສະເທືອນຂວັນໃນປະເທດລາວ.ເຫດການດັ່ງກ່າວແມ່ນເກີດໃນທ້າຍເດືອນກໍລະກົດ 2018 ທີ່ສັນເຂື່ອນເຊປຽນ-ເຊນ້ຳນ້ອຍໄດ້ແຕກ ເຮັດໃຫ້ມວນນ້ຳມາຫາສານໄຫຼຖ້ວມຢ່າງກະທັນຫັນ ສົ່ງຜົນກະທົບຕໍ່ປະຊາຊົນກວ່າ 13,000 ຄົນທີ່ແຂວງອັດຕະປື ທາງພາກໃຕ້ຂອງ ສປປ ລາວ. ມວນນ້ຳດັ່ງກ່າວໄດ້ພັດຖ້ວມເຮືອນຊານຂອງປະຊາຊົນກວ່າ 6,000 ຄົນ ແລະ ໄດ້ປະເສດຊາກຂີ້ຕົມ ແລະ ກ້ອນຫີນໄວ້ຕາມພື້ນທີ່ກະສິກຳເຊິ່ງເປັນອູ່ເຂົ້າອູ່ປາ ແລະ ແຫຼ່ງລາຍຮັບຂອງຫຼາຍຄອບຄົວໃນພື້ນທີ່.ມາເຖິງປະຈຸບັນ ຫຼາຍຄອບຄົວທີ່ໄດ້ຮັບຜົນກະທົບໄດ້ກັບຄືນສູ່ບ້ານເຮືອນຂອງຕົນທີ່ໄດ້ຮັບການປົວແປງ, ຂະນະທີ່ຜູ້ທີ່ບ້ານເຮືອນເພພັງເຫຼືອແຕ່ເສດຊາກ ຍັງຄົງລໍຄອຍທີ່ຢູ່ອາໄສຖາວອນໃໝ່ ທີ່ທາງລັດຖະບານກຳລັງຈັດສັນກໍ່ສ້າງ.ອ່ານຕໍ່  ...

Tiamkare Thitithamtada, IFRC

ຜູ້ປະສົບໄພພິບັດທີ່ລອດຊີວິດຈາກເຂື່ອນ PNPC ໃນລາວຍັງຄົງຜະເຊີນຄວາມຫຍຸ້ງຍາກ

 ຜູ້ປະສົບໄພພິບັດທີ່ລອດຊີວິດຈາກໄພພິບັດເຂື່ອນແຕກໃນເດືອນກໍລະກົດ 2018 ເຊິ່ງເປັນໄພນ້ຳຖ້ວມຄັ້ງຮ້າຍແຮງທີ່ສຸດໃນລາວໃນຮອບຫຼາຍທົດສະວັດ ຍັງຄົງຜະເຊີນກັບຄວາມຫຍຸ້ງຍາກທັງດ້ານຮ່າງກາຍ ແລະ ຈິດໃຈ, ຕາມເຈົ້າໜ້າທີ່ບັນເທົາທຸກຊາວເກົາຫຼີໃຕ້.ໄພພິບັດດັ່ງກ່າວເກີດຂຶ້ນຍ້ອນສັນເຂື່ອນຂອງໂຄງການໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍ (PNPC) ໄດ້ແຕກ ເຮັດໃຫ້ນ້ຳໄຫຼເຂົ້າຖ້ວມ 12 ບ້ານ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນໃນແຂວງຈຳປາສັກ ແລະ ອັດຕະປື, ສ່ວນອີກຫຼາຍຄົນຍັງຄົງສູນຫາຍ.ອ່ານຕໍ່  ...

Radio Free Asia

ອົງການສາກົນເພື່ອການຍ້ານຖິ່ນຖານ ແລະ ກົມຕຳຫຼວດກວດຄົນເຂົ້າເມືອງ (ກຕມ) ຮ່ວມມືໃນການຈັດການການຄ້າມະນຸດ ແລະ ການລັກລອບຂົນສົ່ງຜູ້ຍ້າຍຖິ່ນຖານ

ວຽງຈັນ – ອົງການສາກົນເພື່ອການຍ້ານຖິ່ນຖານ (IOM) ແລະ ກົມຕຳຫຼວດກວດຄົນເຂົ້າເມືອງ (ກຕມ) ຂອງ ສປປ ລາວ ໄດ້ເລີ່ມຊຸດຝຶກອົບຮົມທຳອິດ ເຊິ່ງນຳໂດຍວິທະຍາກອນຊ່ຽວຊານຈາກ ກຕມ ໃຫ້ແກ່ເຈົ້າໜ້າທີ່ຕຳຫຼວດ ແລະ ເຈົ້າໜ້າທີ່ປະຈຳຊາຍແດນແນວໜ້າ ເພື່ອຍົກລະດັບຄວາມສາມາດຂອງລາວ ໃນການຈັດການກັບການຄ້າມະນຸດ ແລະ ການລັກລອບຂົນສົ່ງຜູ້ຍ້າຍຖິ່ນຖານໃນທົ່ວປະເທດ.ອ່ານຕໍ່ ...

ອົງການຈັດຕັ້ງສາກົນເພື່ອການຍ້ານຖິ່ນຖານ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

VVK4P
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!