ຊາວບ້ານຟື້ນຟູຊີວິດການເປັນຢູ່ຫຼັງໄພພິບັດເຂື່ອນແຕກ

ເປັນເວລາຫົກເດືອນມາແລ້ວທີ່ທົ່ວໂລກໄດ້ຮັບຮູ້ກ່ຽວກັບເຫດໄພພິບັດສັນເຂື່ອນແຕກທີ່ໜ້າສະເທືອນຂວັນໃນປະເທດລາວ.

ເຫດການດັ່ງກ່າວແມ່ນເກີດໃນທ້າຍເດືອນກໍລະກົດ 2018 ທີ່ສັນເຂື່ອນເຊປຽນ-ເຊນ້ຳນ້ອຍໄດ້ແຕກ ເຮັດໃຫ້ມວນນ້ຳມາຫາສານໄຫຼຖ້ວມຢ່າງກະທັນຫັນ ສົ່ງຜົນກະທົບຕໍ່ປະຊາຊົນກວ່າ 13,000 ຄົນທີ່ແຂວງອັດຕະປື ທາງພາກໃຕ້ຂອງ ສປປ ລາວ. ມວນນ້ຳດັ່ງກ່າວໄດ້ພັດຖ້ວມເຮືອນຊານຂອງປະຊາຊົນກວ່າ 6,000 ຄົນ ແລະ ໄດ້ປະເສດຊາກຂີ້ຕົມ ແລະ ກ້ອນຫີນໄວ້ຕາມພື້ນທີ່ກະສິກຳເຊິ່ງເປັນອູ່ເຂົ້າອູ່ປາ ແລະ ແຫຼ່ງລາຍຮັບຂອງຫຼາຍຄອບຄົວໃນພື້ນທີ່.

ມາເຖິງປະຈຸບັນ ຫຼາຍຄອບຄົວທີ່ໄດ້ຮັບຜົນກະທົບໄດ້ກັບຄືນສູ່ບ້ານເຮືອນຂອງຕົນທີ່ໄດ້ຮັບການປົວແປງ, ຂະນະທີ່ຜູ້ທີ່ບ້ານເຮືອນເພພັງເຫຼືອແຕ່ເສດຊາກ ຍັງຄົງລໍຄອຍທີ່ຢູ່ອາໄສຖາວອນໃໝ່ ທີ່ທາງລັດຖະບານກຳລັງຈັດສັນກໍ່ສ້າງ.

ອ່ານຕໍ່…

 

Tiamkare Thitithamtada, IFRC