ແຮງງານ

ລາວເສີມຂະຫຍາຍຂັ້ນຕອນການກຳນົດຄ່າແຮງງານຂັ້ນຕ່ຳ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ (LNCCI) ຈະສົມທົບກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການແຮງງານສາກົນ (ILO) ໃນການສ້າງຄຳແນະນຳກ່ຽວກັບການກຳນົດອັດຕາຄ່າແຮງງານຂັ້ນຕ່ຳໃນລາວ.ຫວ່າງບໍ່ດົນມານີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ມີການອະນຸມັດຄ່າແຮງງານຂັ້ນຕ່ຳໃຫ້ເປັນ 1,100,000 ກີບຕໍ່ເດືອນ ແລະ ກຳລັງມີການຈັດຕັ້ງປະຕິບັດ. ເຖິງຢ່າງໃດກໍ່ຕາມ, ຂະແໜງທຸລະກິດ, ໃນນາມຂອງຜູ້ຈ້າງງານ, ໄດ້ມີການຮຽກຮ້ອງໃຫ້ມີຂັ້ນຕອນການຄິດໄລ່ທີ່ສົມເຫດຜົນ ແລະ ເປັນວິທະຍາສາດ ກ່ອນທຳການປັບຂຶ້ນຄ່າແຮງງານຂັ້ນຕ່ຳ.ອ່ານຕໍ່ ...

ໂຕະຂ່າວ

ນາຍົກລາວຊຸກຍູ້ເຈົ້າໜ້າທີ່ແຮງງານເພື່ອຍົກລະດັບທັກສະແຮງງານລາວ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ແນະນຳຕໍ່ເຈົ້າໜ້າທີ່ແຮງງານ ແລະ ສະຫວັດດີການສັງຄົມໃນມື້ວານນີ້ ກ່ຽວກັບການດຳເນີນນະໂຍບາຍການພັດທະນາທັກສະຝີມືແຮງງານລາວ ເພື່ອຕອບສະໜອງຕໍ່ຄວາມຕ້ອງການຂອງຕະຫຼາດແຮງງານ.ທ່ານໄດ້ໃຫ້ຄຳເຫັນໃນກອງປະຊຸມຂະແໜງແຮງງານ ແລະ ສະຫວັດດີການສັງຄົມແຫ່ງຊາດເຊິ່ງຈັດຂຶ້ນໃນວັນອັງຄານຜ່ານມາທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຄວາມບໍ່ຮູ້ກົດໝາຍແຮງງານເຮັດໃຫ້ຜູ້ອອກແຮງງານໃນລາວບໍ່ຮູ້ກ່ຽວກັບສິດທິຂອງຕົນ

ວຽງຈັນ (ວຽງຈັນທາມສ໌/ANN) – ການຂາດຄວາມເຂົ້າໃຈກ່ຽວກັບກົດໝາຍແຮງງານຂອງຜູ້ອອກແຮງງານສ່ວຍໃຫຍ່ ໂດຍສະເພາະໃນຊົນນະບົດ ເຮັດໃຫ້ຜູ້ອອກແຮງງານບໍ່ໄດ້ຮັບປະໂຫຍດຈາກການຕໍ່ລອງກັບນາຍຈ້າງ ຕາມເຈົ້າໜ້າທີ່ການນຳ.ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາຍງານໃນກອງປະຊຸມແຮງງານແຫ່ງຊາດປະຈຳປີວານນີ້ວ່າ ການເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບເນື້ອໃນກົດໝາຍແຮງງານແມ່ນຍັງຈຳກັດ ໂດຍສະເພາະໃນພື້ນທີ່ຊົນນະບົດ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ແມ່ຍິງລາວຈຳນວນຫຼາຍຂຶ້ນໄດ້ຮັບປະໂຫຍດຈາກການຝຶກອົບຮົມ ແລະ ການເຂົ້າເຖິງວຽກງານ

ແມ່ຍິງກວ່າ 20,000 ຄົນໄດ້ເຂົ້າຮ່ວມການຝຶກອົບຮົມ ຫຼື ເຂົ້າເຖິງຕະຫຼາດແຮງງານໃນຂະແໜງການກະສິກຳ ແລະ ປ່າໄມ້, ອຸດສາຫະກຳ ແລະ ການບໍລິການໃນປີ 2018 ທີ່ຜ່ານມາ.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ລາວກຳລັງດຳເນີນການຂຶ້ນທະບຽນແຮງງານຕ່າງດ້າວ ແຕ່ກໍຍັງຄົງຜະເຊີນສິ່ງທ້າທາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນຂະນະທີ່ເຈົ້າໜ້າທີ່ກຳລັງດຳເນີນການຂຶ້ນທະບຽນແຮງງານ, ລາວຍັງຄົງຜະເຊີນກັບສິ່ງທ້າທາຍໃນການແກ້ໄຂບັນຫາແຮງງານຕ່່າງດ້າວທີ່ບໍ່ມີເອກະສານຖືກຕ້ອງຕາມກົດໝາຍ.ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ຄຳເຫັນໃນກອງປະຊຸມ ກ່ຽວກັບການແກ້ໄຂບັນຫາແຮງງານຕ່າງດ້າວທີ່ບໍ່ມີເອກະສານໃນລາວ ແລະ ທົບທວນການຈັດຕັ້ງປະຕິບັດຄຳສັ່ງເລກທີ 62 ຂອງນາຍົກລັດຖະມົນຕີ ວ່າດ້ວຍການຂຶ້ນທະບຽນແຮງງານ ລວມເຖິງການຢັ້ງຢືນສັນຊາດ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ໂຮງງານຕັດຫຍິບລາວປະສົບພາວະຂາດແຄນແຮງງານຮ້າຍແຮງ

ໂຮງງານຕັດຫຍິບລາວກຳລັງປະສົບພາວະຂາດແຄນແຮງງານ ເນື່ອງຈາກແຮງງານລາວມັກໄປຂາຍແຮງງານທີ່ປະເທດໄທເຊິ່ງມີລາຍຮັບທີ່ສູງກວ່າ ຕາມຂໍ້ມູນຈາກແຫຼ່ງຂ່າວ.ເຈົ້າຂອງໂຮງງານແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ເຊິ່ງບໍ່ປະສົງອອກນາມ ລາຍງານຕໍ່ຜູ້ສື່ຂ່າວ RFA ໃນຕົ້ນເດືອນນີ້ວ່າ “ຕາມຜົນຂອງການສຳຫຼວດໃຫ້ຮູ້ວ່າ ພວກເຮົາຕ້ອງການແຮງງານເພີ່ມອີກ 10,000 ອັດຕາ”.ການຂາດແຄນດ້ານແຮງງານດັ່ງກ່າວແມ່ນເນື່ອງມາຈາກຄ່າແຮງງານໃນລາວຕ່ຳ ເມື່ອທຽບກັບການໄປອອກແຮງງານໃນໜ້າວຽກດຽວກັນທີ່ປະເທດໄທ.ອ່ານຕໍ່    ...

RFA's Lao Service

ອຳນາດການປົກຄອງເລັ່ງມືການຂຶ້ນທະບຽນແຮງງານຕ່າງປະເທດ

ເຈົ້າໜ້າທີ່ແຮງງານທົ່ວປະເທດຕ້ອງເລັ່ງມືຂະບວນການຂຶ້ນທະບຽນແຮງງານຕ່າງປະເທດທີ່ບໍ່ໄດ້ຂຶ້ນທະບຽນຕາມກົດໝາຍ, ທ່ານ ສອນໄຊ ສີພັນດອນກ່າວ. ເຈົ້າໜ້າທີ່ໃນທຸກໆແຂວງຕ້ອງເລັ່ງມືຂັ້ນຕອນການຂຶ້ນທະບຽນດັ່ງກ່າວ ເພື່ອໃຫ້ສອດຄ່ອງຕາມລະບຽບກົດໝາຍ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ເຈົ້າໜ້າທີ່ແຮງງານຫາລືລະບຽບການສຳລັບແຮງງານຕ່າງປະເທດ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການຈັດຕັ້ງລັດຖະບານທີ່ກ່ຽວຂ້ອງຈັດກອງປະຊຸມວານນີ້ ເພື່ອຫາລືຮ່າງກົດລະບຽບດ້ານແຮງງານ ທີ່ກ່ຽວຂ້ອງກັບບັນຫາແຮງງານຕ່າງປະເທດໃນລາວ ທີ່ບໍ່ມີໃບອະນຸຍາດຕາມລະບຽບກົດໝາຍ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ສອງຝ່າຍຢືນຢັນການສະໜັບສະໜູນການສົ່ງແຮງງານລາວໄປປະເທດເກົາຫຼີ

ເຈົ້າໜ້າທີ່ແຮງງານຂອງລາວ ແລະ ສາທາລະນະລັດເກົາຫຼີຢືນຢັນສືບຕໍ່ການຮ່ວມມືຫຼັງສອງຝ່າຍໄດ້ຕົກລົງນຳໃຊ້ລະບົບຂຶ້ນທະບຽນການອອກແຮງງານ (Employment Permit System).  ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວຈະຮ່ວມມືກັບບັນດາປະເທດອາຊຽນໃນການສ້າງວຽກ 'ສີຂຽວ'

ລາວຈະຮ່ວມມືກັບບັນດາປະເທດອາຊຽນໃນການພັດທະນານະໂຍບາຍລະດັບພາກພື້ນກ່ຽວກັບອຸດສາຫະກຳ ‘ສີຂຽວ’ ໃນໄລຍະສາມປີ ແຕ່ປີ 2018 ເຖິງ 2020. ເຖິງຢ່າງໃດກໍຕາມ ການພັດທະນາບຸກຄະລາກອນທີ່ມີທັກສະທີ່ກ່ຽວຂ້ອງສຳລັບຂົງເຂດວຽກງານດັ່ງກ່າວຍັງເປັນສິ່ງທ້າທາຍສຳລັບປະເທດລາວ.ອ່ານຕໍ່  ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

TTWxb
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!