ລາວເສີມຂະຫຍາຍຂັ້ນຕອນການກຳນົດຄ່າແຮງງານຂັ້ນຕ່ຳ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ (LNCCI) ຈະສົມທົບກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການແຮງງານສາກົນ (ILO) ໃນການສ້າງຄຳແນະນຳກ່ຽວກັບການກຳນົດອັດຕາຄ່າແຮງງານຂັ້ນຕ່ຳໃນລາວ.

ຫວ່າງບໍ່ດົນມານີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ມີການອະນຸມັດຄ່າແຮງງານຂັ້ນຕ່ຳໃຫ້ເປັນ 1,100,000 ກີບຕໍ່ເດືອນ ແລະ ກຳລັງມີການຈັດຕັ້ງປະຕິບັດ. ເຖິງຢ່າງໃດກໍ່ຕາມ, ຂະແໜງທຸລະກິດ, ໃນນາມຂອງຜູ້ຈ້າງງານ, ໄດ້ມີການຮຽກຮ້ອງໃຫ້ມີຂັ້ນຕອນການຄິດໄລ່ທີ່ສົມເຫດຜົນ ແລະ ເປັນວິທະຍາສາດ ກ່ອນທຳການປັບຂຶ້ນຄ່າແຮງງານຂັ້ນຕ່ຳ.

ອ່ານຕໍ່…

ໂຕະຂ່າວ