ກະຊວງແຮງງານ, ຄູ່ຮ່ວມພັດທະນາເພີ່ມທະວີຄວາມພະຍາຍາມໃນດານສົ່ງເສີມການມີວຽກເຮັດງານທຳໃນຊົນນະບົດ

ຕາງໜ້າຄູ່ຮ່ວມພັດທະນາ, ຖັນແຖວກົມກອງປະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ພະນັກງານຂັ້ນແຂວງໄດ້ຮ່ວມກອງປະຊຸມໃນວັນພະຫັດຜ່ານມາ ທີ່ນະຄອນວຽງຈັນ ເພື່ອທົບທວນຄວາມພະຍາຍາມໃນການເພີ່ມທະວີໂອກາດໃນການມີວຽກເຮັດງານທຳໃນພື້ນທີ່ຊົນນະບົດ.

“ກອງປະຊຸມຄະນະກຳມະການຊີ້ນຳໂຄງການ ກ່ຽວກັບຍຸດທະສາດການສົ່ງເສີມການມີວຽກເຮັດງານທຳໃນຊົນນະບົດແຫ່ງຊາດໃນ ສປປ ລາວ – ເພື່ອກ້າວໄປສູ່ການເພີ່ມໂອກາດສຳລັບການມີວຽກເຮັດງານທຳທີ່ດີ ແລະ ມີປະສິດທິຜົນໃນພື້ນທີ່ຊົນນະບົດ” ມີການເຂົ້າຮ່ວມຂອງທ່ານນາງ ໃບຄຳ ຂັດຕິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນສະມາຊິກພັກ, ທ່ານນາງ ໂຈນີ ຊິມສັນ ຜູ້ຕາງໜ້າອົງການຈັດຕັ້ງແຮງງານສາກົນ (ILO), ພ້ອມດ້ວຍເຈົ້າໜ້າທີ່ແຮງງານຈາກບັນດາແຂວງເປົ້າໝາຍ ແລະ ກະຊວງ.

ອ່ານຕໍ່…

ເພັດໂພໄຊ ແສງປະເສີດ