ຜູ້ຍິງຄົນລາວຖືກຕັດສິນຈຳຄຸກ 15 ປີ ໂທດຖານຄ້າຂາຍເດັກຍິງສີ່ຄົນໄປຈີນ

ອຳນາດການປົກຄອງລາວ ໄດ້ຕັດສິນຈຳຄຸກແມ່ຍິງຄົນໜຶ່ງເປັນເວລາ 15 ປີ ເນື່ອງຈາກຄ້າເດັກຍິງລາວສີ່ຄົນໄປຈີນໃນປີ 2018, ຕາມການສືບຊາບຂອງສຳນັກຂ່າວວິທະຍຸເສຣີເອເຊຍ (RFA). 

ແມ່ຍິງທີ່ມີຊື່ວ່າ ນາງດວງຈັນ ໄດ້ພົບກັບກຸ່ມເດັກຍິງ ຢູ່ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ໃນເດືອນມັງກອນ 2018. ນາງບອກວ່າ ຈະຊອກຫາວຽກທີ່ມີລາຍໄດ້ດີໃຫ້ກັບພວກເຂົາ ຢູ່ປະເທດຈີນ, ແຕ່ວ່າໃນໂຕຈິງ ພັດນຳເອົາເດັກຍິງແຕ່ລະຄົນໄປຂາຍ ເມື່ອເດີນທາງເຖິງປະເທດຈີນ.

“ນາງດວງຈັນ ໄດ້ກະທຳຄວາມຜິດໃນຂໍ້ຫາຄ້າມະນຸດ, ແລະ ໄດ້ຖືກຕັດສິນຂັງຄຸກເປັນເວລາ 15 ປີ ໃນເດືອນກໍລະກົດປີນີ້, ທັງປັບໄໝເງິນ $11,000 ໂດລາ ແລະ ຕ້ອງຈ່າຍຄ່າທຳຂວັນໃຫ້ແກ່ຄອບຄົວເດັກຍິງອີກ $6,000 ໂດລາ,” ເຈົ້າໜ້າທີ່ສານປະຊາຊົນແຂວງຫຼວງນ້ຳທາ ເປີດເຜີຍຕໍ່ໜ່ວຍຂ່າວ RFA ລາວ.

ອ່ານຕໍ່…

RFA’s Lao Service