ການກໍ່ສ້າງຂົວທາງລົດໄຟຂ້າມນ້ຳຂອງດຳເນີນກ່ອນກຳນົດການ
ຫຼວງພະບາງ, ລາວ (ວຽງຈັນທາມສ໌/ANN) – ການກໍ່ສ້າງຂົວຂ້າມນ້ຳຂອງຢູ່ແຂວງຫຼວງພະບາງ ສຳລັບເສັ້ນທາງລົດໄຟລາວ-ຈີນ ກຳລັງດຳເນີນກ່ອນກຳນົດການ ຕາມບໍລິສັດກໍ່ສ້າງຂອງຈີນ.ໃນວັນອາທິດຜ່ານມານີ້ ບໍລິສັດທີ່ຮັບຜິດຊອບໂຄງການກໍ່ສ້າງຂົວ ແລະ ທາງລົດໄຟ ໄດ້ເຊື້ອເຊີນສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມງານສະຫຼອງຜົນລຳເລັດໃນການຈອດຂົວເຊື່ອມຕໍ່ລະຫວ່າງສອງຝັ່ງແມ່ນ້ຳຂອງ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/work-mekong-railway-bridge-running-ahead-schedule-101108
ແຂວງພາກເໜືອຂອງລາວໝາຍຕາການພັດທະນາຕາມເສັ້ນທາງລົດໄຟລາວ-ຈີນ
ວຽງຈັນ, 10 ກໍລະກົດ (Xinhua) –– ແຂວງອຸດົມໄຊ ທາງພາກເໜືອຂອງລາວ ເຊິ່ງຕັ້ງຢູ່ຫ່າງຈາກນະຄອນຫຼວງວຽງຈັນໄປທາງພາກເໜືອປະມານ 400 ກິໂລແມັດ ກຳລັງທຳການປັບປຸງພື້ນຖານໂຄງລ່າງເພື່ອຮອງຮັບເສັ້ນທາງລົດໄຟລາວ-ຈີນ ແລະ ເພື່ອສົ່ງເສີມການພັດທະນາ.ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊກ່າວວ່າ ເສັ້ນທາງລົດໄຟລາວ-ຈີນທີ່ກຳລັງດຳເນີນການກໍ່ສ້າງນີ້ ຈະຕັດຜ່ານແຂວງເປັນໄລຍະທາງ 126.6 ກິໂລແມັດ, ດັ່ງນັ້ນທາງອຳນາດການປົກຄອງຈຶ່ງກຳລັງຊອກຫາຊ່ອງທາງຂົນຂວາຍການລົງທຶນໃນຕອນທາງດັ່ງກ່າວ ໂດຍການສົ່ງເສີມການສ້າງທຸລະກິດລຽບສອງຟາກທາງລົດໄຟດັ່ງກ່າວ ຕາມການລາຍງານຂອງສຳນັກຂ່າວທ້ອງຖິ່ນ ວຽງຈັນທາມສ໌ ໃນວັນພຸດຜ່ານມາ.ອ່ານຕໍ່ ...
Yamei
http://www.xinhuanet.com/english/2019-07/10/c_138214924.htm
ໂຄງການລົດໄຟຄວາມໄວສູງຂອງໄທລວມເອົາປະເທດລາວເປັນໜຶ່ງໃນຈຸດໝາຍປາຍທາງ
ປະເທດໄທກະກຽມເປີດຕົວລົດໄຟຄວາມໄວສູງຄັ້ງທຳອິດຂອງປະເທດ ເຊິ່ງຈະແລ່ນລະຫວ່າງບາງກອກຫາປັກກິ່ງ ປະເທດຈີນ ເຊິ່ງລາວແມ່ນໜຶ່ງໃນສະຖານນີລະຫວ່າງທາງ.“ສາຍທາງລົດໄຟຂ້າມອາຊຽນ” ຈະຄອບຄຸມໄລຍະທາງ 3,193 ກິໂລແມັດ ເຊິ່ງມີມູນຄ່າປະມານ 2.07 ພັນຕື້ບາດ (USD 67.2 ຕື້ໂດລາ) ແລະ ເຊື່ອມຕໍ່ສະຖານນີບາງຊື່ ກັບຈັງຫວັດຊຽງໃໝ່ທາງພາກເໜືອ, ລາວທາງພາກຕາເວັນອອກສຽງເໜືອ, ກຳປູເຈຍ ທາງພາກຕາເວັນອອກ ແລະ ມາເລເຊຍທາງພາກໃຕ້ຂອງໄທ.ອ່ານຕໍ່ ...
ໂຕະຂ່າວ
https://laotiantimes.com/2019/07/08/thailands-first-bullet-train-to-include-laos-as-destination/
ລາວຕ້ອງກອບໂກຍໂອກາດຈາກເສັ້ນທາງລົດໄຟລາວ-ຈົນ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານເຂົ້າໃຈດີວ່າຕ້ອງທຳການກະກຽມຄວາມພ້ອມໃນການໃຫ້ບໍລິການທາງຜ່ານ ເພື່ອສ້າງຜົນປະໂຫຍດຈາກເສັ້ນທາງລົດໄຟລາວ-ຈົນ.ທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວຕໍ່ສຳນັກຂ່າວວຽງຈັນທາມສ໌ວ່າ ລັດຖະບານຈະຊຸກຍູ້ໃຫ້ບໍລິສັດເອກະຊົນພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຕາມເສັ້ນທາງລົດໄຟ.ໃນນີ້ລວມມີ ການພັດທະນາສະຖານທີ່ທ່ອງທ່ຽວ ແລະ ນິຄົມອຸດສາຫະກຳ ກໍຄືໂຄງການສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອກອບໂກຍຜົນປະໂຫຍດຈາກທ່າແຮງຂອງໂຄງການມູນຄ່າ 5.9 ຕື້ໂດລາດັ່ງກ່າວ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/laos-needs-seize-opportunities-offered-laos-china-railway-99721
ໂຄງການໂຮງຮຽນວິຊາຊີບທາງລົດໄຟລາວກຳລັງວາງແຜນດຳເນີນການ
ວຽງຈັນ (ວຽງຈັນທາມສ໌/ANN) – ເສັ້ນທາງລົດໄຟລາວ-ຈີນຈະສ້າງວຽກຫຼາຍພັນຕຳແໜ່ງສຳລັບຄົນລາວ ເມື່ອໂຄງການເລີ່ມເປີດດຳເນີນການໃນປີ 2021, ຕາມເຈົ້າໜ້າທີ່ການນຳລັດຖະບານ.ລັດຖະບານພວມມີການວາງແຜນສ້າງຕັ້ງວິທະຍາໄລວິຊາຊີບ ພາຍໃຕ້ການຊ່ວຍເຫຼືອຂອງລັດຖະບານຈີນ ເພື່ອຝຶກອົບຮົມ ແລະ ສະໜອງບຸກຄະລາກອນຊ່ຽວຊານກ່ຽວກັບທາງລົດໄຟສຳລັບໂຄງການດັ່ງກ່າວ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/railway-vocational-school-project-right-track-99525
ລາວ, ໄທຈະເລີ່ມລົງມືກໍ່ສ້າງເສັ້ນທາງເຊື່ອນຕໍ່ທາງລົດໄຟເຂົ້າສູ່ນະຄອນວຽງຈັນ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ໄທໄດ້ຕົກລົງເລີ່ມຕົ້ນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ໄທ ໄລຍະສອງ ເພື່ອເຊື່ອມຕໍ່ລະຫວ່າງສະຖານນີຊານເມືອງກັບສູນກາງນະຄອນຫຼວງວຽງຈັນ. ເສັ້ນທາງເຊື່ອມຕໍ່ດັ່ງກ່າວຄາດວ່າຈະໃຫ້ສຳເລັດພາຍໃນປີ 2021.ກົມການລົດໄຟພາຍໃຕ້ກະຊວງໂຍທາທິການ ແລະ ຂົນສົ່ງໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການດັ່ງກ່າວ ຮ່ວມກັບບໍລິສັດເສີມສະຫງວນກໍ່ສ້າງຈຳກັດຂອງໄທ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/laos-thailand-start-building-railway-extension-vientiane-99390
ລາວ, ໄທ ລົງນາມໃນຂໍ້ຕົກລົງກ່ຽວກັບທາງລົດໄຟ ແລະ ເສັ້ນທາງລະຫວ່າງຊາຍແດນສະບັບໃໝ່
ລາວ ແລະ ໄທໄດ້ລົງນາມໃນຂໍ້ຕົກລົງເພື່ອຂະຫຍາຍການເຊື່ອມຕໍ່ເສັ້ນທາງ ແລະ ທາງລົດໄຟລະຫວ່າງສອງປະເທດ ເຊິ່ງມີມູນຄ່າລວມກວ່າ 3 ຕື້ບາດໄທ (USD 98.2 ລ້ານໂດລາ).ພາຍໃຕ້ຂໍ້ຕົກລົງດັ່ງກ່າວ ສອງປະເທດໄດ້ວາງແຜນປັບປຸງເສັ້ນທາງ R11 ທີ່ເຊື່ອມຕໍ່ດ່ານຊານແດນພູດູ່ ຈັງຫວັດອຸດຕະລະດິດທາງພາກເໜືອຂອງໄທ ກັບນະຄອນຫຼວງວຽງຈັນຂອງລາວ. ເສັ້ນທາງສອງເລນດັ່ງກ່າວຈະໄດ້ຮັບການປູຢາງ ເຊິ່ງຄິດເປັນມູນຄ່າປະມານ 1.8 ຕື້ບາດໄທ (USD 59 ລ້ານໂດລາ), ຕາມການລາຍງານຂອງສຳນັກຂ່າວບາງກອກໂພສ໌ ໃນວັນທີ 1 ກໍລະກົດນີ້.ອ່ານຕໍ່ ...
ໂຕະຂ່າວ The Laotian Times
https://laotiantimes.com/2019/07/01/laos-thailand-sign-new-cross-border-road-and-rail-deal/
ລາວອອກທິດຊີ້ນຳໃໝ່ກ່ຽວກັບການສ້າງທາງລົດໄຟ
ວຽງຈັນ (ວຽງຈັນທາມສ໌/ANN) – ຫວ່າງບໍ່ດົນມານີ້ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດລາວ ໄດ້ອອກດຳລັດປະທານປະເທດກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍທາງລົດໄຟສະບັບໃໝ່, ເຊິ່ງໃຫ້ທິດຊີ້ນຳກ່ຽວກັບການກໍ່ສ້າງທາງລົດໄຟ.ກົດໝາຍທີ່ປະກອບມີຫ້າສິບໜ້າສະບັບດັ່ງກ່າວ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາວຽກງານການກໍ່ສ້າງເສັ້ນທາງລົດໄຟ. ເຊິ່ງມີເປົ້າໝາຍແນໃສ່ຮັບປະກັນປະສິດທິພາບ, ປະສິດທິຜົນ, ຄວາມທັນສະໄໝ, ຄວາມຍືນຍົງ ແລະ ການກໍ່ສ້າງເສັ້ນທາງລົດໄຟທີ່ເປັນມິດຕໍ່ສິ່ງແວດລ້ອມ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ສອງສະຖານນີລົດໄຟທີ່ໃຫຍ່ທີ່ສຸດໃນລາວພວມດຳເນີນການກໍ່ສ້າງ
ກຳມະກອນກຳລັງກຳກຽມຖານສຳລັບການກໍ່ສ້າງສອງສະຖານນີທາງລົດໄຟລາວ-ຈີນທີ່ໃຫຍ່ທີ່ສຸດ – ສະຖານນີທີໜຶ່ງແມ່ນຢູ່ໃກ້ກັບຊາຍແດນຈີນ ແລະ ສະຖານນີທີສອງແມ່ນຢູ່ປາຍສຸດຂອງເສັ້ນທາງລົດໄຟທີ່ນະຄອນວຽງຈັນ.ພະນັກງານໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊຶ່ງບໍ່ປະສົງອອກນາມ ລາຍງານຕໍ່ໜັງສືພິມວຽງຈັນທາມສ໌ໃນວັນພຸດຜ່ານມາວ່າ ສະຖານນີທີ່ວຽງຈັນຈະເປັນສະຖານນີທີ່ໃຫຍ່ທີ່ສຸດ ແລະ ປະກອບມີທັງພາກສ່ວນສຳລັບຜູ້ໂດຍສານ ແລະ ສຳລັບການຂົນສົ່ງສິນຄ້າ.ອ່ານຕໍ່ ...
ຄອນສະຫວັນ ລາດຊະເພົາ
ໄທຈະເຊັນຂໍ້ຕົກລົງກັບຈີນ, ລາວ ກ່ຽວກັບການສ້າງຂົວທາງລົດໄຟຄວາມໄວສູງ
ໄທ, ຈີນ ແລະ ລາວຈະລົງນາມບົດບັນທຶກການຮ່ວມມືກ່ຽວກັບຂົວທາງລົດໄຟແຫ່ງໃໝ່ເພື່ອຂ້າມແມ່ນ້ຳຂອງ ໃນລະຫວ່າງການຢ້ຽມຢາມນະຄອນປັກກິ່ງຂອງທ່ານ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ໃນອາທິດນີ້, ຕາມການລາຍງານຂອງເຈົ້າໜ້າທີ່ກະຊວງການຕ່າງປະເທດໄທໃນວັນອັງຄານຜ່ານມາ.ຂົວດັ່ງກ່າວຈະເຊື່ອມຕໍ່ຈັງຫວັດໜອງຄາຍທາງພາກອີສານຂອງໄທ ກັບນະຄອນຫຼວງວຽງຈັນຂອງລາວ, ເຈົ້າໜ້າທີ່ໄທກ່າວຕໍ່ BenarNews, ເຊິ່ງນັກວິເຄາະເຊື່ອວ່າຈະເສີມຂະຫຍາຍຄວາມມຸ່ງໝັ້ນຂອງຈີນ ໃນການສ້າງເຄືອຂ່າຍທາງລົດໄຟຄວາມໄວສູງໃນອາຊີຕາເວັນອອກສຽງໃຕ້, ເຊິ່ງຕໍ່ຍາວໄປເຖິງມາເລເຊຍ ແລະ ເຂົ້າສູ່ສິງກະໂປ.ອ່ານຕໍ່ ...
BenarNews